ການປັກແລວທາງຣົດໄຟ ສຳເຣັດແລ້ວ

ອຸ່ນແກ້ວ ສຸກສະຫວັນ
2017.10.13
f-railway ການກໍ່ສ້າງທາງຣົດໄຟ ຢູ່ເຂດບ້ານນາເຕີຍ ເມືອງແລະແຂວງຫລວງນໍ້າທາ (ຮູບຖ່າຍວັນທີ 6 ຕຸລາ 2017)
RFA/VD

ເຈົ້າໜ້າທີ່ທາງການລາວ ໄດ້ສໍາເຣັດການປັກຫລັກໝາຍ ແລວທາງລົດໄຟ ລາວ-ຈີນ ເປັນທີ່ຮຽບຮ້ອຍ ແລະຈະຈ່າຍຄ່າຊົດເຊີຍ ຕາມການ ຕົກລົງ ເຫັນພ້ອມກັບ ປະຊາຊົນ ທີ່ໄດ້ຮັບຜົນກະທົບ. ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະຂົນສົ່ງ ແລະທັງເປັນຫົວຫນ້າ ຝ່າຍຮັບຜິດຊອບ ວຽກງານກໍ່ສ້າງ ໄດ້ກ່າວຕໍ່ ເອເຊັຍເສຮີ ໃນວັນທີ 12 ຕຸລາ ວ່າ:

"ປັກນິສຳເລັດແລ້ວ ລະບາດນິ ປັກສຳເລັດແລ້ວ ຄະນະໄກ່ເກັ່ຽບາດນິ ກະຕ້ອງວັດແທກ ມີການນັບຄືນໃໝ່ ມັນກະນ້ອຍລົງບາດນີ້ ຄຽງຄູ່ ກັບການລໍຖ້າ ລາຄາຫົວໜ່ວຍຄະນະໄກ່ເກັ່ຽນີ້ ກະນັບ ນັບຄືນບາດນີ້ ສະນັ້ນເຮົາກະໃຫ້ແລ້ວ ແລ້ວ ພ້ອມກັນ".

ທ່ານ ລັດຕະນະມະນີ ກ່າວຕື່ມວ່າ ການຈ່າຍຄ່າຊົດເຊີຍ ຕ້ອງກວດກາຄືນ ໃຫ້ມີຄວາມເປັນເອກກະພາບ ກັບປະຊາຊົນ ປະຊາຊົນ ທີ່ຖືກ ຜົນກະທົບເພື່ອໃຫ້ເຂົາເຈົ້າພໍໃຈ ແລະຄາດວ່າຈະມີ ການສະຫລຸບໂຕເລກຄ່າຊົດເຊີຍ ຜູ້ທີ່ໄດ້ຮັບຜົນກະທົບ ພາຍໃນຕົ້ນເດືອນ ພຶສຈິກາ ທີ່ຈະມາເຖີງນີ້.

ແຕ່ໃນເວລາດຽວກັນ ປະຊາຊົນ ແຂວງຫຼວງພຣະບາງ ທີ່ໄດ້ຮັບຜົນກະທົບ ກໍມີຄວາມກັງວົນ ວ່າຈະບໍ່ໄດ້ຄ່າ ຊົດເຊີຍທີ່ດິນ, ສິ່ງປຸກສ້າງ, ເຮືອນ ແລະ ຜົນລະປູກ ຕາມລາຄາທ້ອງຕະຫລາດ.

ປະຊາຊົນ ທ່ານນີ້ ກ່າວວ່າ ກ່ອນຈະຖືກ ໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ຕົນໄດ້ຮຽກຮ້ອງ ຂໍຄ່າຊົດເຊີຍ ຈາກທາງການ ຈຳນວນ 300 ລ້ານກີບ ສຳລັບຕັ້ງຕົ້ນ ຊີວິດຢູ່ບ່ອນໃໝ່, ແຕ່ ມາຮອດດຽວນີ້ ຍັງບໍ່ໝັ້ນໃຈວ່າ ຈະໄດ້ຮັບເງິນ ນັ້ນເມື່ອໃດ ແລະ ຈະໄດ້ຕາມຈຳນວນ ທີ່ຂໍໄປຫລືບໍ່.

