ຂ.ຊຽງຂວາງຈະຂາຍໄມ້ ເຖື່ອນ

ມະນີຈັນ
2017.03.20
F-Xiengkhouang ທົ່ງໄຫຫີນ ພູຜາປ່າໄມ້ ແຂວງຊຽງຂວາງ
RFA

ອຳນາດການປົກຄອງ ແຂວງຊຽງຂວາງ ຈະເອົາໄມ້ເຖື່ອນ ທີ່ຍຶດໄດ້ ໄປປະມູນຂາຍ 80% ຂອງ ຈຳນວນທັງໝົດ ເທົ່າກັບ 21 ພັນແມັດ- ກ້ອນ ຕາມນະໂຍບາຍ ຂອງ ຣັຖບານ ທີ່ ນາຍົກ ຣັຖມົນຕຣີ ສັ່ງໃຫ້ ທຸກແຂວງ ໃນທົ່ວປະເທດ ປະມູນຂາຍໄມ້ ເພື່ອເອົາຣາຍໄດ້ ເຂົ້າ ງົບປະມານ ຂອງຣັຖ. ແຂວງຊຽງຂວາງ ເປີດປະມູນຂາຍໄມ້ ໃນຣະຫວ່າງ ກາງເດືອນ ມິນາ 2017 ນີ້. ດັ່ງເຈົ້າໜ້າທີ່ ແຂວງຊຽງຂວາງ ກ່າວຕໍ່ RFA ໃນມື້ວັນທີ 17 ມິນາ ນີ້ວ່າ:

"ບັນຊີໄມ້ເກືອບຈະວ່າກວມ 70-80% ຂອງໄມ້ທັງໝົດ ຈະອອກປະມູນ ວັນທີ 17-18 ນີ້ແຫລະ ເລີ້ມຕົ້ນໄປໄດ້ 21 ພັນແມັດກ້ອນ 21 ພັນ ຄິວເຈົ້າ ໄມ້ໂກງແດງ ໄມ້ແດງນ້ຳ ໄມ້ແຄນຕຸ້ຍ".

ໄມ້ທີ່ເປີດປະມູນຂາຍ ຢູ່ແຂວງຊຽງຂວາງ ມີໄມ້ 10 ຊນິດ ທັງໄມ້ເນື້ອແຂງ ແລະໄມ້ເນື້ອອ່ອນ, ຈະເປີດການ ປະມູນຂາຍ 2 ຄັ້ງ, ຄັ້ງທີ 1  ຄືໃນວັນທີ 17 ມິນາ ແລະ ຈະເປີດຊອງປະມູນ ໃນຫ້ອງປະຊຸມໃຫຍ່ ຜແນກກະສິກັມ ແລະ ປ່າໄມ້ແຂວງ ໃນວັນທີ 31 ມິນາ ນີ້. ສ່ວນວ່າຄັ້ງທີ 2 ຈະແມ່ນ ກະຊວງອຸດສາຫະກັມ ແລະ ການຄ້າ ເປັນຜູ້ກຳນົດໃຫ້. ຜູ້ມີສິດປະມູນຊື້ໄມ້ ແມ່ນຕ້ອງມີ ໂຮງງານເລື່ອຍໄມ້ ຫລື ໂຮງງານເຟີນິເຈີ ທີ່ມີໃບ ອະນຸຍາດ ຖືກຕ້ອງ ຢູ່ໃນ ສປປລາວ ເທົ່ານັ້ນ. ທ່ານເວົ້າວ່າ ໄມ້ທີ່ຖືກຍຶດໄດ້ ຢູ່ໃນແຂວງນີ້ ແມ່ນຈາກ ຜູ້ທີ່ລັກລອບ ຂົນໄມ້ ອອກໄປຂາຍ ຕ່າງປະເທດ:

"ແບບໄມ້ທີ່ວ່າ ທີ່ລັກລອບອອກຕ່າງປະເທດ ຫັ້ນນະ ບໍ່ແມ່ນຂອງ ນັກທຸຣະກິດ ແມ່ນບຸກຄົນທົ່ວໄປ ທີ່ວ່າເຂົາລັກ ເອົາອອກໄປຊື່ໆນະ ກໍແບບຂະເຈົ້າ ລັກລອບ ໜີພາສີຊື່ໆ ແລ້ວ ເຈົ້າໜ້າທີ່ ຈັບໄດ້".

ຊຽງຂວາງ ເປັນແຂວງນຶ່ງ ໃນຈຳນວນຫລາຍແຂວງ ທີ່ຍຶດໄມ້ເຖື່ອນໄດ້ຫລາຍ ແລະເປັນແຂວງ ທີ່ເປີດປະມູນຂາຍ ໄມ້ເຖື່ອນ ຊ້າກວ່າ ຫລາຍແຂວງ ເຊັ່ນແຂວງ ບໍລິຄຳໄຊ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.