ຜົ້ງສາລີສົ່ງເສີມປູກຊາດື່ມ

ສິດນີ
2015.12.22
F-Phongsaly-tea ພື້ນທີ່ປຸກຊາ ຢູ່ແຂວງຜົ້ງສາລີ
Photo courtesy of rideasia

ເຈົ້າຫນ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ຜົ້ງສາລີ ເວົ້າວ່າ ທາງການ ໄດ້ ສົ່ງເສີມ ໃຫ້ ປະຊາຊົນ ປູກຊາດື່ມ ເປັນສິນຄ້າ ສົ່ງ ໄປ ຈີນ ແທນທີ່ຈະ ປູກກ້ວຍ ທີ່ ສົ່ງຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ສຸຂພາບ ຂອງ ປະຊາຊົນ.

ການປູກຊາດື່ມ ຈະປູກຕາມ ທັມມະຊາດ ບໍ່ໄດ້ໃຊ້ ສານເຄມີ ທີ່ ເປັນອັນຕະລາຍ ແລະ ສາມາດ ເກັບກ່ຽວໄດ້ ທຸກຣະດູ. ດັ່ງ ທ່ານກ່າວ ຕໍ່ເອເຊັຽເສຣີ ໃນ ມື້ວັນທີ 21 ທັນວາ ນີ້ວ່າ:

"ປູກຊາ ຫຼາຍກວ່າຫມູ່ ປູກກ້ວຍນີ້ ຫນ້ອຍລົງ ແລ້ວເດ ປູກກວ້ຍ ດີນ ທີ່ວ່າປູກກ້ວຍ ມັນເຮັດໃຫ້ ການຝັງຮາກ ຂອງມັນ ເລິກ ການນຳ ໃຊ້ສານ ແມ່ນຫຍັງຕ່າງໆ ນີ້ກໍນຳໃຊ້. ການປູກຊານີ້ ດີຫຼາຍ ເທື່ອນື່ງ ສາມາດ ເກັບ ຕຣອດເລີຍເດ ສ່ວນເຮົາ ຈະປູກດ້ວຍ ທັມມະຊາດ ບໍ່ໄດ້ ສານເຄມີ ອີ່ຫຍັງ".

ທ່ານ ກ່າວຕື່ມວ່າ ປັດຈຸບັນ ເນື້ອທີ່ ປູກຊາດື່ມ ໃນແຂວງ ຜົ້ງສາລີ ເພີ້ມຂຶ້ນ ເຖິງ 20 ພັນ ເຮັກຕາ ສ່ວນໃຫຍ່ ແມ່ນປູກຢູ່ ເມືອງ ຜົ້ງສາລີ ສາເຫດ ທີ່ມີການ ເພີ້ມຂຶ້ນ ຫຼາຍຍ້ອນວ່າ ໄດ້ຮັບການ ສົ່ງເສີມ ແນວພັນ ຈາກ ນັກລົງທຶນ ຈີນ ທີ່ເຂົ້າມາ ປູກຊາດື່ມ ຢູ່ແຂວງ ຜົ້ງສາລີ ແຕ່ປີ 2000, ສ່ວນເນື້ອທີ່ ປູກກ້ວຍ ໃນ ປັດຈຸບັນ ໄດ້ຫລຸດລົງ ຍັງເຫລືອ ພຽງແຕ່ 10 ພັນ ເຮັກຕາ ເທົ່ານັ້ນ ຄາດວ່າ ໃນ ອະນາຄົດ ຈະຫລຸດລົງ ຫຼາຍກວ່ານີ້ ຖ້າ ປະຊາຊົນ ຫັນມາ ປູກຊາດື່ມ ຫຼາຍຂຶ້ນ.

ທ່ານວ່າ ເຖິງແມ່ນວ່າ ການສົ່ງ ໃບຊາ ອົບແຫ້ງ ໄປຂາຍ ຈີນ ຈະໄດ້ຣາຄາ ພຽງແຕ່ ກິໂລລະ 3 ພັນ 500 ກີບ ກໍຕາມ ແຕ່ວ່າຕລາດ ຮັບຊື້ໃບຊາ ໃນຈີນ ເປັນ ຕລາດໃຫຍ່. ດັ່ງນັ້ນ ຈື່ງສາມາດ ຮັບປະກັນ ໄດ້ວ່າ ປະຊາຊົນ ທີ່ ປູກຊາດື່ມ ສາມາດ ສ້າງຣາຍໄດ້ ຕລອດປີ ຢ່າງແນ່ນອນ. ແຕ່ໃນແຂວງອື່ນໆ ທາງພາກເຫນືອ ກໍຍັງປູກກ້ວຍ ຫລາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.