ຄົນງານລາວເສັຽຊີວິດ ຢູ່ໄທ

ມະນີຈັນ
2017.06.16
f-sakeo ອຸບັດຕິເຫດ ຣົດຕູ້ ຕໍາຣົດກະບະ ຢູ່ແຂວງສຣະແກ້ວ ປະເທດໄທ ເມື່ອວັນທີ 13 ມີຖຸນາ 2017
ທີ່ມາຂອງຮູບ: ໜ່ວຍກູ້ພັຍສວ່າງສຣະແກ້ວ ປະເທດໄທ

ອຸບັດຕິເຫດ ຣົດຕູ້ ຕໍາ ຣົດກະບະ ຢູ່ແຂວງສະແກ້ວ ປະເທດໄທ ເມື່ອວັນທີ 13 ມີຖຸນາ ນີ້ ເຮັດໃຫ້ ຄົນງານລາວ ແລະ ຄົນງານວຽດນາມ ເສັຽຊີວິດ 6 ຄົນ ບາດເຈັບ 11 ຄົນ. ໃນນັ້ນ ມີຄົນງານລາວ ເສັຽຊີວິດ 2 ຄົນ ແລະ ຍັງປິ່ນປົວ ຢູ່ໂຮງໝໍ ທີ່ປະເທດໄທ ອີກ 2 ຄົນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໂຮງໝໍ ສະແກ້ວ ໃນວັນທີ 15 ມີຖຸນາ ນີ້:

"ທ່ານເວົ້າວ່າ ສົ່ງຄົນເຈັບ ມາທີ່ເຮົາແຕ່ຄົນດຽວ ທໍາອິດສົ່ງມາ 3 ຄົນ ແຕ່ເສັຽຊີວິດ 2 ຄົນ ຕອນນີ້ເຫລືອ 1 ຄົນ ທີ່ນອນປິ່ນປົວຢູ່".

ໃນຂນະດຽວກັນ ເຈົ້າໜ້າທີ່ ໂຮງໝໍ ເຂົາສະກັນ ກໍເວົ້າວ່າ ຂນະນີ້ມີຄົນງານລາວ ນອນປິ່ນປົວ ຢູ່ໂຮງໝໍ ແຫ່ງນີ້ 1 ຄົນ ອາການ ບໍ່ສາຫັດຫລາຍປານໃດ. ສ່ວນຄົນງານລາວ ທີ່ເຫລືອ ທີ່ບໍ່ໄດ້ຮັບ ບາດເຈັບໜັກ ກໍໄດ້ອອກ ໂຮງໝໍໄປແລ້ວ. ສໍາລັບຄົນງານລາວ ທີ່ເສັຽຊີວິດ ຈໍານວນ 2 ຄົນ ຊຶ່ງບໍ່ຮູ້ຊື່ ເທື່ອນັ້ນ ທາງໂຮງໝໍ ຍັງເກັບສົບໄວ້ ຢູ່ເພື່ອລໍຖ້າ ໃຫ້ ຍາດພີ່ນ້ອງ ມາຕິດຕໍ່ ຮັບໄປທໍາພິທີ ທາງສາສນາ.

ອຸບັດຕິເຫດ ຣົດຕໍາກັນຄັ້ງນີ້ ເກີດຂຶ້ນ ໃນຕອນເຊົ້າ ໂດຍຣົດຕູ້ ຊຶ່ງຂົນຄົນງານລາວ ແລະວຽດນາມ ທັງໝົດ 13 ຄົນ ຈາກບາງກອກ ໄປຕໍ່ໜັງສື ເດີນທາງ ທີ່ແຂວງ ຈັນທະບູລີ ເມື່ອຄົນຂັບຣົດຕູ້ ຫລັບໃນ ຈົນເສັຽຫລັກ ໄປຕໍາກັບ ຣົດກະບະ ທີ່ແລ່ນມາ ດ້ວຍຄວາມໄວສູງ ເຮັດໃຫ້ຄົນ ຂັບຣົດຕູ້ ເສັຽຊີວິດຄາທີ່ ພ້ອມທັງຄົນງານລາວ 1 ຄົນ ແລະຄົນງານ ວຽດນາມອີກ 1 ຄົນ. ສ່ວນຄົນທີ່ຢູ່ໃນ ຣົດກະບະ ກໍໄດ້ເສັຽຊີວິດ 2 ຄົນ. ຄົນງານລາວ ທີ່ໂດຍສານ ໄປນໍາຣົດຕູ້ ຄັນດັ່ງກ່າວ ເຈົ້າໜ້າທີ່ໄທ ຍັງບໍ່ຮູ້ວ່າ ມາຈາກ ແຂວງໃດແດ່ ຂອງ ປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.