ມ.ຊຽງຮອນປູກໝາກໂມ ໜ້ອຍລົງ

ອຸ່ນແກ້ວ ສຸກສະຫວັນ
2017.08.29
f-melon ສວນປູກໝາກໂມ ບ້ານໂພນສູງ ເມືອງຫົງສາ ແຂວງໄຊຍະບູຣີ
Screen captured travel Laos video

ໃນປີນີ້ທາງຫ້ອງການ ເມືອງຊຽງຮອນ ແຂວງໄຊຍະບູລີ ໃຫ້ນັກລົງທຶນຈີນ ເຊົ່າທີ່ດິນປູກໝາກໂມ ໜ້ອຍລົງກວ່າເກົ່າ ແລະຈະບໍ່ອະນຸຍາດ ໃຫ້ປູກໝາກໂມ ຢູ່ພື້ນທີ່ເຮັດນາອີກ. ເຈົ້າໜ້າທີ່ຈະໃຫ້ນັກລົງທຶນ ເຊົ່າທີ່ດິນພຽງແຕ່ 100 ເຮັກຕາຈາກທີ່ເຄີຍໃຫ້ເຊົ່າ 300 ເຮັກຕາ ໃນປີ 2016, ຍ້ອນວ່າຢາກສະຫງວນ ເນື້ອທີ່ເຮັດນາ ໄວ້ໃຫ້ປະຊາຊົນ ດັ່ງທີ່ໄດ້ຕັ້ງເປົ້າເອົາໄວ້ 300 ເຮັກຕາ.

ເຖິງຢ່າງໃດກໍຕາມ, ບັນຫາທີ່ເກີດຂຶ້ນ ລະຫວ່າງ ນັກລົງທຶນ ທີ່ມາເຊົ່າດິນ ຂອງປະຊາຊົນກໍຄື, ນັກລົງທຶນຈະມ້າງຄັນນາ ຫລັງຈາກທີ່ໄດ້ ເຊົ່າດິນ ຂອງປະຊາຊົນໄປແລ້ວ, ດັ່ງເຈົ້າໜ້າທີ່ ກ່າວວ່າ:

"ອະນຸຍາດເປັນບາງຈຸດປີນີ້ນະ ເພາະປີທີ່ຜ່ານມາ ເຮົາກໍໄດ້ປູກໝາກໂມ ລະກະຖອດຖອນບົດຮຽນ ມັນກະມີຜົນກະທົບບາງດ້ານ ໃນທົ່ງ ນາຫັ້ນ ທີ່ວ່າເຮົາໃຫ້ ຂະເຈົ້າເຊົ່າໄປ ສຸດທ້າຍມັນກໍໄປ ທຳລາຍຄັນນາ ແດນຕໍ່ແດນກັນ ຫັ້ນແຫລະ ມັນເປັນນາໄຮ່ນ້ອຍ ແດ່ຊັ້ນນະ".

ເຈົ້າໜ້າທີ່ກ່າວວ່າ ປີທີ່ຜ່ານມາ ນັກລົງທຶນຈີນ ໄດ້ທຳລາຍຄັນນາປະຊາຊົນ ເຮັດໃຫ້ຊາວບ້ານມີບັນຫາ ເຣື້ອງເຂດແດນນາຂອງຊາວບ້ານ ເພາະວ່າ ຄັນນາເປັນຈຸດ ຫລື ເສັ້ນ ໝາຍເຂດແດນ ທີ່ດິນນາຂອງຊາວບ້ານ ຈົນເຈົ້າໜ້າທີ່ ຕ້ອງລົງມີໄກ່ເກັ່ຽ ແລະ ນັກລົງທຶນຈີນກໍຍອມ ແປງຄັນນາຄືນໃຫ້.

ໃນໄລຍະນີ້ ນັກລົງທຶນຊາວຈີນ ເຂົ້າມາເຊົ່າທີ່ດິນ ນຳປະຊາຊົນ ເພື່ອປູກໝາກໂມ ແຕ່ຈະເລີ້ມປູກ ໃນເດືອນຕຸລາ ໃນຂນະທີ່ ເຈົ້າໜ້າທີ່ ທາງການ ກໍໄດ້ໂອ້ລົມ ກັບນັກລົງທຶນ ເພື່ອໃຫ້ເຂົາເຈົ້າ ປະຕິບັດຕາມ ນະໂຍບາຍ ຂອງຣັຖບານ ວ່າດ້ວຍການເຊົ່າ ແລະ ສຳປະທານ ທີ່ດິນ ຍ້ອນວ່າ ທີ່ຜ່ານມາ ເຄີຍມີບັນຫາ ສານເຄມີ ຕົກຄ້າງ ຈາກການໃຫ້ ສຳປະທານປູກກ້ວຍ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ແຂວງ ໄຊຍະບູລີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.