ທາງການໄທຊ່ອຍເຫຼືອເດັກຍິງ ຄົນລາວ

ອຸ່ນແກ້ວ ສຸກສະຫວັນ
2017.10.22
f-girl ທ່ານສະໝັກ ທັບທານີ(ຂວາ) ຜູ້ອຳນວຍການ ປ້ອງກັນ ການຄ້າມະນຸດ ຂອງມູລນິທິ ສົ່ງເສີມຄຸນນະພາບ ຊີວິດແຮງງານ ທີ່ຕິດຕາມ ໃຫ້ການຊ່ອຍເຫຼືອ ເດັກນ້ອຍຜູ້ຍິງລາວ ອາຍຸ 13 ປີ
RFA

ເຈົ້າໜ້າທີ່ທາງການໄທ ແລະ ມູລນິທິ ສົ່ງເສີມຄຸນນະພາບ ຊີວິດແຮງງານ ຫລື LPN ກຽມຫາລື ກັບສະຖານທູດລາວ ປະຈຳປະເທດໄທ ກໍຣະນີເດັກຍິງອາຍຸ 13 ປີ ຈາກເມືອງສຸຂຸມມາ ແຂວງ ຈຳປາສັກ ໜີຈາກຄອບຄົວ ທີ່ ມາເຮັດວຽກກໍ່ສ້າງ ຢູ່ແຂວງສະມຸດສາຄອນ ຂອງ ໄທ ຍ້ອນສະພາບແວດລ້ອມ ທີ່ເດັກຍິງຢູ່ກັບ ຄອບຄົວບໍ່ປອດໄພ ແລະບໍ່ມີບ່ອນຮຽນ. ດັ່ງຄຳເວົ້າຂອງ ທ່ານ ສະໝັກ ທັບທານີ ຜູ້ອຳນວຍ ການປ້ອງກັນ ການຄ້າ ມະນຸດ ຂອງມູນນິທິ LPN ໃນວັນທີ 22 ຕຸລາ ຜ່ານມາ ວ່າ:

"ບ້ານພັກເດັກແອ ແລະ ຄອບຄົວໃນສັງກັດ ກະຊວງພັທນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດ ກໍຈະໄດ້ປະສານ ທາງສະຖານທູດ ສາທາຣະນະລັດ ປະຊາຊົນທິປະໄຕ ປະຊາຊົນ ປະສານ ຫາລື ກ່ຽວກັບ ການຄຸ້ມຄອງ ເດັກນ້ອຍວ່າ ແຜນການດູແລຄຸ້ມຄອງ ເດັກນ້ອຍ ນີ້ມີແນວທາງຈັ່ງໃດ ເພາະເດັກນ້ອຍ ເອງຫລັງຈາກ ປະເມີນເລື້ອງ ຂອງສະພາບຈິດໃຈ ແລະ ການສອບຖາມຂໍ້ມູນ ຂອງເດັກນ້ອຍເອງ ມີບັນຫາກໍຄື ເດັກນ້ອຍ ມີຄວາມປະສົງ ບໍ່ຢາກຊິກັບ ໄປຫາຄອບຄົວ ຫລື ພໍ່ແມ່ ຢູ່ປະເທດໄທ".

ທ່ານ ສະໝັກ ອະທິບາຍອີກວ່າ ເດັກຍິງຊາວລາວຄົນນີ້ ໄດ້ໜີຈາກຄອບຄົວ ຕັ້ງແຕ່ວັນທີ 8 ພືສພາ ທີ່ຜ່ານມາແລ້ວ ແລະ ໃນເວລາດຽວ ກັນນັ້ນ ເຈົ້າໜ້າທີ່ ຕຳຣວດກໍພົບຕົວ ແລະ ໄດ້ສົ່ງນາງໄປ ບ້ານພັກເດັກ ແລະ ຄອບຄົວ ຢູ່ແຂວງສະໝຸດສາຄອນ ເປັນຜູ້ດູແລ. ເດັກຍິງ ກ່າວຕໍ່ ເຈົ້າໜ້າທີ່ວ່າ ບໍ່ຢາກກັບໄປຫາ ພໍ່ແມ່ ນາງຢາກຮຽນໜັງສື ຢາກກັບຄືນປະເທດ ຍ້ອນວ່າ ທີ່ພັກບ່ອນທີ່ ນາງຢູ່ ກັບຄອບຄົວ ມີ ລັກສນະ ບໍ່ປອດໄພ.

ທ່ານ ສະໝັກກ່າວວ່າ ຈາກການທີ່ໄດ້ປະສານ ຫາພໍ່ແມ່ຂອງເດັກ ແລະ ໄດ້ລົງພື້ນທີ່ ເບິ່ງສະພາບທີ່ພັກ ຂອງເດັກພົບວ່າ ເປັນແຄ້ມກັມ ມະກອນ ກໍ່ສ້າງທີ່ແອອັດ ແລະ ມີທັງຄົນພະມ້າ ກຳພູຊາ ທີ່ເປັນໄວຣຸ້ນ ອາໃສຢູ່ກັນຫລາຍ ແລະ ບໍ່ມີຄວາມເໝາະສົມ ສຳລັບເດັກຍິງ.

ປັດຈຸບັນ ເດັກຍິງຄົນນີ້ ຍັງບໍ່ທັນໄດ້ພົບກັບ ພໍ່ແລະແມ່ ນັບຕັ້ງແຕ່ອອກຈາກ ແຄ້ມຄົນງານມາ ແຕ່ເຈົ້າໜ້າທີ່ ກໍຈະພາເດັກ ມາພົບກັບ ພໍ່ແມ່ໃນໄວໆນີ້ ແລະ ຈະພາເດັກ ພ້ອມດ້ວຍພໍ່ແມ່ ໄປຫາ ສະຖານທູດລາວ ເພື່ອຫາທາງອອກ.

ປັດຈຸບັນ ບ້ານພັກເດັກ ແລະຄອບຄົວ ເຮັດໜັງສືແລ້ວ ກໍຊິປະສານກັບ ມູລນິທິ ເພື່ອຈະເຂົ້າໄປພົບເຈົ້າໜ້າທີ່ ສະຖານທູດລາວ ໃນວັນ ອັງຄານນີ້. ດັ່ງ ທ່ານ ສະໝາກ ກ່າວວ່າ:

"ຕອນນີ້ ເດັກນ້ອຍເອງກໍຢູ່ໃນການດູແລ ຂອງບ້ານພັກເດັກ ແລະຄອບຄົວ ຊຶ່ງຕອນນີ້ ທາງບ້ານພັກເດັກ ແລະ ຄອບຄອບຄົວ ທຳໜັງ ສືແລ້ວ ກໍຊິປະສານງານ ກັບມູນນິທິ ເພື່ອຈະເຂົ້າພົບ ທ່ານທູດ ໃນວັນອັງຄານ".

ປັດຈຸບັນ ພໍ່ແລະແມ່ຂອງເດັກ ກຳລັງລໍຖ້າພົບລູກສາວ ເພື່ອຈະໄດ້ລົມກັນວ່າ ລູກຢາກເຮັດຫຍັງຕໍ່ ຄັນຢາກກັບໄປ ຮຽນໜັງສື ທາງຄອບ ຄົວກໍຈະສົ່ງໃຫ້ທາງ ມູນນິທິ LPN ແລະ ທາງການໄທ ຊ່ວຍປະສານຫາ ໜ່ວຍງານ ທີ່ກ່ຽວຂ້ອງ ໃນລາວດູແລຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.