ຂ.ຫຼວງນໍ້າທາຕຣຽມຍ້າຍ ຊາວບ້ານ

ຈໍາປາທອງ
2016.08.01
F-Raiway ຫລັກໝາຍ ຂອງ ແລວທາງ ຣົດໄຟ ລາວ-ຈີນ
RFA/LX

ປະຊາຊົນແຂວງຫລວງນໍ້າທາ ເກືອບ 300 ຄອບຄົວ ຊຶ່ງສ່ວນຫຼາຍ ແມ່ນ ບ້ານນາເຕີຍ ແລະ ບ້ານບໍ່ເຕັນ ເມືອງ ຫຼວງນໍ້າທາ ຖືກສັ່ງໃຫ້ ຕຣຽມຍ້າຍ ໄປຢູ່ບ່ອນໃໝ່ ຍ້ອນ ທາງຣົດໄຟ ຈະຜ່ານ. ດັ່ງ ເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ກ່າວຕໍ່ RFA ເມື່ອ ວັນທີ 29 ກໍຣະກະດາ 2016 ນີ້ວ່າ:

"ຜົລກະທົບ ກະຫາກຫຼາຍແຫຼະ ເກືອບຮອດ 300 ນີ້ແຫຼະ ຢູ່ນາເຕີຍນີ້ກະ 150 ປາຍ ບໍ່ເຕັນຮອດ 100 ປາຍ ກະສິມີດິນ ເຮືອນແດ່ ລະກະດິນ ທໍາການ ຜລິດເນາະ ດິນໄຮ່ ດິນສວນ ນີ້ແຫຼະ ທາງຣົດໄຟ ນີ້ເພິ່ນ ກໍາລັງ ເອົາຂໍ້ມູນ ຜົລກະທົບ ກໍາລັງ ສໍາຣວດ ດຽວນີ້ເພິ່ນ ກະປັກຫລັກໝາຍ ແລວ ເສັ້ນທາງ ຣົດໄຟ ເພິ່ນກະປັກ ໝົດ ແລ້ວເດ".

ເຈົ້າໜ້າທີ່ ປົກຄອງ ເມືອງ ຫຼວງນໍ້າທາ ເວົ້າວ່າ ຊາວບ້ານ ຈໍານວນ ດັ່ງກ່າວ ຈະຖືກໂຍກຍ້າຍ ອອກຈາກ ບ້ານເກົ່າ ຫລັງຈາກ ອອກພັນສາ ປີນີ້ ແຕ່ທາງການ ຍັງບໍ່ທັນ ກໍານົດ ຄັກແນ່ວ່າ ຈະໃຫ້ ພວກເຂົາເຈົ້າ ຍ້າຍໄປຢູ່ ບ່ອນໃດ ກັນແທ້ ເຮັດໃຫ້ ຊາວບ້ານກັງວົນ ເພາະວ່າຢູ່ ເມືອງ ຫຼວງນໍ້າທາ ບໍ່ມີດິນ ຫວ່າງແລ້ວ:

"ກະຄິດວ່າ ອອກພັນສາ ນີ້ແຫຼະ ຍົກຍ້າຍ ປີນີ້ນີ່ແຫຼະ ບໍ່ຮູ້ວ່າ ສິຍ້າຍ ໄປຢູ່ໃສ ດຽວນີ້ ດິນ ມັນໝົດແລ້ວເດ ມັນບໍ່ມີ ບ່ອນ ແລ້ວເດ ບໍ່ທັນວ່າ ອິສັງນໍາ ດຽວນີ້ມີແຕ່ ຂະເຈົ້າ ເກັບຂໍ້ມູນໄປ ຍັງບໍ່ທັນໄດ້ ມີຄນະໄກ່ເກັ່ຽ ລົງມາເທື່ອ ເຣຶ່ອງຍົກຍ້າຍ ເພິ່ນ ກໍພໍໃຈຢູ່ ແຕ່ວ່າໃຫ້ມີ ບ່ອນຈັດສັນ ຂອງຂະເຈົ້າ".

ປັດຈຸບັນນີ້ ນັກວິຊາການ ປະຈໍາ ໂຄງການ ທາງຣົດໄຟ ລາວ-ຈີນ ກໍາລັງສໍາຣວດ ເສັ້ນທາງ ຢູ່ຫຼາຍແຂວງ ໃນເຂດ ທາງຣົດໄຟ ຈະຜ່ານ ແລະ ເລີ້ມເຈາະ ອຸໂມງ ຢູ່ບາງ ເຂດ ເປັນຕົ້ນ ໃນ ແຂວງອຸດົມໄຊ.

ສໍາລັບປະຊາຊົນ ທີ່ ທາງການລາວ ຈະໃຫ້ໂຍກຍ້າຍ ອອກຈາກ ບ້ານເກົ່ານັ້ນ ຫຼາຍຄົນ ກັງວົນນໍາ ເຣຶ່ອງ ຄ່າຊົດເຊີຍ ແລະ ດິນຈັດສັນ ນັ້ນຢູ່ ເພາະຢ້ານວ່າ ຈະໄດ້ຄ່າ ຊົດເຊີຍ ຄວາມເສັຍຫາຍ ທີ່ຕົນຈະໄດ້ຮັບ ແບບບໍ່ເປັນທັມ ຈາກ ທາງການ ຊຶ່ງ ດຽວນີ້ ຍັງບໍ່ເປີດເຜີຍ ໃຫ້ ປະຊາຊົນ ຮູ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.