ພໍ່ຄ້າໄມ້ໄດ້ສິດພິເສດ ຊື້ໄມ້

ຈໍາປາທອງ
2015.06.26
F-rosewood ໄມ້ ທີ່ ຕັດຂາຍ ໃຫ້ ນາຍທຶນ
RFA/NY

ຢູ່ ສປປລາວ ປັດຈຸບັນ ພໍ່ຄ້າ ໄມ້ ໄດ້ຮັບ ໃບ ມອບສິດ ພິເສດ ຈາກ ຜູ້ມີ ອິດທິພົນ ເພື່ອ ເກັບ ຊື້ໄມ້ ຈາກ ປະຊາຊົນ.

ເມື່ອ ວັນທີ 18 ມິຖຸນາ 2015 ນີ້, ພັລຍາ ຂອງ ອາດີດ ກົມ ການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ຜູ້ມີ ອິດທິພົນ ຢູ່ ພາກໃຕ້ ຂອງ ລາວ ໄດ້ເຮັດ ໃບ ມອບສິດ ໃຫ້ແກ່ ພໍ່ຄ້າ ໄມ້ ຄົນນຶ່ງ, ທີ່ ເອເຊັຽ ເສຣີ ຂໍ ບໍ່ອອກ ຊື່, ຊຶ່ງ ໃນນັ້ນ ມີ ເນື້ອຄວາມ ວ່າ, ໃຫ້ ຜູ້ກ່ຽວ ໄປ ພົວພັນ ວຽກງານ ກັບ ອຳນາດ ການ ປົກຄອງ ແຂວງ ຈຳປາສັກ, ເຊກອງ, ແຂວງ ສາຣະວັນ ແລະ ຜແນກ ການທີ່ ກ່ຽວຂ້ອງ ກ່ຽວ ກັບ ການ ຂໍເກັບ ຊື້ໄມ້ ນຳ ປະຊາຊົນ, ແລະ ທັງວ່າ ຂໍໃຫ້ ທຸກ ພາກສ່ວນ ທີ່ ກ່ຽວຂ້ອງ ໃຫ້ ຄວາມ ຮ່ວມມື ນຳດ້ວຍ.

ອັນນີ້ ເປັນ ເຣຶ່ອງ ໃໝ່, ຊຶ່ງ ທີ່ ຜ່ານມາ ປົກກະຕິ ແລ້ວ, ຖ້າເປັນ ນະໂຍບາຍ ຄອບຄົວ ພະນັກງານ ທາງ ຫ້ອງການ ຈະ ອອກໃບ ຂໍ ອະນຸຍາດ ຕັດໄມ້ ໃຫ້ ແລ້ວ ໄປສເນີ ໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ອະນຸມັດ. ຖ້າຕັດ ເປັນ ສິນຄ້າ ຫ້າມ ປະຊາຊົນ ບໍ່ ໃຫ້ ຕັດ, ມີແຕ່ ທາງການ ອອກ ໂຄຕາ ໃຫ້ ບໍຣິສັດ ຫລື ໂຮງເລື່ອຍ ໂຮງ ຊອຍໄມ້ ໃນ ຈຳນວນ ທີ່ ຈຳກັດ. ແຕ່ ໃນພາກ ປະຕິບັດ ຕົວຈິງ, ໄມ້ ຖືກ ຕັດເກີນ ຈຳນວນ ທີ່ ກຳນົດໄວ້ ໃນ ໂຄຕາ ນັ້ນ ຢ່າງ ຫຼວງຫຼາຍ.

ສຳລັບ ທຶນ ຮອນ ຂອງ ພວກພໍ່ຄ້າ ທີ່ ຈະ ຊື້ໄມ້ ນັ້ນ ແມ່ນ ມີໄວ້ ຫລາຍ ຢູ່ແລ້ວ, ດັ່ງ ຊາວລາວ ທ່ານນຶ່ງ ທີ່ ກ່ຽວຂ້ອງ ກັບ ເຣຶ່ອງ ນີ້ເວົ້າວ່າ:

"ແຕ່ເຣຶ່ອງ ທຶນ ເຣຶ່ອງຮອນ ຫັ້ນ ມັນ ບໍ່ນັ້ນ ມັນ ບໍ່ຍາກ ເພາະວ່າ ມັນມີ ແລ້ວ ຕົ້ນທຶນ ກ້ອນນຶ່ງ ບັກໃຫຍ່ ແຫລ້ວ ຂໍແຕ່ວ່າ ມີໄມ້ນ່າ, ທຶນ ຮູ້ວ່າ ມັນມີ ທຶນ ເຂໄາ ສນັບ ສນູນ ເພິ່ນ ແລ້ວ ຢູ່ ກ້ອນນຶ່ງ ບັກໃຫຍ່, ແລ້ວ ມີແຕ່ເຮົາ ກະຕ້ອງໄດ້ ລົມກັນ ໃຫ້ ມັນ ຣະອຽດ ວ່າ ຜົລປໂຍດ ເຮົາ ຈະແບ່ງກັນ ແນວໃດ".

ແຕ່ໃນ ກໍຣະນີ ທີ່ ເວົ້າມາ ຂ້າງເທິງ ນັ້ນ ແມ່ນ ປະຕິບັດ ກັນ ໃນນາມ ສ່ວນຕົວ ຊຶ່ງ ຈະມີແຕ່ ຜູ້ມີ ອິດທິພົນ ເທົ່ານັ້ນ ຈຶ່ງສາມາດເຮັດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.