ຂ.ວຽງຈັນຕຽມເຈາະອຸມົງ ຣົດໄຟ

ສິດນີ
2017.04.06
f-railroad ອຸປກອນເຄື່ອງຈັກ ທີ່ນໍາເຂົ້າມາຈາກຈີນ ເພື່ອວຽກງານກໍ່ສ້າງ ທາງຣົດໄຟ ລາວ-ຈີນ ທີ່ເລີ້ມຈາກ ແຂວງຫຼວງນໍ້າທາ
RFA/NY

ໂຄງການທາງຣົດໄຟ ລາວ-ຈີນ ຢູ່ແຂວງວຽງຈັນ ຈະເລີ້ມລົງມືເຈາະອຸມົງ ໃນໄວໆນີ້ ຫຼັງຈາກໄດ້ໝາຍຄອນຄຣີດ ຕາມບ່ອນທີ່ຈະເຈາະ ອຸມົງ ໃນແຕ່ລະແຫ່ງສິ້ນສຸດລົງ ພ້ອມທັງໄດ້ ສຳຣວດພື້ນທີ່ ຢ່າງລະອຽດ ກ່ອນຈະລົງມື. ດັ່ງເຈົ້າຫນ້າທີ່ທ້ອງຖິ່ນ ແຂວງວຽງຈັນເວົ້າວ່າ:

"ຍັງເພິ່ນກຳລັງ ສຳຣວດເນາະ ຍັງບໍ່ທັນໄດ້ຂຸດເທື່ອ ຖ້າວ່າເຮົາສຳຣວດແລ້ວ ກະສິລົງມື ຫັ້ນແຫຼ້ວ ເພາະວ່າຄວາມພ້ອມຂອງເພິ່ນ ກໍມີ ແລ້ວ ເພາະວ່າ ຣັຖບານ ກະໄດ້ເຊັນ ຮັບຮູ້ ລະກະຖືວ່າ ທາງທ້ອງຖິ່ນ ເຮົາກໍມີພຽງແຕ່ ອຳນວຍ ຄວາມສະດວກ".

ທ່ານກ່າວຕື່ມວ່າ ທີ່ແຂວງວຽງຈັນ ໃນເວລານີ້ ນັກວິຊາການ ໄດ້ສຳຣວດພື້ນທີ່ ແລວເສັ້ນທາງຣົດໄຟ ຈະຜ່ານເພີ້ມຕື່ມ ເພື່ອຫຼຸດຜ່ອນ ຜົລກະທົບ ຕໍ່ບ່ອນຢູ່ອາສັຍ ແລະທີ່ດິນ ຂອງຊາວບ້ານ.

ໂຄງການ ເສັ້ນທາງຣົດໄຟ ລາວ-ຈີນ ທີ່ແຂວງວຽງຈັນ ຈະສ້າງ ສະຖານີ ສອງແຫ່ງ ແຫ່ງທຳອິດ ຢູ່ເມືອງໂພນໂຮງ ທີ່ຈະເປັນບ່ອນ ເຄື່ອນຍ້າຍສິນຄ້າຂນາດໃຫຍ່ ແລະແຫ່ງທີ່ສອງ ຢູ່ເມືອງວັງວຽງ ສຳລັບຮອງຮັບ ນັກທ່ອງທ່ຽວ ແຕ່ຍັງບໍ່ມີຣາຍລະອຽດ ທີ່ຊັດເຈນເທື່ອ.

ປັດຈຸບັນ ແຂວງຕ່າງໆ ໃນເຂດພາກເຫນືອ ຂອງລາວ ບ່ອນທີ່ເສັ້ນທາງ ຣົດໄຟ ຈະຜ່ານເປັນຕົ້ນ ແຂວງຫຼວງນ້ຳທາ ອຸດົມໄຊ ແລະ ຫຼວງພຣະບາງ ກໍມີແຮງງານຈີນ ເຂົ້າມາຕຽມວຽກງານ ເຈາະອຸມົງແລ້ວ ກ່ອນຈະຮອດ ຣະດູຝົນ ບາງແຫ່ງກໍໄດ້ ເລີ້ມລົງມືແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.