ຊາວນະຄອນຫຼວງນ້ອຍໃຈ ຄ່າ ຊົດເຊີຍ

ສິດນີ
2017.08.28
f-railway ປ້າຍໂຄສະນາ ໂຄງການທາງຣົດໄຟ ລາວ-ຈີນ
RFA/LX

ຊາວນະຄອນຫຼວງວຽງຈັນ ເຂດເມືອງໄຊທານີ ແລະ ນາຊາຍທອງ ຜູ້ທີ່ຈະໄດ້ຮັບຜົລກະທົບ ຍ້ອນໂຄງການ ກໍ່ສ້າງເສັ້ນທາງ ຣົດໄຟລາວ -ຈີນ ບໍ່ພໍໃຈພາຍຫຼັງ ທີ່ໄດ້ຮູ້ເຖິງ ແນວທາງການໃຫ້ ຄ່າຊົດເຊີຍ ທີ່ສເນີ ໂດຍສະພາ ແຫ່ງຊາຕ,  ທີ່ຈະໃຫ້ຄ່າ ຊົດເຊີຍ ແບບເອົາຣາຄາ ເກົ່າບວກກັບຣາຄາໃໝ່ ແລ້ວຫານສອງ ຫຼືເວົ້າງ່າຍໆວ່າ ຈະໄດ້ຮັບ ຄ່າຊົດເຊີຍ ຕ່ຳກວ່າ ຣາຄາທ້ອງຕລາດ. ດັ່ງຊາວບ້ານທ່ານນຶ່ງໄດ້ກ່າວ ຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 23 ສິງຫາ 2017 ຕອນນຶ່ງວ່າ:

“ພໍ່ແມ່ປະຊາຊົນ ມັນກະບໍ່ພໍໃຈ ຫັ້ນແຫຼະ ບາງຄົນເນາະ ເພາະວ່າເຣື້ອງດິນ ເຮົາຢາກໄດ້ຕອນນຶ່ງ ກະບໍ່ແມ່ນຂອງ ທັມມະດາ, ຫັ້ນນ່າ. ແຕ່ວ່າອັນນີ້ ຂ້າພະເຈົ້າ ກະໄດ້ເຂົ້າຮ່ວມ ກອງປະຊຸມ ທີ່ວ່າກ່ຽວກັບ ທາງຣົດໄຟ ເນາະ, ໂດຍສະເພາະ ກະທ່ານນາງ ປານີ ຢ່າທໍ່ຕູ້ ຫັ້ນແຫຼະ ເພິ່ນກະເຂົ້າຮ່ວມ ເນາະ. ຖືວ່າ 50-50 ຣັຖບານ ເຄິ່ງນຶ່ງ ປະຊາຊົນ ເຄິ່ງນຶ່ງ ສົມມຸດເພິ່ນເວົ້າ ຫັ້ນນ່າ ແຕ່ວ່າໂຕນີ້ ຫັ້ນນ່າ. ບາງຄົນ ບາງປະຊາຊົນ ບໍ່ຢາກພໍໃຈເນາະ ໂຕນີ້ເນາະ ເວົ້າເຣື້ອງ ຊົດເຊີຍໂຕນີ້, ເຂົາລະຢາກໄດ້ ເຕັມຮ້ອຍ ຫັ້ນນ່າ ມັນເປັນຈັ່ງຊັ້ນ ປະຊາຊົນ ສ່ວນຫຼາຍ”.

ທ່ານກ່າວຕື່ມວ່າ ຊາວບ້ານຫຼາຍຄົນ ເຖິງວ່າຈະບໍ່ພໍໃຈ ແລະບໍ່ເຫັນດີກັບຂໍ້ສເນີ ໃນການແກ້ໄຂ ບັນຫາ ຂອງສະພາແຫ່ງຊາຕ ກໍ່ຕາມ, ແຕ່ທຸກຄົນ ກໍຮູ້ດີວ່າ ສຸດທ້າຍແລ້ວ ກໍຕ້ອງໄດ້ ຍອມຮັບ ຄ່າຊົດເຊີຍນັ້ນ ຕ້ອງໄດ້ ປະຕິບັດ ຕາມມະຕິ ຂອງ ຣັຖບານ ຫຼື ກົດໝາຍ ທີ່ກຳນົດ ອອກມາ.

