ຂ.ສວັນນະເຂດ ຈີນ,ວຽດ ຍຶດ ຄ້າຂາຍ

ຈຳປາທອງ
2016.11.16
f-savannakhet ຮ້ານຄ້າຂາຍ ຮ້ານອາຫານ ເຂດຕລາດຫຼັກ 8 ແຂວງສວັນນະເຂດ
Screen captured visit Laos video

ໃນລະຍະ 2-3 ປີ ຜ່ານມານີ້ມີ ຄົນຈີນ ແລະ ຄົນວຽດນາມ ເຂົ້າມາ ເຮັດ ທຸຣະກິດ ຢູ່ເມືອງ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ຫຼາຍຂຶ້ນ, ພວກເຂົາ ພາກັນເຮັດ ທຸຣະກິດ ຕັ້ງຮ້ານ ຄ້າຂາຍ, ຮ້ານເສີມສວຍ, ຮ້ານອາຫານ ແລະ ຮ້ານກິນດື່ມ ເຮັດໃຫ້ ພໍ່ຄ້າແມ່ຄ້າ ຄົນລາວ ປິດຮ້ານ ໄປຫຼາຍແລ້ວ ຍ້ອນ ບໍ່ສາມາດ ແຂ່ງຂັນ ກັບ ພວກເຂົາໄດ້. ຕາມຄຳເວົ້າ ຂອງ ປະຊາຊົນ ທ້ອງຖິ່ນ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 15 ພຶສຈິກາ.

"ເບິ່ງທົ່ວໄປ ຕາມການສັງເກດ ຂອງຄົນຈີນ ຫລື ຄົນວຽດນາມ ທີ່ ເຂົ້າມາໃຊ້ ຊີວິດ ຢູ່ສະຫວັນນະເຂດ ມັນກໍ ເພີ່ມຂຶ້ນທຸກປີ ນັ້ນແຫຼະ ແບບຮ້ານ ນັ້ນຮ້ານນີ້ ເພີ່ມຂຶ້ນ ຮ້ານກິນດື່ມ ຮ້ານຂາຍກັບເຂົ້າ ຮ້ານອາຫານ ຫລືວ່າ ຮ້ານຂາຍ ໂທຣະສັບ ຫລືວ່າ ຮ້ານຂາຍ ອຸປກອນ ຕ່າງໆ ປັດຈຸບັນ ນີ້ເນາະ ຄົນລາວ ສ່ວນຫລາຍ ເຂົາກໍຈະມາ ເຮັດຮ້ານອາຫານ ແຕ່ດຽວນີ້ ບາງເທື່ອ ກໍຫລາຍ ເກີນໄປ ແລະແບບວ່າ ເສຖກິດ ກໍບໍ່ດີ".

ທ່ານກ່າວຕື່ມວ່າ ພວກຄົນຕ່າງປະເທດ ເປັນຕົ້ນ ຄົນວຽດນາມ ທີ່ເຂົ້າມາ ຕັ້ງຮ້ານ ບໍຣິການຕ່າງໆ ຮວມທັງ ຮ້ານເສີມສວຍ ນັ້ນ ສ່ວນຫຼາຍ ບໍ່ໄດ້ ມາຕຖານ ແລະ ເອົາຄ່າ ບໍຣິການ ຖືກ.

"ພາຍໃນແຂວງ ສະຫວັນນະເຂດ ມັນກໍ ມີເກືອບຢາກເຂົ້າ ຮ້ອຍສອງຮ້ອຍ ປາຍ ກວ່າຮ້ານ ຮ້ານທີ່ໄດ້ ມາຕຖານ ຄຸນນະພາບແທ້ໆ ບໍ່ຮອດ 20 ເພາະວ່າ ສ່ວນຫລາຍ ຮ້ານເສີມສວຍ ເປັນຂອງ ຄົນວຽດນາມ ມາກກວ່າ ຄົນລາວ ຄື ຄົນວຽດນາມ ເຂົາເຮັດ ບາງຄົນ ເຂົາເປັນແນ່ ບໍ່ເປັນແນ່ ເຂົາກໍມາເຮັດ ບາງຄົນ ທີ່ເຂົາ ບໍ່ເປັນເຂົາ ກໍເອົາຖືກ".

ປັດຈຸບັນ ຢູ່ ເມືອງໄກສອນ ພົມວິຫານ ຮ້ານເສີມສວຍ ຂອງ ຄົນວຽດນາມ ເກັບຄ່າ ບໍຣິການ ຖືກກວ່າ ຂອງຄົນລາວ 15 ພັນ ຫາ 20 ພັນກີບ. ແລະ ສັງເກດ ເຫັນວ່າ ຢູ່ເມືອງນີ້ ມີຄົນວຽດນາມ ແລະ ຄົນຈີນ ຫຼາຍ ແຕ່ຍັງບໍ່ຮູ້ ຈໍານວນ ທີ່ແນ່ນອນ. ຖ້າເວົ້າທົ່ວ ປະເທສລາວ ກໍຍັງບໍ່ມີ ຂໍ້ມູນຢັ້ງຢືນ ຢ່າງ ເປັນທາງການ ອັນໃດ ທີ່ບົ່ງບອກວ່າ ປັດຈຸບັນ ມີຄົນ ວຽດນາມ ແລະ ຄົນຈີນ ຈັກຄົນ ກັນແທ້.

ຂໍ້ມູນໃນ website joshua project ແຈ້ງວ່າ ມີຊາວວຽດນາມ ອາສັຍຢູ່ລາວ ຢ່າງໜ້ອຍ ເກືອບ 1 ແສນຄົນ ແຕ່ເມື່ອ  ທີມງານ ວິທຍຸ ເອເຊັຽເສຣີ ພຍາຍາມ ຖາມໄປຍັງ ຫ້ອງການ ແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງ ສະຫວັນນະເຂດ ແຕ່ເພິ່ນ ບໍ່ບອກຂໍ້ມູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.