ສວນຢາງເຮັດໃຫ້ຊາວບ້ານ ລໍາບາກ

ມະນີຈັນ
2015.06.04
F-Rubber ສວນຢາງພາລາ ຂອງວຽດນາມ ໃນແຂວງ ອັດຕະປື
RFA/NY

ແຂວງ ອັຕຕະປື ເປັນ ແຂວງນຶ່ງ ທີ່ ມີການ ປູກ ຢາງພາລາ ຫລາຍ 10 ພັນເຮັກຕາ, ຊຶ່ງ ສ້າງ ຄວາມ ເດືອດຮ້ອນ ໃຫ້ ແກ່ ປະຊາຊົນ. ແຫລ່ງຂ່າວ ຈາກ ທ້ອງຖິ່ນ ຣາຍງານໂດຍ ອ້າງອີງ ໃສ່ ຄໍາເວົ້າ ຂອງ ຄົນ ທ້ອງຖິ່ນ, ທີ່ ໄດ້ຮັບ ຜົລ ກະທົບ ຈາກ ສວນ ຢາງ ພາລາ ໃນ ວັນທີ 3 ມິຖຸນາ 2015 ນີ້ ວ່າ ສວນ ຢາງ ພາລາ, ໂດຍ ສະເພາະ ຂອງ ບໍຣິສັດ ວຽດນາມ ທີ່ ເລີ່ມ ເຂົ້າມາ ປູກ ຢູ່ແຂວງ ອັຕຕະປື ແຕ່ ປີ 2005 ເປັນຕົ້ນ ມາ.

ສວນ ຢາງ ພາລາ ເປັນ ບັນຫາ ນຶ່ງ ທີ່ ພົ້ນເດັ່ນ, ຊຶ່ງ ບໍ່ເປັນ ໄປຕາມ ນະໂຍບາຍ ຂອງພັກ ແລະ ຣັຖບານ ລາວ, ທີ່ວ່າ ການ ລົງທຶນ ເຮັດສວນ ຢາງ ພາລາ ຂອງ ບໍຣິສັດ ວຽດນາມ ແມ່ນ ເປັນການ ສົ່ງເສີມ ການ ລົງທຶນ ແລະ ຂຍາຍ ເສຖກິດ ພາກ ກະສິກັມ, ແລະ ສ້າງ ຣາຍຮັບ ໃຫ້ ປະຊາຊົນ ໃນ ພື້ນທີ່ ໃຫ້ ໄດ້ ຫລາຍຂຶ້ນ ນັ້ນ, ຈົນ ເຮັດໃຫ້ ປະຊາຊົນ ລາວ ຍອມຍ້າຍ ອອກຈາກ ພື້ນທີ່ ທີ່ ຕ່າງ ປະເທດ ໄດ້ ສັມປະທານ ນັ້ນ ໂດຍດີ, ເຖິງ ແມ່ນວ່າ ຈະໄດ້ຮັບເງິນຊົດເຊີຍ ພຽງເລັກ ນ້ອຍ ກໍຕາມ.

ປະຊາຊົນ ຫລົງເຊື່ອ ວ່າ ການ ຍ້າຍອອກ ໄປນັ້ນ, ຈະໄດ້ ໄປຢູ່ ບ່ອນ ທີ່ ສະດວກ ສະບາຍ ກວ່າເກົ່າ, ມີ ໄຟຟ້າ ແລະ ສິ່ງ ອໍານວຍ ຄວາມ ສະດວກ ຕ່າງໆ. ອີກ ຢ່າງນຶ່ງ ກໍຫວັງວ່າ ຈະມີ ອະນາຄົດ ທີ່ດີ ໃຫ້ຕົນ ແລະ ລູກຫລານ, ຕາມຄໍາ ຊີ້ ແຈງ ຂອງ ເຈົ້າໜ້າທີ່ ພັກ-ຣັຖ, ໂດຍ ບໍ່ຮູ້ເລີຍ ວ່າ ຊີວິດ ຂອງ ພວກ ເຂົາເຈົ້າ ກໍາລັງ ຈະພົບ ກັບ ຄວາມ ລໍາບາກ ກວ່າເກົ່າ.

ຊາວບ້ານ ທີ່ ໄດ້ຮັບ ຜົລ ກະທົບ ຈົ່ມ ອີກວ່າ, ເວລາ ຜ່ານໄປ ຫລາຍໆປີ ກໍບໍ່ມີ ຫຍັງ ດີຂຶ້ນ ບໍ່ມີ ເນື້ອທີ່ ທໍາກິນ ຄື ແຕ່ກ່ອນ ເຮັດໃຫ້ ຊີວິດ ຂອງ ພວກເຂົາ ຕ້ອງ ດີ້ນຮົນ ລູກຫລານ ຕ້ອງໄປ ເຮັດວຽກ ຢູ່ ເມືອງໄທ ຊຶ່ງ ບາງຄົນ ກໍຕົກ ເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ ຄ້າ ແຮງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.