ຄວາມຄືບໜ້າເຫດປະທະກັນ ເຂດ ມ.ກາສີ

ອຸ່ນແກ້ວ ສຸກສະຫວັນ
2016.05.11
F-Sunti ຮ້ອຍຕຣີ ສັນຕິ ຜູ້ທີ່ເສັຽຊີວິດ ໃນເຫດການ ປະທະກັນ ຣະຫວ່າງ ກອງກໍາລັງທະຫານລາວ ແລະ ກຸ່ມປະກອບອາວຸດ ທີ່ບໍ່ຮູ້ຝ່າຍ
Citizen Journalist

ມີຣາຍງານ ຄວາມຄືບໜ້າ ການຍິງ ປະທະກັນ ຣະຫວ່າງ ເຈົ້າໜ້າທີ່ ທະຫານ ຂອງ ທາງການລາວ ກັບ ກຸ່ມກຳລັງ ປະກອບ ອາວຸດ ທີ່ ບໍ່ຮູ້ຝ່າຍ ເຮັດໃຫ້ມີ ເຈົ້າໜ້າທີ່ ທະຫານ ເສັຽຊີວິດ 1 ຄົນ ແລະ ຝ່າຍ ກຸ່ມກຳລັງ ປະກອບອາວຸດ ເສັຽຊີວິດ 8 ຄົນ.

ຈາກ ກໍຣະນີ ທີ່ມີການ ຍິງປະທະກັນ ໃນວັນທີ 6 ພຶສພາ ທີ່ຜ່ານມາ ຢູ່ເສັ້ນທາງ ຕັດໃໝ່ ຈາກ ເມືອງກາສີ ແຂວງ ວຽງຈັນ ໄປຫາ ເມືອງນານ ແຂວງ ຫຼວງພຣະບາງ ເຮັດໃຫ້ມີ ເຈົ້າໜ້າທີ່ ທະຫານ ເສັຽຊີວິດ 1 ຄົນ ຄື ຮ້ອຍຕຣີ ສັນຕິ ເຈົ້າໜ້າທີ່ ທະຫານ ຈາກ ກອງບັນຊາການ ທະຫານ ເມືອງນານ ແຂວງ ຫຼວງພຣະບາງ.

ຫລ້າສຸດ ມີຣາຍງານວ່າ ເຫດການ ປະທະກັນ ຂອງກຳລັງ ປະກອບອາວຸດ ສົງຄາມ ທັງສອງຝ່າຍ ໃນຄັ້ງນີ້ ເຮັດໃຫ້ ກຸ່ມປະກອບ ອາວຸດ ທີ່ ບໍ່ຮູ້ຝ່າຍໃດ ເສັຽຊີວິດ 8 ຄົນ ແລະ ຈຳນວນນຶ່ງ ກໍຖືກ ເຈົ້າໜ້າທີ່ ທະຫານ ຈັບກຸມໄດ້. ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ ແພດ ທ່ານນຶ່ງ ຢູ່ໂຮງໝໍ ແຂວງຫຼວງພຣະບາງ, ຊຶ່ງ ເຈົ້າໜ້າທີ່ ແພດ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ສຳລັບ ເຈົ້າໜ້າທີ່ ທະຫານ ຜູ້ ທີ່ຖືກບາດເຈັບ ແມ່ນຖືກສົ່ງ ໄປປິ່ນປົວ ຢູ່ ນະຄອນຫຼວງ ວຽງຈັນ. ສ່ວນວ່າ ສົບຂອງ ຮ້ອຍຕຣີ ສັນຕິ ຜູ້ທີ່ເສັຽ ຊີວິດ ໄດ້ຖືກນຳໄປ ຊາປະນະກິດ ຢູ່ບ້ານເກີດ ຄື ບ້ານຖິ່ນແກ້ວ ເມືອງຊຽງເງິນ ແຂວງ ຫຼວງພຣະບາງ".

ກ່ຽວກັບເຫດການ ທີ່ເກີດຂຶ້ນ ໃນຄັ້ງນີ້ ເຈົ້າໜ້າທີ່ ທາງການລາວ ຍັງບໍ່ມີ ຖະແຫລງການ ແລະ ເປີດເຜີຍ ຂໍ້ມູນ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.