Mega First ເພີ້ມງົບປະມານ ຣາຍຈ່າຍ

ມະນີຈັນ
2014.06.24
f-default2 Mega First ເພີ້ມງົບປະມານ ຣາຍຈ່າຍ
RFA

 

ບໍຣິສັດ Mega First ຂອງ ມາເລເຊັຍ ເພີ້ມ ງົບປະມານ ຣາຍ ຈ່າຍ ໃນ ໂຄງການ ເຂື່ອນ ດອນສະໂຮງ ແລະ ໂຄງການ ຢາງ ພາຣາ ຢູ່ ກັມພູຊາ ຂຶ້ນເປັນ 15 ລ້ານ 7 ແສນ ໂດລາ ສະຫະຣັຖ ເມື່ອ ປີ 2013. ຂ່າວ ໃນວັນທີ 23 ມີຖຸນາ 2014 ຣາຍງານ ທີ່ ອ້າງອີງ ໃສ່ບົດ ຣາຍງານ ຂອງ ບໍຣິສັດ ເມັກກາ ເຟິສທ ວ່າ ສະເພາະ ຣາຍຈ່າຍ ເພື່ອພັທນາ ໂຄງການ ເຂື່ອນ ດອນສະໂຮງ ໃນລາວ ເພີ້ມຂຶ້ນ 39 ສ່ວນຮ້ອຍ ຈາກ ປີກ່ອນ. ແລະ ຣາຍຈ່າຍ ໃນ ໂຄງການ ປູກ ຢາງພາຣາ ໃນເຂດ ທີ່ ຢູ່ອາສັຍ ຂອງ ສັດປ່າ Phnom Namlear ແຂວງ Mondulkiri ປະເທດ ກັມພູຊາ ກໍ ເພີ້ມຂຶ້ນ 67 ສ່ວນຮ້ອຍ.

ຣາຍງານຂ່າວ ເວົ້າຕື່ມວ່າ ເປັນທີ່ ຄາດກັນວ່າ ບັນດາ ຣັຖມົນຕຣີ ນໍ້າ ແລະ ສະພາບແວດລ້ອມ ຈາກລາວ ກັມພູຊາ ວຽດນາມ ແລະ ໄທ ຈະ ຕັດສິນໃຈ ກ່ຽວກັບ ອະນາຄົດ ຂອງ ໂຄງການ ເຂື່ອນ ດອນສະໂຮງ ຢູ່ ກອງປະຊຸມ ປະຈໍາປີ ທີ່ ບາງກອກ ໃນ ວັນພະຫັດ ນີ້.

ສປປລາວ ໄດ້ແຈ້ງໃຫ້ ຄະນະ ກັມາທິການ ແມ່ນໍ້າຂອງ ກ່ຽວກັບ ແຜນການ ຂອງຕົນ ເຣື້ອງ ການພັທນາ ໂຄງການ ເຂື່ອນ ດອນສະໂຮງ ໃນ ທ້າຍປີກາຍ. ຄໍາເຫັນເດີມ ຂອງ ກັມພູຊາ ໄທ ແລະ ວຽດນາມ ຄື ໂຄງການ ເຂື່ອນ ດອນສະໂຮງ ຄວນປຶກສາ ຫາຣື ກັນກ່ອນ ໂດຍຜ່ານ MRC.

ຢ່າງໃດກໍຕາມ ຢູ່ ກອງປະຊຸມ ຂອງ ເຈົ້າໜ້າທີ່ ຂັ້ນສູງ ຈາກ 4 ປະເທດ ຕອນນັ້ນ ບໍ່ສາມາດ ສລຸບ ກັນໄດ້ ແລະ ຕົກລົງ ກັນວ່າ ບັນຫາ ນັ້ນ ຄວນໃຫ້ ກອງປະຊຸມ ຣະດັບ ຣັຖມົນຕຣີ ຕັດສິນໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.