ພໍ່ຄ້າວຽດນາມກົດລາຄາ ໝາກກ້ວຍ

ອຸ່ນແກ້ວ ສຸກສະຫວັນ
2017.09.01
f-banana ສວນປູກກ້ວຍໄຂ່ ປອດປຸຍເຄມີ ຢູ່ບ້ານລິງຊັນ ໃກ້ກັບນໍ້າງື່ມ
Screen captured organic banana farm in Laos video

ຊາວສວນປູກກ້ວຍກວ່າ 100 ຄອບຄົວ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ຖືກພໍ່ຄ້າວຽດນາມ ທີ່ເຂົ້າມາຮັບຊື້ ກົດລາຄາຈາກ ກິໂລ 2 ພັນກີບ ມາເປັນ 8 ຮ້ອຍກີບ.

ການກົດລາຄາ ຂອງພວກພໍ່ຄ້າວຽດນາມ ເຮັດໃຫ້ຊາວບ້ານ ບໍ່ພໍໃຈ ແຕ່ກໍເຮັດຫຍັງ ບໍ່ໄດ້ຍ້ອນວ່າ ບໍ່ມີຕລາດຮັບຊື້ ຢູ່ບ່ອນອື່ນ. ຕາມການ ເປີດເຜີຍຂອງເຈົ້າໜ້າທີ່ ແຂວງ ສະຫວັນນະເຂດ ຜູ້ບໍ່ປະສົງອອກຊື່ ໃນວັນທີ 31 ສິງຫາ ວ່າ:

"ຫລາຍແຫລະກ້ວຍນີ້ ຫລາຍເຮັກຕາແຫລະ ຢູ່ເຊໂປນ ນີ້ 3 ພັນກວ່າ ເຮັກຕາ ແຫລະ ປະຊາຊົນແຖວເຂດ ຕິດກັບຊາຍແດນ ວຽດນາມ ປູກກ້ວຍ ສ່ວນຫລາຍ ປູກກ້ວຍໝົດ ແຖວນັ້ນ ຕິດຕໍ່ພົວພັນ ເອົາເອງແລ້ວ ກໍສ່ວນຫລາຍ ຊາວວຽດນາມ ເຂົ້າມາ ເອົາລົດຈັກ ແກ່ໄປ ແກ່ໄປ ແລ້ວນະ ມາຊື້ຢູ່ສວນກ້ວຍເລີຍ ເຂົາເຈົ້າມາຕັດເອງເລີຍ ຢູ່ສວນ 800 ໂລເທົ່າໃດ ໂລ 700 ຊ້ວງຫລັງນີ້ມາຕົກ ແບບວ່າເຂົາ ໃຫ້ລາຄາຖືກ ແລ້ວກໍມັນຈຳເປັນຂາຍແຫລະ ມັນບໍ່ມີ ຕລາດແກ່ງແຍ້ງເດ້ເນາະ".

ທ່ານ ກ່າວຕື່ມອີກວ່າ ທຳອິດພໍ່ຄ້າວຽດນາມ ເຄີຍຮັບຊື້ໝາກກ້ວຍ ກິໂລລະ ເກືອບ 2 ພັນກີບ ນັບແຕ່ຕົ້ນປີ 2017 ມາ ກໍກົດລາຄາລົງ ເຫລືອ 800 ກີບ ໃນຂະນະທີ່ ເຂົາເຈົ້າກໍ ເອົາໄປຂາຍຢູ່ ວຽດນາມ ປະມານ 3 ພັນກີບ ຕໍ່ກິໂລ.

ເຈົ້າໜ້າທີ່ກ່ຽວຂ້ອງຮູ້ ເລື້ອງຊາວສວນ ປູກກ້ວຍຖືກເອົາປຽບ ແຕ່ກໍເຮັດຫຍັງບໍ່ໄດ້ ຍ້ອນວ່າ ການຊື້ຂາຍ ໝາກກ້ວຍ ແມ່ນຊາວບ້ານກັບ ພໍ່ຄ້າ ຕິດຕໍ່ພົວພັນ ກັນເອງ ແລະເຂົາເຈົ້າ ເປັນພໍ່ຄ້າລາຍຍ່ອຍ ແຕ່ບໍ່ແມ່ນ ບໍຣິສັດ. ດັ່ງເຈົ້າໜ້າທີ່ ກ່າວວ່າ:

"ກ້ວຍດິນຂອງປະຊາຊົນເອງນີ້ ທີ່ຂະເຈົ້າປູກ ແຕ່ວ່າມັນ ບໍ່ມີບໍຣິສັດ ເກັບຊື້ ແບບຄົງທີ່ນະ ຂາຍຍ່ອຍ ຂາຍຍ່ອຍໄປ ໃຫ້ວຽດ ແບບເຂົາ ບໍ່ໄດ້ຕັ້ງ ບໍຣິສັດຫຍັງ ເກັບຊື້ ໂດຍ ສະເພາະ ບໍ່ມີ ບໍ່ມີບ່ອນ ຕລາດວ່າ ເຮົາຈຳໜ່າຍຢູ່ໃສ ແທ້ຫັ້ນນ່າ ຈະມີແຕ່ຂະເຈົ້າ ມາຊື້ຕາມສວນ ຕາມຫຍັງ ບໍ່ມີຕລາດສົ່ງນະ ບໍ່ມີບ່ອນຈຳໜ່າຍ ບໍ່ມີ ບໍຣິສັດເກັບຊື້ ບໍ່ມີ ໂຮງງານ ບໍ່ມີຫຍັງ".

ເຈົ້າໜ້າທີ່ກ່າວຕື່ມວ່າ ກ້ວຍຢູ່ເມືອງເຊໂປນ ນັ້ນ ເປັນກ້ວຍທີ່ບໍ່ໃຊ້ ສານເຄມີ ແລະ ບໍ່ໃສ່ປຸ໋ຍເຄມີ, ຊາວບ້ານປູກແບບ ທຳມະຊາດ ແລະ ແຕ່ລະປີ ຜົນຜລິດ ກໍຫລາຍ ແຕ່ວ່າ ຍັງຂາດຕລາດຮອງຮັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.