ຄຣູ-ນັກຮຽນຖ້າເງິນເດີນ ສວນສນາມ

ມະນີຈັນ
2015.12.11
F-parade ການສວນສະໜາມໃນວັນຊາດ ທີ 2 ທັນວາ
RFA/NY

ນັກຮຽນ ແລະ ຄຣູ ອາຈານ ຢູ່ ມະຫາວິທຍາ ສຸພານຸວົງ ແຂວງ ຫຼວງພຣະບາງ ຍັງ ບໍ່ທັນໄດ້ ເງິນ ເບັ້ຽລ້ຽງ ການໄປ ເດີນ ສວນ ສະໜາມ ເນື່ອງໃນ ໂອກາດ ວັນຊາດ ທີ 2 ທັນວາ ຜ່ານມາ. ດັ່ງ ນັກສຶກສາ ຄົນນຶ່ງ ຜູ້ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ອາຈານ ແລະ ນັກຮຽນ ຢູ່ ມະຫາວິທຍາໄລ ສຸພານຸວົງ ເນາະ ໄດ້ໄປ ເດີນ ສວນສະໜາມ ເນາະ ເພິ່ນ ບອກວ່າ ຊິໃຫ້ເງິນ ມື້ 20,000 ກີບ ວ່າຊັ້ນເນາະ ແຕ່ວ່າ ຫລັງຈາກ ວັນຊາດ ຜ່ານໄປ ຫຼາຍວັນ ເງິນ ກະຍັງ ບໍ່ທັນໄດ້ ຈັກກີບ ລະ ກະການໄປ ເດີນ ສວນສະໜາມ ນີ້ ນ່າ ເອົາລົດ ຈັກ ໄປກະຍັງ ໄດ້ ເສັຽຄ່າ ຈອດລົງ ຈອດລົດ ອີກເນາະ ກະ ຮອດມື້ນີ້ ກະ ຍັງບໍ່ເຫັນ ວ່າຫຍັງ".

ນອກຈາກນີ້ ເຂົາເຈົ້າຍັງ ສົງໄສວ່າ ງົບປະມານ ດັ່ງກ່າວນີ້ ໄປຢູ່ໄສ ດັ່ງ ນັກຮຽນ ທ່ານ ນີ້ ໄດ້ກ່າວ ອີກວ່າ:

"ຮອດມື້ນີ້ ກະນັກຮຽນ ເນາະ ກະຕ້ອງໄດ້ ລໍາບາກ ດື່ນເດິກ ລຸກເຊົ້າ ກວ່າ ປົກກະຕິ ເນາະ ພາກັນໄປ ເດີນ ສວນສະໜາມ ນີ້ແຫລະ ກະບໍ່ຮູ້ວ່າ ເງິນນີ້ ຣັຖບານ ເອົາໄປໄວ້ ໃສ ຄົງ ຊິເອົາໄປ ເຮັດ ຟຸມເຟືອຍ ແນວອື່ນ ຫລື ວ່າ ເອົາໄປຕີ ກອຟ ແນວອື່ນ ເຮົາກະບໍ່ຮູ້ ອີງຕາມ ການ ສັນນິຖານ ເນາະ ອັນນີ້ ຕາມເຮົາ ສັນນິຖານ ເບິ່ງເນາະ".

ນັກຮຽນ ແລະ ຄຣູ ອາຈານ ຕ້ອງໄດ້ມີ ການຝຶກຊ້ອມ ການເດີນ ສວນສະໜາມ ເປັນ ເວລາ 5 ວັນ ຊຶ່ງ ແຕ່ລະມື້ ເຂົາເຈົ້າ ຕ້ອງໄດ້ລຸກ ແຕ່ 5 ໂມງເຊົ້າ. ອີງຕາມ ການໃຫ້ ສໍາພາດ ຂອງ ນັກຮຽນ.

ບັນຫາ ການຈ່າຍເງິນ ໃຫ້ແກ່ ຜູ້ທີ່ໄປ ເດີນ ສວນສະໜາມ ບໍ່ຄົບຕາມ ຈໍານວນ ກໍເກີດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ເຊັ່ນ ດຽວກັນ. ທີ່ຜ່ານມາ ກໍມີຂ່າວ ວ່າ ນັກຮຽນ ແລະ ທະຫານ ທີ່ໄປ ຊ້ອມ ເດີນ ສວນສະໜາມ ກໍໄດ້ເງິນ ພຽງແຕ່ ມື້ລະ 15,000 ກີບ ເທົ່ານັ້ນ ໃນຂນະ ທີ່ ຂໍ້ຕົກລົງ ຈາກ ຄນະອະນຸ ກໍາມະການ ຈັດງານ ວັນຊາດ ໄດ້ ຣະບຸ ຄ່າໃຊ້ຈ່າຍ ເດີນ ສວນສະໜາມ ມື້ລະ 35,000 ກີບ ຕໍ່ ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.