ພາສີມູລຄ່າເພີ້ມຍັງບໍ່ເລີ້ມ

ສິດນີ
2016.10.02
F-Lao-thai-border ດ່ານກວດຄົນ ເຂົ້າ-ອອກ ເມືອງ
RFA/LX

ເຈົ້າຫນ້າທີ່ ດ່ານ ເຂົ້າອອກ ລາວ-ໄທ ທີ່ທ່າເດື່ອ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ເວົ້າວ່າ ປັດຈຸບັນ ຍັງບໍ່ມີ ຄຳສັ່ງໃຫ້ ເກັບພາສີ ມູນຄ່າເພີ້ມ 10% ສຳລັບ ສິນຄ້າ ທີ່ຄົນລາວ ຊື້ຈາກ ຝັ່ງໄທ ນັ້ນເທື່ອ ແຕ່ຖ້າມີ ແຈ້ງການ ມື້ໃດ ທາງດ່ານ ກໍຈະ ປະຕິບັດ. ດັ່ງ ທ່ານກ່າວ ຕໍ່ເອເຊັຽ ເສຣີ ໃນວັນທີ 30 ກັນຍາ ນີ້ວ່າ:

"ຍັງບໍ່ຮູ້ຍັງບໍ່ເຫັນ ຍັງບໍ່ທັນ ມີແຈ້ງການ ອັນນີ້ເທື່ອ ຄັນເພິ່ນ ໃຫ້ແຈ້ງການ ປະຕິເບັດ ເລີ້ມເມື່ອໃດ ກໍສິໄດ້ ປະຕິບັດ ຕາມ ຕົວສີຍເປີເຊັນ ຍັງບໍ່ທັນໄດ້ ປະຕິບັດ ເທື່ອເນີ ຕົວນີ້ ເປັນເກັບ ເພີ່ນ ຍັງມີການ ຂຍາຍອັນນັ້ນ ຢູ່ເນີ".

ທ່ານກ່າວຕື່ມວ່າ ຈຸດປະສົງ ຂອງການເກັບ ອາກອນມູນຄ່າ ເພີ້ມນັ້ນ ແມ່ນເພື່ອ ປາບປາມ ກຸ່ມພໍ່ຄ້າ ແມ່ຄ້າ ທີ່ນຳເຂົ້າ ສິນຄ້າ ຈາກໄທ ໂດຍບໍ່ໄດ້ ລົງທະບຽນ ແລະ ເສັຽພາສີ ອາກອນ ໃຫ້ຣັດ:

"ຄັນເວົ້າຜູ້ທີ່ວ່າເຄີ່ຍໄປເນາະ ເຄີຍໄປທ່ຽວ ຜ່ານໄປຜ່ານມາ ຕຣອດ ແຕ່ວ່າ ປະຊາຊົນ ຜູ້ໄປເດືອນນື່ງ ເທື່ອດຽວ ແບບບໍ່ເຄີຍ ເບບໄປມາ ບໍ່ໄດ້ເລື້ອຽໆ ອັນນີ້ນໍ່ ເປັນຫຍັງ ອັນນີ້ເພີ່ນ ເພື່ອສະກັດກັ້ນ ແມ່ຄ້ານ້ອຍ ແມ່ຄ້າ ບໍ່ມີຕົວຕົນ ບໍ່ມີທະບຽນ ເພາະເວລາ ໄລ່ສະເລັ໋ຽ ທ້າຍປີ ອາກອນ ກໍໄລ່ສເລັ່ຽ ກັນບໍ່ໄດ້".

ເຖີງຢ່າງໃດກໍຕາມ ການເກັບພາສີ ມູລຄ່າເພີ້ມ 10% ນີ້ ເຮັດໃຫ້ ປະຊາຊົນລາວ ຫຼາຍຄົນ ມີຄວາມເດືອດຮ້ອນ ບໍ່ແມ່ນ ສະເພາະ ແຕ່ແມ່ຄ້ານ້ອຍ ເທົ່ານັ້ນ ຍ້ອນວ່າ ຊາວລາວ ບາງຄົນ ມັກຂ້າມໄປ ຊື້ເຄື່ອງ ອຸປໂພກ ແລະ ບໍຣິໂພກ ຕ່າງໆ ຈາກຝັ່ງໄທ ຍ້ອນຣາຄາ ຖືກກວ່າຢູ່ ລາວ.

ຫລາຍຄົນຄິດວ່າ ທາງການລາວ ຈະເລີ້ມ ປະຕິບັດໃ ຊ້ກົດຣະບຽບ ດັ່ງກ່າວ ເລີ້ມແຕ່ ວັນທີ 1 ຕຸລາ ນີ້ເປັນຕົ້ນໄປ. ການເກັບພາສີ ມູນຄ່າເພີ້ມ 10% ແມ່ນຈະເກັບ ໃນສິນຄ້າ ທີ່ນຳເຈົ້າ ຈາກໄທ ຣາຄາ ເກີນກວ່າ 50 ໂດລາ ຫລືປະມານ 1500 ບາດ ຂຶ້ນໄປ ໄທ ເກັບພາສີ ມູນຄ່າເພີ້ມ 7% ຈີນ ປະມານ 13% ແລະ ວຽດນາມ ຣະຫວ່າງ 5-10%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.