ຊາວບ້ານນາຕໍໃຫຍ່ຍັງ ລໍາບາກ

ອຸ່ນແກ້ວ ສຸກສະຫວັນ
2017.02.08
F-XD ຄຸ້ມບ້ານໃໝ່ ຂອງຊາວບ້ານ ບ້ານຫ້ວຍສູຍ ທີ່ຕ້ອງໄດ້ໂຍກຍ້າຍ ອອກຈາກພື້ນທີ່ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ
Courtesy of international river

ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ເຂື່ອນ ໄຊຍະບູຣີ ຢາກໃຫ້ ທາງການ ຊ່ວຍເຫຼືອ ເລື້ອງອາຊີບ ຫລັງຈາກຈົບ ການກໍ່ສ້າງ ໃນປີ 2017. ດັ່ງປະຊາຊົນ ບ້ານນາຕໍໃຫຍ່ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນ ວັນທີ 7 ກຸມພາ ຜ່ານມາ ວ່າ:

"ອັນນະ ພໍຈົບໂຄງການນີ້ ມັນກະຢາກມີ ຜົນກະທົບເດ້ເນາະ ຈຳເພາະວ່າ ພໍໝົດໂຄງການແລ້ວ ມັນກໍ ປະຊາຊົນ ມັນກໍບໍ່ມີ ອາຊີບ ເຮັດຫຍັງເດ້ ອັນນະ ທາງປະຊາຊົນ ແທ້ກໍຢາກໃຫ້ ທາງພາກຣັຖ ທາງຂັ້ນເທິງ ເພິ່ນຊ່ວຍຕື່ມ ນັ້ນແລ ເພາະວ່າ ມັນລະຍະ 3 ປີ ມັນກໍອັນນະ ເຮັດຫຍັງ ບໍ່ທັນໄດ້".

ໂຄງການ ເຂື່ອນ ໄຊຍະບູຣີ ຢູ່ໃນຄວາມຮັບ ຜິດຊອບ ຂອງ ບໍຣິສັດ ຊໍການຊ່າງ ປະເທດໄທ ເລີ້ມກໍ່ສ້າງ ແລະ ຈ່າຍຄ່າຊົດເຊີຍ ໃຫ້ ປະຊາຊົນ ທີ່ຖືກຜົນກະທົບ ແຕ່ປີ 2012 ໂດຍ ຈະຈັດທີ່ດິນ ແລະ ທີ່ຢູ່ອາສັຍ ໃຫ້ປະຊາຊົນ ຫຼາຍກວ່າ 400 ຄອບຄົວ ໃນ 19 ບ້ານ.

ປະຊາຊົນສ່ວນນຶ່ງ ກໍໄດ້ເຮັດວຽກ ຢູ່ໃນໂຄງການ ກໍ່ສ້າງເຂື່ອນ ເພື່ອລ້ຽງຊີບ ແທນການເຮັດ ກະສິກັມ ແບບພື້ນບ້ານ. ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ ທີ່ຜ່ານມາ ໂຄງການກໍໄດ້ ຊ່ວຍເຫລືອໃຫ້ ປະຊາຊົນ ມີອາຊີບ ກຸ້ມຕົນເອງ ແລະ ຄອບຄົວໄດ້, ແຕ່ໃນປີນີ້ ກໍຈະໝົດສັນຍາ ກັບໂຄງການ ປະຊາຊົນ ກໍມີຄວາມກັງວົນ ເລື້ອງປະກອບ ອາຊີບ ເພື່ອຫາຣາຍໄດ້ ກຸ້ມຕົນເອງ ເພາະປັດຈຸບັນ ທີ່ດິນທຳການຜລິດ ຂອງ ປະຊາຊົນ ຍັງບໍ່ພຽງພໍ. ດັ່ງທ່ານກ່າວ ອີກວ່າ:

"ເອີ ບາງຄົນກໍຜູ້ທີ່ເພິ່ນ ໄດ້ຄ່າຊົດເຊີຍ ມາຫຼາຍ ກໍຂະເຈົ້າ ກໍຊອກເອົາ ຜູ້ທີ່ບໍ່ມີແທ້ ກໍຈຳເປັນ ບໍ່ມີບ່ອນເຮັດ ນັ້ນແຫຼະ".

ໂຄງການກໍ່ສ້າງເຂື່ອນ ໄຊຍະບູຣີ ໃກ້ຈະສຳເຣັດແລ້ວ, ທ່ານ ດາວວົງ ພອນແກ້ວ ຫົວໜ້າ ກົມນະໂຍບາຍ ແລະ ແຜນການ ພລັງງານ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ສຳເຣັດໄປແລ້ວ 70 ສ່ວນຮ້ອຍ - ການກໍ່ສ້າງ ຂັນໄດປາ ແລະ ໂຮງຈັກທີ່ຜລິດ ໄຟຟ້າ ສຳເຣັດແລ້ວ, ຊຶ່ງຄາດການວ່າ ຈະເປີດ ທົດລອງໃຊ້ ພາຍໃນປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.