ສນາມບິນສາກົນໜອງຄ້າງ ຈະເລີ້ມສ້າງ ຄືນໃໝ່

ໄມຊູລີ
2018.01.16
F-Nongkhang ຮູບຈໍາລອງ ຂອງໂຄງການ ສນາມບິນສາກົນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ
Screen captured from thai pbs.or.th page

ໂຄງການສນາມບິນສາກົນໜອງຄ້າງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ມີກໍານົດຈະກັບມາກໍ່ສ້າງ ຕາມປົກກະຕິ ໃນຣະຫວ່າງ ທ້າຍເດືອນນີ້ ຫຼື ຕົ້ນເດືອນໜ້າ ຫລັງຈາກ ການກໍ່ສ້າງ ໄດ້ຢຸດສງັກມາດົນແລ້ວ ໂດຍບໍຣິສັດ ຮອງແອງຍາລາຍ ຈະເປັນຜູ້ລົງທຶນ ຄືເກົ່າ, ດັ່ງເຈົ້າໜ້າທີ່ ເມືອງຊໍາເໜືອ ແຂວງຫົວພັນ ກ່າວໃນວັນທີ່ 16 ມົກກະຣາ ນີ້ວ່າ:

“ເພິ່ນວ່າກໍາລັງສິເຣີ້ມ ຕົ້ນວ່າຊັ້ນ ເດືອນນຶ່ງເດືອນສອງນີ້ລະ ໂຈະໄປດົນແລ້ວ ແຕ່ວ່າເຂົາສຶບຕໍ່ມາ ສອງ-ສາມຄັ້ງ ແຕ່ວ່າຍັງບໍ່ທັນໄດ້ລົງມື.”

ເຈົ້າໜ້າທີ່ທ່ານນີ້ກ່າວເພີ້ມວ່າ ມາຮອດປັຈຈຸບັນ ຍັງບໍ່ເປັນທີ່ຊາບເທື່ອວ່າໂຄງການດັ່ງກ່າວ ຈະກວມເອົາດິນ ປະຊາຊົນຫລາຍຊໍ່າໃດ ແລະ ຈະມີປະຊາຊົນຈັກຄອບຄົວ ຕ້ອງຖືກຍ້າຍອອກຈາກ ທີ່ຢູ່ຂອງເຂົາເຈົ້າ.

ທີ່ຜ່ານມາເຄີຍມີຂ່າວວ່າ ໂຄງການນີ້ຈະກວມເອົາດິນ ປະຊາຊົນ ບ້ານໜອງຄ້າງ 137 ຄອບຄົວ ແຕ່ຊາວບ້ານ ບໍ່ຍອມຍ້າຍ ຈຶ່ງເຮັດຫຍັງ ບໍ່ໄດ້, ແຕ່ເຖິງຢ່າງໃດໂຄງການດັ່ງກ່າວ ຈະຕ້ອງມີຜົນກະທົບ ຕໍ່ດິນຊາວບ້ານ ຈໍານວນນຶ່ງ ຢ່າງຫລີກລ່ຽງບໍ່ໄດ້, ກ່ຽວກັບ ເຣື້ອງດິນແດງ ຈາກໂຄງການ ສ້າງສນາມບິນ ໄປຖົມດິນນາ ຂອງປະຊາຊົນນັ້ນ ກໍາລັງຢູ່ໃນ ຣະຫວ່າງການແກ້ໄຂ.

ຕາມຣາຍງານ ເມື່ອເດືອນກັນຍາ ປີ 2017 ຜ່ານມາ ທາງການເມືອງຊໍາເໜືອ ແຂວງຫົວພັນ ໄດ້ຊົດເຊີຍຄ່າເສັຍຫາຍ ຈາກໂຄງການ ສນາມບິນໜອງຄ້າງ ໃຫ້ແກ່ ປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນ ເນື່ອງຈາກດິນນາ ມີດິນແດງຖົມ ບໍ່ສາມາດປູກເຂົ້າໄດ້ອີກ, ຫຼັງຈາກ ໃຫ້ຄ່າຊົດເຊີຍແລ້ວດິນນາສ່ວນນັ້ນ ກໍເປັນດິນຣັຖ.

ໂຄງການ ສນາມບິນໜອງຄ້າງ ຖືກທາງການໂຈະມາແຕ່ປີ 2015 ຍ້ອນການກໍ່ສ້າງ ບໍ່ເປັນໄປຕາມ ມາຕຖານຂອງທາງການລາວ ແລະ ຕໍ່ມາ ບໍຣິສັດຮວງແອງຍານລາຍ ຕິດໜີ້ທະນາຄານວຽດນາມ ຢ່າງຫຼວງຫຼາຍ ຈຶ່ງບໍ່ສາມາດດໍາເນີນໂຄງການຕໍ່, ແຕ່ປັຈຈຸບັນມີຣາຍງານວ່າ ບໍ່ຣິສັດດັ່ງກ່າວ ຊອກຫາເງິນທຶນໄດ້ແລ້ວ ຫລາຍກ່ວາ 74 ລ້ານດອນລ່າ ສະຫະຣັັຖ ເພື່ອສຶບຕໍ່ ໃນການສ້າງ ສນາມບິນແຫ່ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.