ຕ່າງປະເທດເຕືອນການ ເດີນທາງ

ອຸ່ນແກ້ວ ສຸກສະຫວັນ
2017.02.24
F-Kasi ເສັ້ນທາງ ຈາກເມືອງກາສີ ໄປຫາ ຫລວງພຣະບາງ ທີ່ຍັງບໍ່ໄດ້ ປູຢາງ ຮູປຖ່າຍ ເດືອນ ເມສາ ວັນທີ 20 ປີ 2013
Screen captured from: Alenis Laos video

ຈາກກໍຣະນີ ທີ່ເຈົ້າໜ້າທີ່ ທາງການລາວ ຣາຍງານວ່າ ມີເຫດການປືນລັ່ນໃສ່ ເຈົ້າໜ້າທີ່ ທະຫານ ທີ່ຮັກສາ ຄວາມປອດໄພ ຢູ່ເທິງ ຣົດໂດຍສານ ສາຍຫຼວງພຣະບາງ ນະຄອນຫຼວງ ວຽງຈັນ ຈົນເຮັດໃຫ້ ເຈົ້າໜ້າທີ່ ທະຫານ ຄົນນຶ່ງ ເສັຽຊີວິດ.

ຫລ້າສຸດສະຖານທູດ ຕ່າງປະເທດ ປະຈຳລາວ 5 ແຫ່ງ ໄດ້ອອກໜັງສື ແຈ້ງເຕືອນ ພົລເມືອງ ຂອງຕົນເອງ ໃນການເດີນທາງ ດ້ວຍຣົດໂດຍສານ ລະຫວ່າງ ແຂວງວຽງຈັນ ຫາ ແຂວງຫຼວງພຣະບາງ ມີສະຖານທູດ ຄານາດາ, ອັງກິດ, ສະຫະຣັຖ ແລະ ອອສເຕຣເລັຽ.

ເນື້ອໃນຂອງແຈ້ງເຕືອນ ຈາກ ສະຖານທູດ ອອສເຕຣເລັຽ ໄດ້ຂຽນວ່າ: ການເດີນທາງ ດ້ວຍຣົດ ຣະຫວ່າງ ແຂວງຫຼວງພຣະບາງ ແລະ ເມືອງວັງວຽງ ແຂວງວຽງຈັນ, ໃຫ້ພິຈາຣະນາ ເຖິງຄວາມຈຳເປັນ ທີ່ຈະ ເດີນທາງ, ຄິດໃຫ້ຮອບຄອບ ວ່າທ່ານມີ ຄວາມຈຳເປັນ ທີ່ຈະເດີນທາງ ຜ່ານເຂດ ດັ່ງກ່າວຫລືບໍ່ ຍ້ອນວ່າ ມີຄວາມສ່ຽງສູງ.

ຖ້າຈະເດີນທາງ, ທ່ານ ຈະຕ້ອງ ກວດສອບ ແລະ ປະຕິບັດ ການແຈ້ງເຕືອນ ເລື້ອງ ຄວາມປອດໄພ ໃຫ້ເປັນພິເສດ ລວມທັງ ໃຫ້ມີ ແຜນການ ສຸກເສີນໄວ້. ໃຫ້ກວດສອບ  ປະກັນພັຍ ການເດີນທາງ ຂອງທ່ານນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.