ປະຊາຊົນກັງວົນນໍາ ຄ່າຊົດເຊີຍ

ຈໍາປາທອງ
2017.12.29
f-railway ຫລັກໝາຍ ຂອງແລວທາງຣົດໄຟ ລາວ-ຈີນ
RFA/LX

ຊາວລາວຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຍັງຮູ້ສຶກກັງວົນນໍາ ຄ່າຊົດເຊີຍ ທີ່ພວກຕົນຈະໄດ້ຮັບ ນັ້ນຢູ່ ເພາະຢ້ານວ່າ ໃນຂະບວນການຊົດເຊີຍ ຄ່າເສັຽຫາຍທີ່ດິນ ແລະສິ່ງປຸກສ້າງນັ້ນ ອາຈມີຫຼາຍພາກສ່ວນ ຫຼືມີນາຍໜ້າ ເຂົ້າມາກ່ຽວຂ້ອງ ຊຶ່ງຈະເຮັດໃຫ້ ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ບໍ່ໄດ້ຄ່າຊົດເຊີຍ ເຕັມເມັດເຕັມໜ່ວຍ ຄືກັນກັບບາງໂຄງການ ໃນຣະຍະທີ່ຜ່ານມາ, ດັ່ງ ຊາວບ້ານໜອງວຽງຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 28 ທັນວາ ນີ້ວ່າ:

“ກະບໍ່ຢາກໃຫ້ມັນຮົ່ວ ໃຫ້ອີ່ຫຍັງຫັ້ນນ່າ, ຄັນວ່າແມັດທໍ່ນັ້ນ ກະໃຫ້ແມັດທໍ່ນັ້ນ ໃຫ້ປະຊາຊົນ ຫັ້ນ, ບໍ່ຢາກໃຫ້ວ່າມີນາຍໜ້າ ທໍ່ນັ້ນທໍ່ນີ້ ຫັ້ນນ່າ. ຄົນນີ້ຕີຣາຄາວ່າ ຄືໄລຍະຜ່ານມາ ຫຼາຍຄົນກະວ່າ ໂອ້ມີນາຍໜ້າ, ສົມມຸດວ່າ ພາກສ່ວນນີ້ລົງມາ ຍັງມີພາກສ່ວນອື່ນ ລົງມາອີກ ຫຼືວ່າມີນາຍໜ້າ ຈັ່ງຊັ້ນຈັ່ງຊີ້, ມັນກະມີຫາງສຽງຫຼາຍຢ່າງ, ຫັ້ນນ່າ. ແຕ່ວ່າປະຈຸບັນນີ້ ຂ້າພະເຈົ້າບໍ່ຢາກໃຫ້ມີສາ, ສົມມຸດວ່າແນວນັ້ນຫັ້ນນ່າ. ຄັນສົມມຸດວ່າຣັຖບານວ່າໂອ້ແມັດ 500 ເດີ້ ກະຂໍໃຫ້ເປັນແມັດ 500 ຊີ້ນ່າ. ຖືວ່າໃຫ້ຮອດມືປະຊາຊົນໂລດ, ສົມມຸດວ່າ. ຂໍແຕ່ແນວນັ້ນ ທໍ່ນັ້ນສາ.”

ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຜູ້ໄດ້ຮັບຜົລກະທົບອີກທ່ານນຶ່ງ ຢູ່ບ້ານນາທົ່ມ ກໍຍັງເຊື່ອໝັ້ນວ່າ ໂຄງການດັ່ງກ່າວຈະມີຄວາມໂປ່ງໃສ ແລະ ການຊົດເຊີຍຄ່າເສັຽຫາຍ ໃຫ້ແກ່ປະຊາຊົນ ກໍຈະມີຄວາມເປັນທັມ ຕາມທີ່ປະທານສະພາແຫ່ງຊາຕ ໄດ້ມາໂອ້ລົມ ກັບຊາວບ້ານ ເມື່ອເດືອນ ສິງຫາ ທີ່ຜ່ານມາ. ດັ່ງທີ່ທ່ານກ່າວວ່າ:

“ຕາມເນື້ອໃນໂຕຈິງນີ້ ພໍ່ກະຄຶດວ່າເປັນໄປໄດ້ໄດ໋, ຕາມທັສນະພໍ່ວ່າ, ແຕ່ວ່າຜູ້ອື່ນພໍ່ກະບໍ່ຮູ້ຈັກ ຕາມຟັງ. ຕາມທັສນະພໍ່ຜ່ານມາ ກະບໍ່ເຫັນມາ ກະທົບກະເທືອນເຮົາໄດ໋ ຫຼືວ່າຊິເປັນນຳຜູ້ກະທົບກະເທືອນ ຜ່ານມາກ່ອນພໍ່ກະບໍ່ຮູ້ເນາະ, ແຕ່ວ່າກະຄຶດວ່າ ຕ້ອງເປັນໄປຄືແນວນັ້ນ. ຕົວຢ່າງ ຄືເພິ່ນເວົ້າມາ ປານີ ຢ່າທໍ່ຕູ້ ເວົ້າມາຄືລາວສ້າງສະພາຫັ້ນລະ ທາງທາດຫຼວງພຸ້ນ ເພິ່ນກະຊົດເຊີຍໃຫ້ໄດ້ ພໍຢູ່ພໍກິນມາຕຖານຢູ່ໄດ໋ລະ ເພິ່ນ ກະວ່າບໍ່ໃຫ້ອັນນັ້ນໄດ໋ ປະຊາຊົນກະບໍ່ໄດ້ຂັດຂ້ອງໄດ໋ລະ.”

ຂະນະນີ້ ຊາວບ້ານຫລາຍຄອບຄົວ ທີ່ໄດ້ຮັບຜົລກະທົບນັ້ນ ຍັງລໍຄອຍຖ້າຢ່າງໃຈຈົດໃຈຈໍ່ ນໍາຄ່າຊົດເຊີຍນັ້ນຢູ່ ເພື່ອທີ່ຈະໄດ້ມີເວລາກຽມໂຕ ໂຍກຍ້າຍ ອອກຈາກທີ່ດິນຂອງຕົນ ທີ່ຖືກຜົລກະທົບນັ້ນ. ເມື່ອບໍ່ດົນມານີ້, ທາງການລາວແລະຈີນ ໃຫ້ຄຳໝັ້ນສັນຍາ ວ່າໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ທີ່ມີມູລຄ່າປະມານ 6 ຕື້ໂດລາ ສະຫະຣັຖ ນັ້ນຈະເປັນໂຄງການ ທີ່ມີຄວາມໂປ່ງໃສ ປາສຈາກ ການສໍ້ຣາສບັງຫຼວງ ໃນທຸກຂັ້ນຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.