“ອັນໂຕນີ້ເຮົາກະຂີນໃຈ ຂອງຣັຖບານບໍ່ໄດ້ເນາະ ຍອມຄືກັນໄດ໋ໂຕນີ້. ຄັນເຮົາຮັບບໍ່ໄດ້ ກະຈັກ ຊິເຮັດແນວໃດ? ເພາະວ່າເພິ່ນ ກະມີມະຕິ ຕົກລົງ ລະມັນກະມີ ກົດໝາຍ ຂອງຣັຖບານ ຢູ່ຫັ້ນ ຈັກຊິຂີນໃຈ ຂອງເພິ່ນແນວໃດ? ຖ້າຣັຖບານ ຂໍ້ກົດໝາຍ ວ່າແນວນັ້ນ ແນວນີ້ເນາະ ເພິ່ນວາງ ຣະບຽບກົດໝາຍ ມານີ້ ດິນຣັຖ ມັນຕ້ອງມີທໍ່ນີ້ ປະຊາຊົນ ຕ້ອງມີສ່ວນຮ່ວມ ສົມມຸດວ່ານ່າ ຄັນເຮົາຂີນໃຈ ເພິ່ນບໍ່ໄດ້ ກະຈຳເປັນ ຫັ້ນແຫຼະ”.

ຊາວບ້ານຜູ້ທີ່ໄດ້ຮັບ ຜົລກະທົບ ອີກທ່ານນຶ່ງ ກໍເວົ້າວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ ຣັຖບານ ຊົດເຊີຍ ໃຫ້ຊາວບ້ານ ຢ່າງເປັນທັມ ແລະຖ້າ ສາມາດ ຊອກທີ່ດິນ ບ່ອນໃໝ່ ໃຫ້ໄດ້ ກໍຈະເປັນການດີ ເພື່ອໃຫ້ຊາວບ້ານ ສາມາດ ປຸກເຮືອນຢູ່ໄດ້ ຕາມເດີມ:

“ຕາມທັສນະພໍ່ນີ້ ນຶ່ງເນາະ ຄັນວ່າຢູ່ໃນຫັ້ນ ເພິ່ນຢາກຊົດເຊີຍເນາະ ເພິ່ນມີດິນ ທີ່ວ່າດິນ ພັກແລະຣັຖ ດິນອັນເປົ່າຫວ່າງ ຫຼືວ່າດິນມັນກະ ມີຫຼາຍຢູ່ ເດ້ບ້ານເມືອງເຮົາ ມັນກະຍັງມີ ຄຶດວ່າໃຫ້ເພິ່ນໄປ. ຄັນວ່າເຮືອນຊານ ບ້ານແປ້ນ ກະໃຫ້ເພິ່ນ ຊົດເຊີຍ ເຮືອນຊານ ພໍໄດ້ຢູ່ໄດ້ເຊົາ ມີນ້ຳໃນຟືນໄຟ ສະດວກດີ ສະບາຍ ລະກະຊິຄື ໃຫ້ມັນມີ ດິນເຮືອນມີຊານຢູ່ ຄັນວ່າເຮືອນ ກະດາຍ ປຸກກະໃຫ້ ມັນໄດ້ຄືເກົ່າ ສົມນ້ຳ ສົມເນື້ອ ຫັ້ນລະ”.

ອີງຕາມການຣາຍງານຂ່າວຂອງ ໜັງສືພິມລາວພັທນາ ວ່າງຫລັງໆມານີ້ ແນວທາງ ການຊົດເຊີຍ ທີ່ສະພາແຫ່ງຊາຕ ໄດ້ສເນີໄປ ໃນເບື້ອງ ຕົ້ນນັ້ນ ຍັງບໍ່ທັນໄດ້ ເປັນການກຳນົດ ເປັນຣາຄາ ຕາຍໂຕເທື່ອ ເພາະການຄິດໄລ່ ຄ່າຊົດເຊີຍ ໂຕຈິງ ຍັງຈະຕ້ອງໄດ້ ມີການ ພິຈາຣະນາ ແລະ ຮັບຮອງຈາກ ສະພາ ປະຊາຊົນ ຂັ້ນແຂວງກ່ອນ, ຈາກນັ້ນ ຈຶ່ງສເນີຣັຖບານ ພິຈາຣະນາຕື່ມ ກ່ອນທີ່ຈະນຳໄປ ປະຕິບັດ ຊົດເຊີຍ ໂຕຈິງ ໃຫ້ກັບ ປະຊາຊົນໄດ້.

ສະເພາະໃນເຂດ ນະຄອນຫຼວງວຽງຈັນແລ້ວ, ຊາວບ້ານ ທີ່ຈະໄດ້ຮັບ ຜົນກະທົບ ຕາມແລວທາງຣົດໄຟ ລາວ-ຈີນ ມີ 5 ບ້ານ ອັນໄດ້ແກ່ ບ້ານນາຊັພ ບ້ານດົງຊຽງດີ ເມືອງນາຊາຍທອງ ແລະ ບ້ານນາທົ່ມ, ບ້ານໜອງວຽງຄຳ ແລະ ດອນໜູນ ເມືອງ ໄຊທານີ, ເຊິ່ງແລວທາງ ຣົດໄຟ ຈະຕັດຜ່ານ ທີ່ດິນ ແລະ ເຮືອນ ປະຊາຊົນ ຫຼາຍສິບຫຼັງ ເຮືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.