ນອກຈາກນີ້ກໍຍັງມີປະຊາຊົນ ຫາງສຽງຂອງສັງຄົມ ວິພາກວິຈານ ວ່າປະຊາຊົນຈຳນວນນຶ່ງ ທີ່ໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ບໍ່ຢາກຍ້າຍອອກ ແຕ່ເຂົາເຈົ້າ ຈຳເປັນຕ້ອງຍ້າຍ ຍ້ອນວ່າ ຖືກບັງຄັບ ໃຫ້ຍ້າຍ. ກ່ຽວກັບເລື້ອງນີ້ ທ່ານ ລັດຕະນະມະນີ ກໍໃຫ້ການ ປະຕິເສດ ວ່າບໍ່ມີການບັງຄັບ, ດັ່ງ ທ່ານ ກ່າວວ່າ:

"ບໍ່ເຮົາເປີດກອງປະຊຸມ ກັບປະຊາຊົນຄັກແນ່ ກອງປະຊຸມເປີດກ້ວາງ ບໍ່ແມ່ນຜູ້ໃດຜູ້ນຶ່ງໄປເວົ້າ ເນາະ ເຮົາກະໃຫ້ເພິ່ນ ມີຄວາມເຫັນຕາມ ປະຊາທິປະໄຕ ເຂົາກະມີຄວາມເຫັນ ປະຊາຊົນ ບໍ່ມີ ຄວາມເຫັນ ບໍ່ແມ່ນເຮົາຜູ້ນຶ່ງ ໄປບັງຄັບ ໄປອີ່ສັງເວົ້າ ຄືບາງຄົນຄິດຫັ້ນ ມັນບໍ່ແມ່ນ ມັນຕ້ອງໄປເບິ່ງໂຕຈິງ".

ເຈົ້າໜ້າທີ່ໂຄງການທາງຣົດໄຟ ຈະສາມາດສລຸບ ຈຳນວນຄອບຄົວ ທີ່ຈະຖືກຍົກຍ້າຍ, ຕົວເລກຄ່າຊົດເຊີຍ, ຈຳນວນເຮືອນ ສິ່ງປຸກສ້າງ ແລະ ເນື້ອທີ່ດິນ ຫລັງຈາກທີ່ ປະຊາຊົນໄດ້ເຫັນ ຈາກ ປະຊາຊົນ ແລະ ສະເໜີໃຫ້ ສະພາຮັບຮອງເອົາ.

ມາເຖີງປັດຈຸບັນ ການກໍ່ສ້າງທາງຣົດໄຟ ມີຄວາມຄືບໜ້າ 11.4 ເປີເຊັນ, ມີການເຈາະອຸມົງ 49 ແຫ່ງ ຈາກຈຳນວນອຸມົງ ທັງໝົດ 75 ແຫ່ງ, ປັດຈຸບັນ ມີກຳມະກອນຈີນ ມາເຮັດວຽກ ຢູ່ລາວປະມານ 7 ພັນຄົນ ຊຶ່ງລວມມີ ຄະນະວິຊາການ, ຜູ້ຊ່ຽວຊານ ແລະຄະນະຜູ້ ຄຸ້ມຄອງ.

ອີງຕາມ ທ່ານ ລັດຕະນະມະນີ, ໂຄງການທາງລົດໄຟ ຕ້ອງການປະມານ ກຳມະກອນລາວ ປະມານ 7,000 ຄົນ. ມາເຖີງປັດຈຸບັນມີ ຄົນລາວມາເຮັດວຽກ ຢູ່ໃນໂຄງການ ທາງລົດໄຟ ລາວ-ຈີນ ປະມານ 1 ພັນຄົນ.

ໂຄງການທາງຣົດໄຟລາວ-ຈີນ ມີຄວາມຍາວ 414 ກິໂລແມັດ ຕັດຜ່ານແຂວງ ຫລວງນ້ຳທາ ຂ.ອຸດົມໄຊ ຂ.ຫລວງພຣະບາງ ຂ.ວຽງຈັນ ແລະນະຄອນຫລວງວຽງຈັນ ແລະ ມີມູນຄ່າການກໍ່ສ້າງ ປະມານ 6 ຕື້ ໂດລາ ໃນນັ້ນ ລາວຖືຮຸ້ນ 30 ເປີເຊັນ ແລະ ຈີນ 70 ເປີເຊັນ.

ເຈົ້າໜ້າທີ່ທາງການ ລາວ ແລະ ຈີນ ໄດ້ວາງສີລາເລິກ ການກໍ່ສ້າງ ທາງລົດໄຟ ໃນວັນທີ 25 ທັນວາ ປີ 2016 ທີ່ຜ່ານມາ ຢູ່ແຂວງ ຫລວງພຣະບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.