ຊາວບ້ານຢາກຮູ້ຄໍາຕອບ ເຣື້ອງ ຄ່າຊົດເຊີຍ

ສິດນີ
2017.05.04
F-Laos-China ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເຂດບ້ານ ນາເຕີຍ ແຂວງ ຫລວງນໍ້າທາ
RFA

ປະຊາຊົນບ້ານນາເຕີຍ ແລະບ້ານໃກ້ຄຽງ ຫລາຍບ້ານ ທີ່ແຂວງຫລວງນ້ຳທາ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກເສັ້ນທາງ ຣົດໄຟ ໄດ້ຮຽກຮ້ອງ ໃຫ້ຣັຖບານ ແລະພາກສ່ວນ ທີ່ກ່ຽວຂ້ອງ ຕອບຄຳຖາມ ເຣື້ອງຄ່າຊົດເຊີຍ ຂອງຂະເຈົ້າ ຊຶ່ງທຸກມື້ນີ້ ຂະເຈົ້າກໍໄດ້ ທວງຖາມໄປ ຫຼາຍຫ້ອງ- ການ ແຕ່ບໍ່ໄດ້ຮັບຄຳຕອບ ທີ່ຊັດເຈນເທື່ອ. ດັ່ງເຈົ້າຫນ້າທີ່ ເມືອງ ຫລວງນ້ຳທາ ທ່ານນຶ່ງກ່າວໃນມື້ວັນທີ 4 ພຶສພາ ນີ້ວ່າ:

"ຍັງບໍ່ທັນເວົ້າ ບໍ່ທັນວ່າອີ່ສັງນະ ຍັງມິດຢູ່ບໍ່ທັນໄດ້ຍິນ ອີ່ສັງ ກໍຮ້ອນໂອ່ ຂະເຈົ້າໄດ້ມາຖາມໆ ເຮົາກະບໍ່ຊ່າງສິຕອບເຂົາ ເພາະວ່າທາງຂັ້ນ- ເທິງ ເພີ່ນບໍ່ໄດ້ມາບອກເນ ບໍ່ໄດ້ມາ ລຸລ່ວງໃຫ້ເຮົາ ເຮົາກະບໍ່ທັນຮູ້ ອິສັງ".

ທ່ານກ່າວຕື່ມວ່າ ທາງຜແນກໂຍທາທິການ ແລະຂົນສົ່ງ ແຂວງຫລວງນ້ຳທາ ໄດ້ຮັບສັ່ງໃຫ້ ເຈົ້າຫນ້າທີ່ ທ້ອງຖິ່ນ ສຳຣວດຮິບໂຮມ ຂໍ້ມູນ ທີ່ດິນ ຂອງປະຊາຊົນ ທີ່ຖືກທາງ ຣົດໄຟກວມເອົາ ຮວມທັງຜົລປູກ ພື້ນທີ່ປູກຝັງ ແລະຕົ້ນໄມ້ ຂອງປະຊາຊົນ ເພື່ອຈະເອົາໄປ ຄຳນວນ ຄ່າຊົດເຊີຍ ໃຫ້ແກ່ຂະເຈົ້າ ແຕ່ບໍ່ໄດ້ເວົ້າວ່າ ເມື່ອໃດຈະໃຫ້ ຄ່າຊົດເຊີຍ ແລະຫຼາຍ ຫນ້ອຍປານໃດ, ຊາວບ້ານຕ້ອງໄດ້ລໍຖ້າ ຄຳຕອບແບບ ບໍ່ມີກຳນົດ ຈົນກວ່າຣັຖບານ ຈະເປັນຜູ້ຕັດສີນ ວ່າຈະໃຫ້ເທົ່າໃດ.

ກ່ຽວກັບການໃຫ້ຄ່າຊົດເຊີຍ ຊາວບ້ານໃນໂຄງການ ຣົດໄຟ ລາວ-ຈີນ ໃນລາວ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີລາວ ໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ໃນກອງປະຊຸມ ສະພາ ໃນມື້ວັນທີ 27 ເມສາ ຜ່ານມາວ່າ:

"ການຊົດເຊີຍແກ່ປະຊາຊົນ ແນ່ນອນວ່າ ບໍ່ໄດ້ຕາມໃຈ ຫມົດທຸກໆຄົນໄດ້ ແຕ່ກໍຂໍໃຫ້ວາງ ຣະບຽບວາງຫລັກການອອກ ວາງນະໂຍບາຍ ອອກຮັດກຸມ ຂ້າພະເຈົ້າ ໄດ້ແນະນຳ ຄນະກັມມະການ ທາງຣົດໄຟ ລາວ-ຈີນ ແລ້ວໃດ໊ ວາງຫລັກການອອກ ແລ້ວກໍຕ້ອງ ຈັດຕັ້ງ ປະຕິບັດ".

ທ່ານ ທອງລຸນ ກ່າວຕື່ມວ່າໂຄງການຣົດໄຟ ລາວ-ຈີນ ບໍ່ສາມາດຫຼີກລ່ຽງ ຜົລກະທົບຕໍ່ປະຊາຊົນໄດ້ ດັ່ງນັ້ນທຸກຄົນ ແລະ ທຸກພາກສ່ວນ ຕ້ອງໄດ້ ເສັຽສຣະ ເພື່ອການພັທນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.