ນ້ຳຖ້ວມເມືອງໝື່ນ ຂ.ວຽງຈັນ

ຈໍາປາທອງ
2016.11.11
F-Moeun ສະພາບການ ທາງເມືອງໝື່ນ ທີ່ຝົນກໍາລັງຕົກໜັກ ນໍ້າຈຶ່ງຖ້ວມໜັກ ໃນຮອບ 6 ປີ
Courtesy Tholakhong/ປະກາດ Pakaad post

ນ້ຳຖ້ວມ ໃນເຂດເມືອງໝື່ນ ແຂວງວຽງຈັນ ເມື່ອວັນທີ 9 ພຶສຈິກາ ນີ້ ໜັກທີ່ສຸດ ໃນຮອບ 6 ປີ ຍ້ອນມີຝົນ ຕົກແຮງ ຕິດຕໍ່ກັນ ແຕ່ຕອນແລງ ຂອງ ວັນທີ 8 ເຖິງວັນທີ 9 ພຶສຈິກາ, ເຮັດໃຫ້ ນ້ຳຖ້ວມ ບ້ານເຮືອນ ຂອງ ປະຊາຊົນ, ຖ້ວມເທສບານ ເມືອງ ແລະ ເຂດອ້ອມແອ້ມ; ພື້ນທີ່ ກະສິກັມ ແລະສັດລ້ຽງ ເສັຽຫາຍຫຼາຍ ໂດຍສະເພາະ ເຂົ້າໃນນາ ທີ່ຈະ ເກັບກ່ຽວ ໃນເດືອນນີ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງໝື່ນ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ພຶສຈິກາ:

"ຄິດວ່າຖ້ວມ ໜັກທີ່ສຸດ ໃນ ຮອບຫົກປີ ກໍຕົວນີ້ ໜັກທີ່ສຸດ ເມື່ຶ່ອວານນີ້ ກໍໄດ້ເກນ ທະຫານ ຕໍາຣວດ ເພື່ອວ່າ ໄປຊ່ວຍ ປະຊາຊົນ ເກັບເຂົ້າ ຂົນເຄື່ອງ ເພື່ອຊ່ວຍ ປະຊາຊົນ ຄິດວ່າເຂົ້າ ຈະເສັຽຫາຍຫຼາຍ".

ທ່ານກ່າວຕື່ມວ່າ ນ້ຳຖ້ວມຄັ້ງນີ້ ແຮງທີ່ສຸດ ຈົນວ່າທາງເມືອງ ໄດ້ໃຫ້ ຕຳຣວດ ແລະ ທະຫານ ຊ່ວຍເຫລືອ ປະຊາຊົນ ໃນການຍົກຍ້າຍ ເຄື່ອງຂອງ ໄປໄວ້ທີ່ ປອດພັຍ. ປັດຈຸບັນ ທາງເມືອງ ກຳລັງ ເກັບກຳເຣຶ່ອງ ຄວາມເສັຽຫາຍ ທີ່ເກີດຈາກ ພັຍນ້ຳຖ້ວມ ນັ້ນຢູ່ ເປັນຕົ້ນ ພື້ນທີ່ນາ ຊຶ່ງຄາດວ່າ ເຂົ້າ ທີ່ພວມຈະ ເກັບກ່ຽວນັ້ນ ເສັຍຫາຍຫຼາຍ:

"ຕົວນີ້ກໍກໍາລັງ ແຕ່ງຕັ້ງ ພະນັກງານ ລົງເກັບກໍາ ຂໍ້ມູນ ວ່າສ່ວນຫຼາຍ ກໍທັງສອງບ້ານ ກໍຖືກໝົດ ທຸກບ້ານ ກໍໄດ້ຮັບຄວາມ ເສັຽຫາຍຫຼາຍ ບໍ່ວ່າຈະເປັນ ສັດລ້ຽງ ຫລືວ່າ ເຮືອນຊານ ແລ້ວ ກໍຜົລຜລິດ ຂອງ ປະຊາຊົນ ກໍໄດ້ຮັບ ຜົລເສັຍຫາຍ ຫຼາຍ".

ນ້ຳຖ້ວມນາ ຂອງປະຊາຊົນ 2 ບ້ານໃນເຂດ ເທສບານ ເມືອງໝື່ນ. ສ່ວນຖນົນ ຫົນທາງ ຍັງບໍ່ມີ ຣາຍງານ ວ່າ ເປ່ເພ ຫລື ຖືກຕັດຂາດ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.