ສວນກ້ວຍຈີນສ້າງຄວາມ ເດືອດຮ້ອນ

ມະນີຈັນ
2015.11.06
F-Banana ສວນກ້ວຍຂອງນັກລົງທຶນຈີນ ໃນພາກເໜືອຂອງປະເທດລາວ
RFA

ບໍຣິສັດ ຈີນ ທີ່ ມາລົງທຶນ ປູກກ້ວຍ ໃນ ພາກເໜືອ ຂອງ ລາວ ສ້າງ ຄວາມ ເດືອດຮ້ອນ ໃຫ້ ປະຊາຊົນ ຢ່າງ ຕໍ່ເນື່ອງ, ເປັນຕົ້ນ ຢູ່ເມືອງ ແບງ ແຂວງ ອຸດົມໄຊ, ໄດ້ ດູດເອົາ ນໍ້າ ຫ້ວຍ ຂຶ້ນໄປ ເກັບໄວ້ ໃນອ່າງ ເທິງພູ ເພື່ອໃຊ້ ປູກກ້ວຍ ເຮັດໃຫ້ ຊາວບ້ານ ທີ່ໃຊ້ ນໍ້າຫ້ວຍ ນັ້ນ ຂາດເຂີນ ນໍ້າໃຊ້ ນໍ້າກິນ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງ ແບງ ໃນ ວັນທີ 5 ພຶສຈິກາ 2015:

"ພວກຄົນ ຈີນ ຂະເຈົ້າ ບາງ ບໍຣິສັດ ມັນໄປເຮັດ ອ່າງນໍ້າ ໄວ້ ເທິງພູ ພູ້ນລະ ແລ້ວ ເອົານໍ້າຂຶ້ນ ໄປເລີຍ ມັນປໍ້າ ຂຶ້ນ ເປັນ ສອງວັກ ສາມວັກ ຂຶ້ນເມືອ ໄປ ໃສ່ອ່າງ ໃຫຍ່ໆ ແລ້ວ ມັນກະເປີດ ຊາວລາວ ເຮົານີ້ ຢາກໄດ້ ນໍ້າໄປ ໃຊ້ ການຜລິດ ການ ປູກພືດ ຫັ້ນນະ".

ທ່ານ ກ່າວອີກວ່າ ການທີ່ ນັກ ລົງທຶນ ຈີນ ເຮັດແນວນັ້ນ ກໍບໍ່ຜິດ ກົດຣະບຽບ ແລະ ເຮັດໃຫ້ ປະຊາຊົນ ເດືອດຮ້ອນ. ແລະ ໃນ ຣະດູ ແລ້ງ ນີ້ ພວກເຂົາ ເຈົ້າ ກໍຈະ ເດືອດຮ້ອນ ເພີ່ມຂຶ້ນ ຊຶ່ງ ທາງ ເຈົ້າໜ້າທີ່ ກໍໄດ້ ໄປແກ້ໄຂ ບັນຫາ ໂດຍ ຮຽກຮ້ອງ ໃຫ້ ນັກລົງທຶນ ຫລຸດຜ່ອນ ການ ດູດນໍ້າ ລົງ ເພື່ອແບ່ງ ໃຫ້ ຊາວບ້ານ ໄດ້ໃຊ້ ນໍາ.

ທ່ານ ເວົ້າວ່າ ມີ ບາງ ບໍຣິສັດ ຈີນ ທີ່ ມາປູກກ້ວຍ ບໍ່ໄດ້ ຜົລຜລິດ ຕາມ ທີ່ຕ້ອງການ ຫລື ປູກກ້ວຍ ບໍ່ໄດ້ ຜົລດີ ໄດ້ ປະລະ ສວນກ້ວຍ ກັບ ປະເທດ ຈີນ ແບບ ງຽບໆ ແລະ ປະ ບັນຫາ ຕ່າງໆ ໃຫ້ ປະຊາຊົນ ທ້ອງຖິ່ນ ແກ້ໄຂ.

ປັຈຈຸບັນ ບໍຣິສັດ ຈີນ ທີ່ ມາປູກກ້ວຍ ຢູ່ ເມືອງແບງ ຍັງ ເຫລືອ 6 ບໍຣິສັດ. ເຖິງວ່າ ບໍຣິສັດ ເຫລົ່ານັ້ນ ຈະຊ່ວຍ ປະຊາຊົນ ໃຫ້ ມີວຽກເຮັດ ງານທໍາ ຫລາຍຂຶ້ນ ກໍຕາມ ແຕ່ກໍສ້າງ ຜົລ ກະທົບ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ເພາະ ພວກເຂົາເຈົ້າ ໃຊ້ ເຄມີ ຫຼາຍ ເກີນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.