ຫ້າມແຕະຕ້ອງເຂດປະຕູນໍ້າ ປ່ອງ 3

ອຸ່ນແກ້ວ ສຸກສວັນ
2014.03.06
f-namtheun ເຂື່ອນນໍ້າເທີນສອງ
AFP

 

ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ໄດ້ອອກ ຄຳສັ່ງ ຫ້າມບໍ່ໃຫ້ ມີການ ຫັນປ່ຽນ ທີ່ດິນເຂດ ຊົລປະທານ ເຂດ ປະຕູນໍ້າ ປ່ອງທີ່ 3 ຕາມຄອງ ຣະບາຍ ນ້ຳ ຂອງເຂື່ອນ ນ້ຳເທີນ2 ແລະ ບໍ່ ອະນຸຍາດ ໃຫ້ຈັດສັນ ທີ່ດິນ ເຂດດັ່ງກ່າວ ໄປພັທນະ ຢ່າງອື່ນ. ອີງຕາມການຣາຍງານ ຂອງ ສຳນັກ ຂ່າວສານ ປະເທດລາວ.

ທ່ານ ທອງສິງ ທຳມະວົງ ໄດ້ອອກ ຄຳສັ່ງ ສະບັບ ເລກທີ 09/ນຍ ລົງວັນທີ 3 ມີນາ 2014 ເພື່ອ ອະນຸຮັກ ທີ່ ດິນເຂດ ດັ່ງກ່າວ ແລະ ນຳໃຊ້ ເຂົ້າໃນ ການ ຜລິດ ກະສິກັມ ເພື່ອຄ້ຳປະກັນ ສະບຽງ ອາຫານ ແລະ ສົ່ງເສີມ ການຜລິດ ເປັນສິນຄ້າ ຊງມີເນື້ອທີ່ 2,700 ເຮັກຕາ ທີ່ຕັ້ງຢູ່ ເມືອງ ຍົມມະລາດ ແຂວງ ຄຳມ່ວນ, ພາກກາງ ຂອງ ປະເທດ ລາວ.

ເນື່ອງຈາກວ່າ ເຂດດັ່ງກ່າວ ມີທ່າແຮງ ແລະ ມີເງື່ອນໄຂ ໃນການ ພັທນາ ກະສິກັມ ແບບຄົບຊຸດ ແລະ ເປັນເຂດ ຈຸດສຸມໃນ ແຜນ ພັດທນາ ເສຖກິດ ສັງຄົມ  ແຫ່ງຊາດ 5 ປີຄັ້ງທີ VII ແລະ ໄດ້ ອະນຸມັດ ໃຫ້ກໍ່ສ້າງ ລະບົບ ຊົລປະທານ ເພື່ອ ສະໜອງນ້ຳ ໃຫ້ແກ່ ເນື້ອທີ່ ຜລິດ ກະສິກັມ ທັງຣະດູ ແລ້ງ ແລະ ຣະດູຝົນ ຊຶ່ງຖືເປັນ ໂຄງການ ລິເລີ່ມ ທົດລອງ ແນໃສ່ສ້າງ ເປັນຕົວແບບ ແລະ ຜັນຂຍາຍ ໄປສູ່ໂຄງການ ອື່ນທີ່ມີ ເງື່ອນໄຂ.

ໃນການ ປະຕິບັດ ຈະມີການ ຈັດສົ່ງ ວິຊາການ ທີ່ ກ່ຽວຂ້ອງ ສົມທົບກັບວິຊາ ການຂອງ ອົງການ ປົກຄອງ ທ້ອງຖິ່ນ ເພື່ອຈັດຕັ້ງ ເຜີຍແຜ່ ແຜນການ ນຳໃຊ້ ເຕັກນິກ ເຕັກໂນໂລ ຢີໃໝ່ ດ້ານ ກະສິກຳ, ນຳພາ ປະຊາຊົນ ເຮັດຕົວຈິງ ໂດຍມີການ ຈັດຕັ້ງການ ຜລິດຕາມຮູບ ແບບຕ່າງໆ ເຊັ່ນ: ເສຖກິດ ຄອບຄົວ ຂອງ ກະສິກອນ, ກຸ່ມຜລິດ, ກຸ່ມນຳໃຊ້ ນ້ຳ ຊົລປະທານ, ກຸ່ມບໍລິການ ດ້ານເຕັກນິກ ທັງໝົດ ກໍຕ້ອງ ຮັບປະກັນ ຄວາມຍືນຍົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.