ຊາວບ້ານຢາກຮູ້ຄ່າຊົດເຊີຍ

ຶຶຶອຸ່ນແກ້ວ ສຸກສະຫວັນ
2016.11.09
F-Raiway ຫລັກໝາຍ ຂອງ ແລວທາງ ຣົດໄຟ ລາວ-ຈີນ
RFA/LX

ປັດຈຸບັນ ປະຊາຊົນ ຜູ້ທີ່ຈະໄດ້ຮັບ ຜົນກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ໃນຫຼາຍເມືອງ ແຂວງ ຫຼວງພຣະບາງ ຍັງລໍຖ້າ ຄຳຕອບ ເຣື້ອງ ຄ່າຊົດເຊີຍ ທີ່ດິນ ແລະ ສິ່ງປຸກສ້າງ. ປະຊາຊົນ ໃນແຂວງ ຫຼວງພຣະບາງ ທ່ານນຶ່ງ ທີ່ຈະໄດ້ຮັບ ຜົນກະທົບ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 8 ພຶສຈິກາ ວ່າ:

"ນະໂຍບາຍ ຂອງ ຣັຖບານ ເພິ່ນໄດ້ ແຈ້ງລົງມາວ່າ ໃຫ້ເອົາອອກ ຈາກທາງລົດໄຟ ເບື້ອງລະ 50 ແມັດ ມັນກິນ ເນື້ອທີ່ ດິນສວນ ຂອງ ປະຊາຊົນ ຂອງ ຊາວບ້ານ ເຮົານະ ມີຫຼາຍເນາະ ອັນ 10 ປາຍ ຄອບຄົວນີ້ ສະເພາະ ບ້ານກົກງິ້ວ ເນາະ ຖືກທົ່ງໄຮ່ ທົ່ງນາ ແຕ່ລະບ້ານ ຄືກັນໝົດເນາະ ແຖວບ້ານ ໂນນສະຫວາດ ບໍ່, ຫລື ແຖວເມືອງ ຈອມເພັດ ນີ້ ກໍຍັງຖືວ່າ ມີຫຼາຍເນາະ ມີອີກບ້ານນຶ່ງ ເນາະ ຄືບ້ານ ບົມອໍ້".

ນອກຈາກນີ້ ປະຊາຊົນ ຢູ່ແຂວງ ຫລວງນ້ຳທາ ແລະ ຢູ່ ນະຄອນຫຼວງ ວຽງຈັນ ກໍຍັງບໍ່ຮູ້ວ່າ ເຂົາເຈົ້າຈະໄດ້ ຄ່າຊົດເຊີຍ ເທົ່າໃດ ແລະ ຍັງບໍ່ທັນມີ ເອກກະສານ ຢ່າງ ເປັນທາງການ ອອກມາຈາກ ຣັຖບານ. ເຖິງຢ່າງໃດ ກໍຕາມ, ປັດຈຸບັນ ຣັຖບານ ກໍກໍາລັງ ເກັບກຳຂໍ້ມູນ ກ່ຽວກັບ ຜູ້ທີ່ຈະໄດ້ ຮັບ ຜົນກະທົບ ແລະ ກຳລັງ ມີການຄິດໄລ່ ຄ່າຊົດເຊີຍ.

ທ່ານ ລັດຕະນະມະນີ ກູນນີວົງ ຮອງ ຣັຖມົນຕຼີ ກະຊວງ ໂຍທາທິການ ແລະຂົນສົ່ງ ແລະ ທັງເປັນຜູ້ ປະສານງານ ໂຄງການ ທາງຣົດໄຟ ລາວ-ຈີນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 2 ພຶສຈິກາ ຜ່ານມາວ່າ: ສຳລັບເງິນ ຄ່າຊົດເຊີຍ ແມ່ນບໍ່ມີ ບັນຫາຫຍັງ ແລະ ຕອນນີ້ ກຳລັງ ວັດແທກ ທີ່ດິນຈຸດທີ່ ຖືກແລວທາງ ລົດໄຟ ຢູ່ ເພື່ອໃຫ້ ເປັນໄປ ຕາມຂັ້ນຕອນ.

ສະເພາະ ຄ່າຊົດເຊີຍ ຕ້ອງເອົາຕາມ ຄວາມເປັນຈິງ ວ່າທີ່ດິນ ຢູ່ແຕ່ລະເຂດ ຄວນຈະ ຊົດເຊີຍເທົ່າໃດ ເພາະວ່າ ຣາຄາທີ່ດິນ ຢູ່ແຕ່ລະເຂດ ນັ້ນແຕກຕ່າງ ກັນ, ຕາມການຢັ້ງຢືນ ຈາກທ່ານ ລັດຕະນະມະນີ ແລະ ທ່ານ ຍັງຄາດການ ວ່າຈະຈ່າຍ ຄ່າຊົດເຊີຍ ໃຫ້ສຳເຣັດ ພາຍໃນ ເດືອນ ມົກກະຣາ ປີ 2017 ແລະ ທັນທີ ທີ່ຈ່າຍ ຄ່າຊົດເຊີຍ ຢູ່ຈຸດໃດ ຈຸດນຶ່ງແລ້ວ ກໍຈະມີ ການລົງມື ກໍ່ສ້າງ ຢູ່ຈຸດນັ້ນ ເລີຍ.

ໂຄງການ ທາງຣົດໄຟ ລາວ-ຈີນ ມູນຄ່າ ປະມານ 6 ຕື້ ໂດລາ ໃນນັ້ນ ສປປລາວ ຖືຮຸ້ນ 30 ເປີເຊັນ ແລະ ຈີນ ຖືຮຸ້ນ 70 ເປີເຊັນ, ຄວາມຍາວ ຂອງ ທາງຣົດໄຟ ປະມານ 400 ກິໂລແມັດ ຊຶ່ງ ຣັຖບານລາວ ແລະ ຈີນ ໄດ້ ວາງສີລາລຶກ ໃນ ການກໍ່ສ້າງ ວັນທີ 2 ທັນວາ ປີ 2015 ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.