ຕໍາຣວດໄທວ່າບໍ່ໄດ້ ໄຖເງິນ

ມະນີຈັນ
2017.07.13
F-workers ສ່ວນນຶ່ງຂອງຄົນງານລາວ ທີ່ໄປລໍຖ້າຂໍບັດເຫຼືອງກັບຄືນບ້ານ
RFA/PN

ຕໍາຣວດແຂວງຍະໂສທອນ ຂອງໄທ ວ່າບໍ່ໄດ້ໄຖເງິນ ຈາກຄົນງານລາວ ພຽງແຕ່ໄດ້ກັກຕົວ ພວກທີ່ເຂົ້າມາຄືນ ແບບຜິດກົດໝາຍ ເທົ່ານັ້ນ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ຕໍາຣວດ ດ່ານກວດຄົນ ເຂົ້າເມືອງ ແຂວງຍະໂສທອນ ຕໍ່ RFA ໃນວັນທີ 12 ກໍຣະກະດາ ນີ້:

"ທ່ານເວົ້າວ່າໄດ້ຈັບ ຄົນງານລາວ ທີ່ອອກໄປລາວ ແລ້ວກັບເຂົ້າມາໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ ກໍສ່ວນໃຫຍ່ ມັນກໍຈະມີ ປະປົນກັບ ຄົນກັມພູຊາ ພະມ່າ ແນວນັ້ນຫລະ".

ທ່ານເວົ້າວ່າຄົນລາວ ທີ່ຖືກກັກໂຕຢູ່ດ່ານ ຍະໂສທອນ ເປັນກຸ່ມທີ່ບໍ່ມີ ໃບອະນຸຍາດ ເຮັດວຽກໃນໄທ ແລະພວກນີ້ໄດ້ໄປ ແຂວງມຸກດາຫານ ກັບຄືນບ້ານ ທີ່ແຂວງ ສະຫວັນນະເຂດ ແລ້ວ. ແຕ່ເມື່ອ ບໍ່ເທົ່າໃດມື້ ຜ່ານມານີ້ ພວກເຂົາ ກໍກັບເຂົ້າມາໄທ ອີກ ໂດຍທີ່ບໍ່ມີ ເອກກະສານ ອີ່ຫຍັງເລີຍ ຄືຍັງ ຜິດກົດໝາຍ ຄືເກົ່າ. ເຈົ້າໜ້າທີ່ ໄດ້ກັກຕົວໄວ້ ເພື່ອໃຫ້ລົງບັນທຶກ ລາຍຊື່ ກ່ອນຈະສົ່ງກັບ ຄືນລາວ.

ເຖິງຢ່າງໃດກໍຕາມ ກ່ຽວກັບເຣື່ອງ ການໄຖເງິນ ຄົນງານລາວ ນັ້ນຜູ້ກໍາກັບ ສະຖານີຕໍາຣວດ ພູທອນ ແຂວງຍະໂສທອນ ຂອງໄທ ບອກວ່າ ຖ້າມີການໄຖເງິນ ແທ້ກໍຂໍໃຫ້ ເອົາຫລັກຖານ ມາແຈ້ງກັບທາງ ຕໍາຣວດແຂວງ:

"ຄົນງານຊາວລາວ ທັງໝົດ ໃນສ່ວນທີ່ວ່ານັ້ນ, ຫາກມີເຫດເກີດຂຶ້ນມາ ເຮົາກໍຈະໄປ ເບິ່ງໃຫ້. ຫາກເຮົາຊາບ ຂໍ້ເທັດຈິງ ເຣື່ອງນີ້ ຍິນດີ ທີ່ ຈະເຂົ້າໄປ ກວດສອບໃຫ້ ຍິນດີທີ່ຈະໃຫ້ ການຊ່ວຍເຫລືອ ຂໍໃຫ້ແຈ້ງມາ ຜ່ານທາງ ໜ່ວຍງານ ໂດຍດ່ວນ"

ໃນຂນະດຽວກັນ ຄົນງານລາວ ກໍຍັງຢືນຢັນວ່າ ຕໍາຣວດ ແຂວງຍະໂສທອນ ໄຖເງິນ ແລະກັກໂຕຄົນງານລາວໄວ້ ຂນະທີ່ຄົນງານ ຈະກັບ ບ້ານ ເປັນເທື່ອທໍາອິດ, ບໍ່ໄດ້ໄປໆມາໆ ດັ່ງທີ່ ຕໍາຣວດເວົ້າ:

"ຕາມຂ້ອຍເບິ່ງແລ້ວ ເພິ່ນພຍາຍາມປະຕິເສດ ເພາະວ່າພວກທີ່ ກັບນັ້ນ ພວກທີ່ເຮັດບັດເຫລືອງ ກັບພວກທີ່ເຂົ້າມາ ນີ້ນະ ບໍ່ແມ່ນດອກ ເພາະວ່າເຂົາ ຂຶ້ນກວດເອົາ ເວລາຣົດແລ່ນອອກຈາກ ກຸງເທບ ກ່ອນເຂົ້າ ບຂສ ຍະໂສນະ ມັນຈະມີດ່ານນຶ່ງ ດ່ານນັ້ນເພິ່ນ ເອີ້ນວ່າດ່ານ ໃຫຍ່".

ຣັຖບານໄທ ໄດ້ປະກາດວ່າ ນັບແຕ່ວັນທີ 24 ມິຖຸນາ ເຖິງວັນທີ 7 ສິງຫາ 2017 ຫ້າມບໍ່ໃຫ້ເຈົ້າໜ້າທີ່ ທຸກຂແນງການ ຂອງໄທ ຈັບກຸມ ປັບໃໝ ຫລື ເກັບເງິນນໍາຄົນງານ ຕ່າງປະເທດ ທີ່ບໍ່ຖືກກົດໝາຍ ທີ່ຈະກັບປະເທດ ແຕ່ກໍຍັງມີ ຫລາຍພື້ນທີ່ ມີຂ່າວວ່າ ຖືກຕໍາຣວດໄທ ກັກໂຕແລ້ວໄຖເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.