ນໍ້າຖ້ວມເມືອງປາກກະດິງ

ຈໍາປາທອງ
2015.08.04
F-Borikhamxay ນໍ້າຖ້ວມ ກະທັນຫັນ ຢູ່ ເມືອງ ບໍຣິຄັນ, ປາກກະດິງ ແລະ ທ່າພະບາດ ແຂວງ ບໍຣິຄໍາໄຊ ໃນຕອນເຊົ້າ ວັນທີ 3 ສິງຫາ 2015
Citizen Journalist

ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີ ການ ສັງຄົມ ເມືອງ ປາກກະດິງ ແຂວງ ບໍຣິຄໍາໄຊ ເວົ້າວ່າ, ໃນຣະຍະ ຝົນ ຕົກໜັກ 5-6 ມື້ ຜ່ານມານີ້ ບ້ານເຮືອນ ຂອງ ປະຊາຊົນ 52 ຫລັງ ຢູ່ ບ້ານ ຫ້ວຍເລິກ ເມືອງ ປາກກະດິງ, ໄດ້ຮັບ ຜົລກະທົບ ຈາກ ພັຍ ນໍ້າຖ້ວມ, ສູງ ເຖິງ 60 ຊັງຕີແມັຕ, ສ່ວນນຶ່ງ ແມ່ນຍ້ອນ ນໍ້າປ່າ ຊຸ ລົງມາ ຈາກພູ ໄຫລເຂົ້າ ບ້ານເຮືອນ, ເຮັດໃຫ້ ຊັພສິນ ເສັຽຫາຍ:

"ຕາມ ນາຍບ້ານ ຣາຍງານ ກະແມ່ນ 52 ຫລັງຄາ ເຮືອນ ພຸ້ນໃດ໋, ຢູ່ພຸ້ນ ຢູ່ບ້ານ ຫ້ວຍເລິກ, ຕິດກັບ ນໍ້າກະດິງ, ນີ້ແຫຼະ, ມັນເປັນ ສາຂາ ຂອງ ນໍ້າກະດິງ ໄຫລມາ ແຕ່ ພູ ມັນເປັນ ສາຂາ ຂອງ ນໍ້າ ມາແຕ່ພູ ພູ້ນ ນະ ຜົລເສັຽຫາຍ ກະບໍ່ທັນ ໄດ້ເປັນ ທາງການ ຫັ້ນນະ, ວ່າເສັຽຫາຍ ຫຍັງແດ່ ເພາະວ່າ ເພິ່ນ ກະມີແຕ່ ລໍຖ້າ".

ນອກຈາກ ນັ້ນ ຍັງມີ ຣາຍງານ ຈາກ ເຈົ້າໜ້າທີ່ ທ້ອງຖິ່ນ ອີກວ່າ ໄຮ່ນາ ຂອງ ປະຊາຊົນ 5 ບ້ານ, ຫຼາຍເຮັກຕາ ທີ່ຫາກໍ່ ເລີ່ມ ດໍາ ນັ້ນ ໄດ້ຮັບ ຄວາມ ເສັຽຫາຍ, ເຮັດໃຫ້ ບາງ ຄອບຄົວ ວິຕົກ ກັງວົນ ນໍາຜົລຜລິດ ເຂົ້າໃນ ປີນີ້ ແລະ ຫຼາຍຄົນ ໄດ້ ຮຽກຮ້ອງ ໃຫ້ ທາງການ ຊ່ວຍເຫລືອ.

ທ່ານ ກ່າວຕໍ່ໄປ ວ່າ ຫລັງເກີດ ນໍ້າຖ້ວມ ທາງ ຄນະ ປົກຄອງ ເມືອງ ປາກກະດິງ ກໍໄປ ຢ້ຽມຢາມ ຜູ້ ປະສົບພັຍ ພ້ອມທັງ ແຈກ ອາຫານ ແຫ້ງ ແລະ ນໍ້າດື່ມ ໃຫ້ ຊາວບ້ານ ຈໍານວນ ນຶ່ງ.

ປັດຈຸບັນ ບ້ານເຮືອນ ຍັງບໍ່ທັນໄດ້ ຮັບການ ປົວແປງ ຍ້ອນ ນໍ້າຍັງ ບໍ່ບົກລົງ, ແລະ ກໍມີ ການແຈ້ງ ເຕືອນ ປະຊາຊົນ ໃຫ້ຟ້າວ ຍ້າຍ ເຄື່ອງຂອງ ໄປໄວ້ບ່ອນ ປອດພັຍ ຫາກຣະດັບ ນໍ້າສູງ ຂຶ້ນ ອີກ.

ໃນຂນະ ດຽວກັນ ກໍມີ ຣາຍງານ ຕື່ມວ່າ ຊ່ວງດຽວ ກັນນັ້ນ 5 ບ້ານ ໃນເຂດ ເມືອງ ປາກຊັນ ແຂວງ ດຽວກັນນີ້ ກໍໄດ້ຮັບ ຄວາມ ເສັຽຫາຍ ຈາກ ພັຍນໍ້າຖ້ວມ ເຊັ່ນກັນ ແລະ ກົມ ອຸຕຸນິຍົມ ວິທຍາ ກໍແຈ້ງ ເຕືອນ ປະຊາຊົນ ວ່າ ຈະມີຝົນ ຕົກ ຢູ່ຕໍ່ໄປ, ຜູ້ ທີ່ຢູ່ ແຄມນໍ້າ ແລະ ເຂດຕີນພູ ຕ້ອງໄດ້ ຣະມັດ ຣະວັງ ເປັນ ພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.