ທາງການກວດສອບຊັພສິນ ພີເອັສ

ຈໍາປາທອງ
2017.09.24
F-PS ບໍຣິ້ສັດ PS ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ
RFA

ເຈົ້າໜ້າທີ່ ກວດສອບຊັພສິນ ກະຊວງ ອຸດສາຫະກັມ ແລະການຄ້າ ສປປລາວ ຮ່ວມກັບພາກສ່ວນ ທີ່ກ່ຽວຂ້ອງ ກວດສອບຊັພສິນ ຂອງ ບໍຣິສັດ PS ໃນມື້ວັນທີ 22 ກັນຍາ 2017 ຊຶ່ງມີທັງໂຮງຈັກ ໂຮງງານ ຕຶກອາຄານ, ສະໂມສອນ ແລະເຄື່ອງຂອງອື່ນໆ ແລະ ຈະຕີຣາຄາ ຊັພສິນ ທັງໝົດນັ້ນ ແລະ ຄຸມຕົວນາງສຸກນາລີ ເທບສີເມືອງ ໄປເປີດຕູ້ເຊັບ ສ່ວນຕົວ ຂອງນາງ ແລະ ກວດສອບຊັພສິນ ຂອງ ທ້າວປໍເຮີ, ຫຼັງຈາກເຈົ້າໜ້າທີ່ ກວດສອບເຮືອນພັກ 2 ຫຼັງໃນມື້ວັນທີ 21 ກັນຍາ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ສະເພາະກິຈ ໃນວັນທີ 22 ກັນຍາ ນີ້:

"ໜ່ວຍສະເພາະກິຈເພີ່ນຫັ້ນ ກໍມື້ວານນີ້ກໍໄດ້ຄົ້ນເຮືອນຊານ ຂອງນາງສຸກນາລີ ຫັ້ນແລ້ວສອງບ່ອນ ກໍໄດ້ເງິນສົດ ຈຳນວນນຶ່ງ ມື້ນີ້ກໍໝາຍ ຄວາມວ່າ ສີເອົາຕົວ ນາງສຸກນາລີ ຫັ້ນໄປແປະໂປ້ ໄປເບິ່ງຕູເຊັບ ຢູ່ພິເອັສ ຫັ້ນມີສອງສາມວຽກ ແລ້ວກໍມື້ນີ້ ສິມີວຽກ ໜ່ວຍຊັພສິນ ຂອງ ອຸດສາຫະກັມການຄ້າ ສີໄປຕີຣາຄາ ໂຮງຈັກໂຮງງານ ຕຶກ ສະໂມສອນ ສິຕີຣາຄາວ່າ ເປັນເງິນຈັກກີບ ມີວັດຖຸສິ່ງຂອງ ອີ່ຫຍັງແດ່".

ທ່ານເວົ້າຕື່ມວ່າ ເຈົ້າໜ້າທີ່ ທີ່ໄປກວດສອບຊັພສິນ ສ່ວນຕົວຂອງ ນາງ ສຸກນາລີ ແລະທ້າວປໍເຮີ ໃນມື້ວັນທີ 21 ກັຍຍາ ນັ້ນມີເຈົ້າໜ້າທີ່ ກົມຕຳຣວດເສຖກິດ ແລະຜແນກ ຕຳຣວດ ນະຄອນຫລວງວຽງຈັນ ຮ່ວມກັບເຈົ້າໜ້າທີ່ ສະເພາະກິດ ຊຶ່ງໄດ້ເຂົ້າກວດຄົ້ນ ເຮືອນພັກ 2 ຫລັງ ໃນເຂດ ບໍຣິສັດ PS, ໄດ້ພົບຊັພສິນ ຫລາຍຢ່າງ ຮວມທັງເງິນ ໃນຕູ້ເຊັບ ຣົດຫລູຫລາ, ແຕ່ເຈົ້າໜ້າທີ່ ບໍ່ເປີດເຜີຍ ມູລຄ່າຊັພສິນ ຂອງ 2 ຄົນ ທີ່ຖືກຄົ້ນພົບນັ້ນ.

ຂ່າວວ່າ ສຳລັບຊັພສິນຂອງພວກບໍຣິຫານ ບໍຣິສັດ ຄົນອື່ນໆນັ້ນ ແມ່ນເຈົ້າໜ້າທີ່ ຍັງບໍ່ທັນໄດ້ ໄປກວດສອບ. ສ່ວນວ່າຊັພສິນ ຂອງຄົນທີ່ ເປັນສະມາຊິກ ໃນຄອບຄົວ ລູກສາວ ແລະ ລູກຊາຍ ຂອງນາງ ສຸກນາລີ ຈະບໍ່ກວດສອບ ເພາະບໍ່ແມ່ນ ຜູ້ຖືກັມມະສິດ ໃນໃບທະບຽນ ການຄ້າ ຂອງບໍຣິສັດ ນັ້ນ.

ຊັພສິນຂອງບໍຣິສັດ PS ຊຶ່ງເຈົ້າໜ້າທີ່ ຈະກວດສອບມີຫຼາຍຢ່າງ ຄາດວ່າຈະໃຊ້ເວລາປະມານ 1 ເດືອນຈຶ່ງຈະກວດ ໃຫ້ລະອຽດ ແລະ ຕີຣາຄາ ຊັພສິນຕ່າງໆນັ້ນ ໄດ້ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.