ມ.ຊຽງເງິນ 10 ປາຍຄອບຄົວ ຖືກ ທາງຣົດໄຟ

ໄມຊູລີ
2017.11.29
f-railway ການກໍ່ສ້າງຂົວ ຂ້າມນໍ້າຂອງ ສໍາລັບທາງຣົດໄຟ ຣະຫວ່າງເມືອງຫຼວງພຣະບາງ ຫາ ເມືອງຈອມເພັດ (ຮູປຖ່າຍເດືອນຕຸລາ 2017)
RFA/AS

ປະຊາຊົນຈໍານວນ 10 ປາຍຄອບຄົວ ຢູ່ບ້ານແອນສະຫວັນ ເມືອງຊຽງເງິນ ແຂວງຫລວງພຣະບາງ ຖືກຜົນກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຊຶ່ງການສ້າງແລວທາງຣົຖໄຟ ຈະກວມເນື້ອທີ່ ການຜລິດຂອງຊາວບ້ານ ໂດຍຈະເຫັນໄດ້ຈາກ ປັຈຈຸບັນນີ້ ບໍຣິສັດ ຮັບເຫມົາກໍ່ສ້າງ ໄດ້ໄປປັກແລວໄວ້ ເທິງດິນ ຂອງປະຊາຊົນແລ້ວ ດັ່ງເຈົ້າໜ້າທີ່ ເມືອງຊຽງເງິນ ທ່ານນຶ່ງ ກ່າວວ່າ:

“ຖຶກຢູ່ທາງປາກທາງ ມັນຕັດຂ້າມປາກທາງບ່ອນໃກ້ໆກັບທາງເລກ 3 ແຫລະ ມັນກະຖືກປະຊາຊົນ 10 ປາຍຄອບຄົວພຸ້ນແຫຼະ ມັນກໍບໍ່ ຖືກເຮືອນດອກ ມັນຖືກດິນ ທໍາການຜລິດ ສວນໄມ້ສັກ ສວນຫມາກນັດ.”

ທ່ານກ່າວຕຶ່ມວ່າ ປັຈຈຸບັນ ຢູ່ບ້ານແອນສະຫວັນ ຍັງບໍ່ມີການດຸດດິນ ສໍາຫລັບສ້າງທາງຣົຖໄຟ ເທື່ອ ນອກຈາກປັກແລວຊື່ໆ ແລະ ຍັງບໍ່ມີ ຄົນງານຈີນ ເຂົ້າມາຫຼາຍເທື່ອມີແຕ່ຜູ້ຮັບເຫມົາ ໂຄງການສ້າງທາງຣົຖໄຟ ເອົາຣົຖຈົກດິນມາຈົກດິນແລະຊາຍ ພາຍໃນ ບໍຣິເວນບ້ານ ເພື່ອ  ຕຽມການສ້າງ ອຸໂມງຣົຖໄຟ ແຕ່ລະແຫ່ງ ພາຍໃນເມືອງຊຽງເງິນ ຊຶ່ງຂະນະນີ້ ກໍາລັງລົງມືສ້າງ ຢູ່ 2 ແຫ່ງ.

ທ່ານວ່າ ນອກຈາກປະຊາຊົນບ້ານແອນສະຫວັນແລ້ວ ປະຊາຊົນອີກ 102 ຄອບຄົວຢູ່ບ້ານບວມອໍ້ ເມືອງຊຽງເງິນ ກໍຈະໄດ້ຮັບ ຜົນກະທົບ ຈາກໂຄງການ ສ້າງທາງຣົຖໄຟນີ້ ເຊັ່ນດຽວກັນ ພ້ອມທັງຈະຖືກຍົກຍ້າຍ ຈາກທີ່ຢູ່ອາສັຍ ແລະເສັຍທີ່ດິນ ໃຫ້ແກ່ ໂຄງການປະມານ 94 ຕອນ ຮອດປັຈຈຸບັນ ຍັງບໍ່ມີ ຄໍາຕອບວ່າ ຈະໄດ້ຮັບ ຄ່າຊົດເຊີຍເມື່ອໃດ.

ເມື່ອບໍ່ດົນມານີ້ ທາງການລາວໄດ້ເປິດເຜີຍ ວ່າ ປະຊາຊົນໃນ 5 ແຂວງ ຄື: ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພຣະບາງ, ແຂວງວຽງຈັນ, ແລະນະຄອນຫລວງວຽງຈັນ ທີ່ຖືກຜົນກະທົບ ຈາກ ການສ້າງທາງ ຣົຖໄຟ ມີທັງໝົດ ປະມານ 4 ພັນຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.