ເຈົ້າໜ້າທີ່ຈະສືບສາວຫາ ບັນຊີ ພີເອັສ

ອຸ່ນແກ້ວ ສຸກສະຫວັນ
2017.10.11
F-PS ທ່ານ ປໍເຮີ ແລະ ຍານາງ ສຸກນາລີ ເທບສີເມືອງ ປະທານບໍຣິສັດ ພີເອັສ ອອກແຈ້ງການວ່າ ບໍຣິສັດ ຍັງບໍ່ມີເງິນຈ່າຍ ຄືນໃຫ້ລູກຄ້າ
Courtesy of RFA Listener

ຫລັງຈາກທີ່ ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ປະທານບໍຣິສັດ PS ຖືກຈັບໃນຂໍ້ຫາໂສ້ໂກງຊັບ ພົລເມືອງແລ້ວ ນັບແຕ່ໃນ ວັນທີ 12 ກັນຍາ ຊຶ່ງ ເປັນວັນທີ ມີປະຊາຊົນ ປະມານ 2 ພັນຄົນ ພາກັນໄປໂຮມໂຕກັນ ທວງເງິນ ຢູ່ຫ້ອງການ ບໍຣິສັດ ພີເອັສ.

ປະຊາຊົນຜູ້ທີ່ເປັນລູກຄ້າ ໄດ້ເອົາຮູບພາບ ຜູ້ທີ່ເປັນລູກຫລານ ຂອງ ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ທີ່ໃຊ້ຊີວິດຢ່າງຫຼູຫຼາ ຫລິ້ນກິນ ຟູມເຟືອຍ, ໃສ່ເພັດແລະຄໍາ, ໃຊ້ກະເປົ໋າແບຣນເນມ ລາຄາຫຼາຍ 10 ລ້ານກີບ ໃສ່ເກີບລາຄາບໍ່ຕໍ່າກວ່າ 10 ລ້ານກີບ ອອກມາ ເຜີຍແຜ່ ຜ່ານສື່ສັງຄົມ ອອນລາຍ ແລະ ກໍມີປະຊາຊົນ ທີ່ເປັນລູກຄ້າ ຂອງບໍຣິສັດ ວິພາກ ວິຈານກັນ ຢ່າງກ້ວາງຂວາງ.

ກ່ຽວກັບບຸກຄົນທີ່ຕ້ອງສົງໃສ ບໍ່ວ່າຈະເປັນຄົນໃນຄອບຄົວ ຫລື ບຸກຄົນ ທີ່ຖືກສົງໃສວ່າມີ ສ່ວນກ່ຽວຂ້ອງ ໃນເລື້ອງການຖື ຄອງຊັບສິນ ຂອງບໍຣິສັດ ທີ່ໄດ້ເປັນເງິນ ທີ່ລະດົມຈາກ ປະຊາຊົນ ນັ້ນຈະຖືກກວດສອບ. ເຈົ້າໜ້າທີ່ ຈາກ ກົມຕຳຣວດເສຖກິດ ໄດ້ກ່າວຕໍ່ ສື່ມວນຊົນ ໃນການ ຖະແຫລງຂ່າວ ຄວາມຄືບໜ້າ ການສືບສວນສອບສວນ ບໍຣິສັດ PS ໃນວັນທີ 5 ຕຸລາ ວ່າ:

"ສະເພາະຄົນທີ່ມີສ່ວນກ່ຽວພັນ ໂດຍສະເພາະໃຊ້ ວັດຖຸເງິນຄຳ ຢ່າງພູມເຟືອຍ, ກະແນ່ນອນລະ ພາຍໃຕ້ການສືບສວນ ສອບສວນ ຂອງ ເຈົ້າໜ້າທີ່ ເນາະ ຖ້າວ່າມັນກ່ຽວພັນ ກັບ ບຸກຄົນໃດ ພວກເຮົາ ກະຊິໄດ້ຮຽນເຊີນມາ ຊີ້ແຈງວ່າ ວັດຖຸດັ່ງກ່າວ ໄດ້ມາ ດ້ວຍຄວາມບໍຣິສຸດ ຫລືບໍ່ ມັນກ່ຽວພັນ ກັບບໍຣິສັດ ຫລື ບໍ່".

ນອກຈາກນີ້ ເຈົ້າໜ້າທີ່ຕໍາຣວດ ຍັງບໍ່ອະນຸຍາດ ໃຫ້ປະທານບໍຣິສັດ ທັງສອງ ໄດ້ຖືກປະກັນຕົວ:

"ປະເດັນສຸດທ້າຍ ກ່ຽວກັບອະນຸຍາດ ໃຫ້ປະກັນຕົວນີ້ ໄລຍະທີ່ດຳເນີນ ການສືບສວນສອບສວນນີ້ ພວກເຮົາຍັງບໍ່ ອະນຸຍາດໃຫ້ປະກັນຕົວ ເທື່ອ ເນື່ອງຈາກວ່າ ການດຳເນີນຄະດີ ຂອງພວກເຮົາ ໃນປັດຈຸບັນນີ້ ພວກເຮົາໄດ້ຮັບ ຄວາມຮ່ວມມືນຳ ບໍຣິສັດ ນາງ ສຸກນາລີ ກໍໄດ້ ແຕ່ງຕັ້ງ ຜູ້ຕາງໜ້າ ບໍຣິສັດ ມາຮ່ວມກວດສອບ ກັບພວກເຮົາ".

ການທີ່ລູກຫລານຂອງ ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ມີເຄື່ອງປະດັບແພງໆໃຊ້ ແລະໃຊ້ເຄື່ອງແບຣນເນມ ແມ່ນເອົມເງິນ ຂອງພໍ່ແມ່ ປະຊາຊົນໄປຊື້ ຍ້ອນວ່າ ເຂົາເຈົ້າເຫລົ່ານັ້ນ ຍັງເປັນນັກສຶກສາ ແລະ ເປັນຊາວໜຸ່ມ ຈຶ່ງເປັນໄປບໍ່ໄດ້ ທີ່ເຂົາເຫລົ່ານັ້ນ ຈະຫາ ເງິນຊື້ເອງໄດ້, ດັ່ງ ລູກຄ້າຄົນນຶ່ງ ໄດ້ໃຫ້ສຳພາດວ່າ:

ອັນນັ້ນ ເປັນຂໍ້ມູນຂອງລູກຄ້າ ຄົນນຶ່ງ ຜູ້ທີ່ໄດ້ເອົເງິນມາຝາກກັບ ບໍຣິສັດ PS ປະມານ 100 ລ້ານ ແລະ ທ່ານ ເຊື່ອວ່າ ລູກຫລານຂອງ ນາງ ສຸກນາລີ ແລະ ທ້າວ ປໍເຮີ ແມ່ນ ເອົາເງິນຂອງເພິ່ນໄປຊື້ສິ່ງຂອງ ດັ່ງກ່າວ ແລະເປັນໄປບໍ່ໄດ້ ທີ່ຄົນອາຍຸ ຍັງນ້ອຍ ຈະຫາເງິນດ້ວຍ ຕົນເອງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.