ຣົດໄຟ ລາວ-ວຽດ ຂ.ຄໍາມ່ວນ

ມະນີຈັນ
2015.08.27
F-Thakhek ເມືອງທ່າແຂກ ແຂວງຄໍາມ່ວນ
Screen captured from leknkp video

ເຈົ້າໜ້າທີ່ ແຂວງ ຄຳມ່ວນ ກ່າວວ່າ ທາງການ ລາວ ແລະ ວຽດນາມ, ວາງແຜນ ສ້າງ ທາງຣົດໄຟ ຢູ່ ແຂວງ ຄຳມ່ວນ, ຈາກ ເມືອງ ທ່າແຂກ ໄປຫາ ຊາຍແດນ ວຽດນາມ.
ຣົດໄຟ ສາຍນີ້ ຈະ ເຊື່ອມຕໍ່ ໃສ່ ທາງຣົດໄຟ ວຽດນາມ ແລະ ໄທ ເພື່ອ ເປັນສ່ວນ ນຶ່ງ ຂອງ ຣະບົບ ຄົມມະນາຄົມ ທີ່ ສຳຄັນ ສຳລັບ ປະຊາຄົມ ເສຖກິດ ອາຊຽນ. ແຕ່ ກໍຍັງ ບໍ່ທັນ ມີຂໍ້ມູນ ກ່ຽວກັບ ໂຄງການ ນີ້ເທື່ອ:

"ບໍ່ທັນມີ ຂໍ້ມູນ ຣະອຽດ ຕົວນີ້ນະ, ຍັງບໍ່ທັນໄດ້ ສໍາຣວດ ອອກມາ ຄວາມຍາວ ນີ້ ກະບໍ່ ແນ່ໃຈ ເນາະ, ແຕ່ວ່າ ແຕ່ຊາຍແດນ ມາ ໄລ່ຕັ້ງແຕ່ ເສັ້ນທາງ ຣົດໄຟ ຂອງ ວຽດນາມ ມາ ກະເກືອບໆ 200 ກວ່າ ພຸ້ນແຫຼະ ມັນ ກະເປັນທຶນ ສົມທົບ ຣັຖບານ ຫັ້ນແຫຼະ".

ທ່ານ ເວົ້າວ່າ ໂຄງການ ສ້າງ ທາງຣົດໄຟ ທີ່ວ່ານີ້, ມີຂຶ້ນ ຕາມ ບົດບັນທຶກ ຄວາມ ເຂົ້າໃຈກັນ ທີ່ ຣັຖບານ ລາວ ແລະ ວຽດນາມ ໄດ້ລົງນາມ ເມື່ອ ວັນທີ 22 ສິງຫາ 2015, ເພື່ອຮ່ວມກັນ ພັທນາ ຣະບົບ ຄົມມະນາຄົນ ແຕ່ປີ 2016 ເຖິງປີ 2025. ຣົດໄຟ ສາຍນີ້ ຈະເຊື່ອມຕໍ່ ໃສ່ ນະຄອນ ຫຼວງວຽງຈັນ, ໃສ່ ແຂວງ ຮ່າຕິງ ຂອງ ວຽດນາມ ແລະ ແຂວງ ໜອງຄາຍ ຂອງ ໄທ.

ທ່ານກ່າວ ອີກວ່າ ທາງຣົດໄຟ ສາຍນີ້ ມີຜົນດີ ຕໍ່ການ ຄົມມະນາຄົມ ຈາກ ແຂວງນີ້ ໄປປະເທດ ໃກ້ຄຽງ. ໃນຂນະ ດຽວກັນ ອາຈມີ ຜົນກະທົບ ຕາມມາ ຄື ຊາວຕ່າງ ປະເທດ ອາຈເຂົ້າມາຢູ່ ແຂວງນີ້ ຫຼາຍຂຶ້ນ ແລະ ອາຈເກີດ ຄວາມ ວຸ້ນວາຍ ໃນ ສັງຄົມ ໃນ ອະນາຄົດ.

ໜັງສືພິມ ຂອງ ທາງການ ລາວ ຣາຍງານວ່າ, ເມື່ອ ປີກາຍ ຣັຖບານ ເກົາຫລີໃຕ້ ໄດ້ຈັດ ງົບປະມານ 3 ລ້ານໂດລາ ສະຫະຣັດ ສຳລັບ ການສຶກສາ ຄວາມ ເປັນໄປໄດ້ ຂອງ ໂຄງການ ສ້າງ ເສັ້ນທາງ ຣົດໄຟ ຈາກ ນະຄອນ ຫຼວງວຽງຈັນ ໄປ ຄຳມ່ວນ ແລະ ທາງຣົດໄຟ ໃນ ວຽດນາມ, ຂນະທີ່ ເຈົ້າໜ້າທີ່ ດ້ານ ເທັກນິກ ຂອງ ກົມຣົດໄຟ ລາວ ຣາຍງານ ວ່າ ການສຶກສາ ໂຄງການ ນັ້ນ ຍັງບໍ່ທັນ ສຳເຣັດ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.