ທາງຣົດໄຟພາກເໜືອ ເລີ້ມ ແລ້ວ

ສິດນີ
2017.03.05
F-Laos-china ວຽກງານການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ທີ່ ແຂວງຫຼວງນໍ້າທາ
RFA/VD

ບໍຣິສັດຮັບເຫມົາ ກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ຈີນ ທີ່ແຂວງຫຼວງນ້ຳທາ ເລີ້ມສ້າງທາງ ເພື່ອຂົນສົ່ງ ອຸປກອນ ເຄື່ອງຈັກ ວັສດຸ ກໍ່ສ້າງ ເຂົ້າໄປໃນຈຸດ ທີ່ຈະສ້າງ ເສັ້ນທາງ ຣົດໄຟ ແລ້ວ. ດັ່ງ ເຈົ້າຫນ້າທີ່ ຫຼວງນ້ຳທາ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 2 ມິນາ ນີ້ວ່າ:

"ສິເຮັດເສັ້ນທາງ ສະເພາະ ກໍ່ສ້າງ ທາງຣົດໄຟ ນີ້ແຫຼະ ກຳລັງເຄລັຽ ສະຖານທີ່ສັງຕ່າງໆ ເຮັດທາງ ເສັ້ນນຶ່ງ ສະເພາະຂົນສົ່ງ ອຸປກອນ ທາງຣົດໄຟ ນີ້ແຫຼະ".

ທ່ານກ່າວຕື່ມວ່າ ນອກຈາກນັ້ນ ເສັ້ນທາງສາຍ ດັ່ງກ່າວ ຍັງຈະໃຊ້ ຂົນຄົນງານຈີນ ເຂົ້າໄປສ້າງ ເສັ້ນທາງຣົດໄຟນຳອີກ ແຕ່ຍັງບໍ່ມີຂໍ້ມູນ ຄັກແນ່ວ່າ ການສ້າງ ທາງສາຍນີ້ ຈະມີຄວາມຍາວ ຫຼາຍປານໃດ ແລະ ຈະໃຊ້ເວລາ ສ້າງດົນປານໃດ ອາດຈະສ້າງ ຢູ່ຫຼາຍຈຸດ.

ທ່ານວ່າ ສຳລັບການຂົນສົ່ງ ອຸປກອນການສ້າງສາ ເຂົ້າມາລາວນັ້ນ ຈະຖືກຍົກເວັ້ນພາສີ ເພາະເປັນ ໂຄງການ ພັທນາເສຖກິດ ຂອງ ຣັຖບານລາວ ຈຶ່ງຕ້ອງ ອຳນວຍ ຄວາມສະດວກ ໃຫ້ແກ່ ຜູ້ລົງທຶນ.

ເຖິງຢ່າງໃດ ກໍຕາມ ໃນປັດຈຸບັນ ໂຄງການ ຣົດໄຟ ລາວ-ຈີນ ກໍມີຄວາມຄືບຫນ້າ ຫຼາຍແລ້ວ ເປັນຕົ້ນ ການປັບຫນ້າດິນ, ການວາງ ແລວທາງ ແລະ ການກະຕຣຽມ ບ່ອນທີ່ຈະສ້າງ ສະຖານີ ຣົດໄຟ ໃນພື້ນທີ່ຕ່າງໆ ແຕ່ຍັງບໍ່ໄດ້ ບອກ ຣາຍລະອຽດ ກ່ຽວກັບ ຄ່າຊົດເຊີຍ ໃຫ້ແກ່ ຊາວບ້ານເທື່ອ. ປັດຈຸບັນ ກໍມີຄົນງານຈີນ ເຂົ້າມາ ແຂວງຫຼວງນ້ຳທາ ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.