ຂ.ຫຼວງພຣະບາງຈະເລີ້ມທາງ ຣົດໄຟ

ສິດນີ
2016.12.28
F-Laos-China-train ໂສມໜ້າຕົວຢ່າງ ຂອງຣົດໄຟຄວາມໄວສູງ ທີ່ທາງການລາວ ແລະທາງການຈີນ ມີໂຄງການຮ່ວມກັນ
Lao voices

ໃນມື້ວັນທີ 25 ທັນວາ ຜ່ານມາ ທາງການລາວ ໄດ້ຈັດພິທີ ເປີດ ການກໍ່ສ້າງ ເສັ້ນທາງ ຣົດໄຟ ລາວ-ຈີນ ທີ່ແຂວງ ຫຼວງພຣະບາງ ຢ່າງເປັນ ທາງການ ໂດຍຄາດວ່າ ຈະເລີ້ມລົງມື ສ້າງ ໃນໄວໆນີ້. ກ່ຽວກັບ ເຣື້ອງນີ້ ເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງຫນ່ວຍງານ ກ່ຽວຂ້ອງ ທີ່ແຂວງ ຫຼວງພຣະບາງ ເຈົ້າຫນ້າທີ່ ນາງນຶ່ງ ເວົ້າວ່າ ໃນເວລານີ້ ກຳລັງ ຕຣຽມການ ສ້າງທາງ ໄປຫາບ່ອນ ທີ່ຈະສ້າງ ໂດຍໃຊ້ ແຮງງານລາວ ເປັນຜູ້ ຕຣຽມການ:

"ແມ່ນແຫຼະກຳລັງເລີ້ມຊີ່ນະ ກໍເປີດພີທີນີ້ນະ ຂະເຈົ້າເອົາອຸປກອນເຂົ້າມາ ແລ້ວຕຽມທະລຸທາງ ອັນຕັ້ງອຸປກອນ ໄປເຮັດທາງ ນັ້ນແຫຼະ ກໍມີແຕ່ ຂະເຈົ້າ ທະລຸທາງ ໄປຊື່ໆຊີນະ ອຸປກອນ ກໍມີແຕ່ກົນຈັກ ຂະເຈົ້າ ກໍຈ້າງຄົນລາວ ນີ້ແຫລະ".

ນາງ ກ່າວຕື່ມວ່າ ສຳລັບການ ນຳເຂົ້າ ແຮງງານຈີນ ທີ່ຈະມາເຮັດວຽກ ໃນໂຄງການ ຣົດໄຟ ລາວ-ຈີນ ນັ້ນ ມີແຕ່ພວກ ນັກວິຊາການ ໂຄງການ ຣົດໄຟ ເທົ່ານັ້ນ ທີ່ຈະເຂົ້າມາ ໃນ ປັດຈຸບັນ ຄົນງານຈີນ ທີ່ຈະເຂົ້າມາ ເຮັດວຽກ ກໍ່ສ້າງນັ້ນ ຍັງບໍ່ໄດ້ ນຳເຂົ້າມາເທື່ອ:

"ມີແຕ່ມານີ້ ແຕ່ຂໍເຂົ້າມາ ແມ່ນກໍມີແຕ່ ນັກວິຊາການ ຄົນງານຍັງບໍ່ທັນ ເຂົ້າມາ ອຸປກອນກໍມີແຕ່ ກົນຈັກ ກໍມີແຕ່ ຂະເຈົ້າຈ້າງ ຄົນລາວ ນີ້ແຫຼະ".

ນາງວ່າ ກ່ຽວກັບ ການກໍ່ສ້າງນັ້ນ ອາດຈະເລີ້ມຈາກ ປີ 2017 ເປັນຕົ້ນໄປ ເພາະໃນ ເວລານີ້ ແມ່ນການ ກະຕຽມ ການສ້າງທາງ ເຂົ້າໄປຫາ ບ່ອນຈະສ້າງ ເພື່ອຕຽມການ ເຄື່ອນຍ້າຍ ອຸປກອນ ແລະ ສີ່ງກໍ່ສ້າງຕ່າງໆ. ເສັ້ນທາງ ຣົດໄຟ ລາວ-ຈີນ ຈະຜ່ານແຂວງ ຫຼວງພຣະບາງ ໄລຍະທາງ 18 ກິໂລແມັດ ຈະຜ່ານຫຼາຍເມືອງ ແລະ ຈະມີຫຼາຍ ສະຖານີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.