ສູນເສັຽເຮືອນ ຍ້ອນໂຄງການທາງຣົດໄຟ

ຈຳປາທອງ
2017.07.05
F-Railway ການກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ
RFA/NY

ປະຊາຊົນ 102 ຄອບຄົວ ຢູ່ບ້ານອວມອໍ້, ເມືອງຊຽງເງິນ, ແຂວງຫຼວງພຣະບາງ ທີ່ຈະສູນເສັຽເຮືອນ ຍ້ອນໂຄງການ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຈະໄດ້ຮັບການຊົດເຊີຍ ຄວາມເສັຽຫາຍ ເປັນເຮືອນຈັດສັນ ເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ເມືອງຊຽງເງິນ ກ່າວເມື່ອວັນທີ 3 ກໍຣະກະດາ ນີ້ວ່າ:

"ເອີ່ ມີແຕ່ ທົດແທນເຮືອນ ເຂົາວ່າ ຈະບໍ່ໄດ້ເງິນ ຕັ້ງແຕ່ ເຮືອນໃຫ້ເພີ່ນວ່າ ເອີ່ກະໄກປະມານ 100 ແມັດ ນີ້ແຫລະ ເຣື່ອງແທກ ເຂົາແທກໝົດແລ້ວ ເຮືອນເຂົາງົດໝົດແລ້ວ ບໍ່ມີຄຳຕອບເທື່ອ ວ່າຍ້າຍປີໃດ ບໍ່ຮູ້ເທື່ອນ້າ."

ທ່ານເວົ້າວ່າ ສຳລັບ ປະຊາຊົນ ອີກ 60 ປາຍຄອບຄົວ ທີ່ສູນເສັຽ ບ່ອນທຳການຜລິດ ຍ້ອນໂຄງການ ດັ່ງກ່າວນັ້ນ ຈະໄດ້ຮັບ ຄ່າຊົດເຊີຍ ເປັນເງິນ ເພື່ອໄປຊອກຊື້ ດິນບ່ອນໃໝ່ ແຕ່ ຍັງບໍ່ຮູ້ວ່າ ຈະຄິດໄລ່ກັນ ຄືແນວໃດ. ກ່ອນໜ້ານີ້ ປະຊາຊົນ ທັງໝົດ ທີ່ໄດ້ຮັບ ຜົລກະທົບ ໄດ້ຮຽກຮ້ອງ ຂໍຄ່າຊົດເຊີຍ ຄອບຄົວລະ 300 ລ້ານກີບ ແລະ ຄະນະຮັບຜິດຊອບ ຂອງທາງການ ກໍນຳເອົາ ຄຳຮຽກຮ້ອງນັ້ນ ໄປພິຈາຣະນາ ແຕ່ຍັງບໍ່ທັນ ໄດ້ຮັບຄຳຕອບ.

ທ່ານເວົ້າ ຕື່ມອີກວ່າ  ຈາກການສໍາຣວດ ຄວາມຄິດເຫັນ ຂອງປະຊາຊົນ ໃນເມືອງຊຽງເງິນ ພົບວ່າ ສ່ວນໃຫຍ່ ເຫັນດີ ກັບໂຄງການ ທາງຣົດໄຟນັ້ນ ເພາະເຊື່ອວ່າ ຈະເຮັດໃຫ້ ທ້ອງຖິ່ນ ມີການພັທນາຂຶ້ນ ແລະ ປະຊາຊົນ ມີວຽກເຮັດຫຼາຍ ແຕ່ຫຼາຍຄົນ ກໍຢາກໃຫ້ ທາງການ ໃຫ້ຄ່າຊົດເຊີຍ ຄວາມເສັຽຫາຍ ແກ່ຜູ້ໄດ້ຮັບ ຜົລກະທົບນັ້ນ ຢ່າງເໝາະສົມ.

ເຈົ້າໜ້າທີ່ ເວົ້າວ່າ ມີຈຸດອຸໂມງ 2 ແຫ່ງ ຢູ່ເມືອງຊຽງເງິນ ແລະ ຈະມີສະຖານີ ເຄື່ອນຖ່າຍ ສິນຄ້າ 1 ແຫ່ງ ຊື່ງຈະຕັ້ງຢູ່ ບ້ານບ້ວມອໍ້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.