ຜູ້ຖືກພັຍນໍ້າຖ້ວມຍັງລໍຖ້າ ການ ຊ່ອຍເຫຼືອ


2013.12.03
F-flood-lp ນໍ້າຖ້ວມ ແຂວງຫລວງພຣະບາງ ໃນເດືອນ ສິງຫາ ຜ່ານມາ
Citizen Journalist

 

ຊາວບ້ານ ເຂດເມືອງໄຊ ແຂວງຫລວງພຣະບາງ ທີ່ປະສົບພັຍນໍ້າຖ້ວມ ໃນຊ່ວງເດືອນສິງຫາ ຜ່ານມາເວົ້າວ່າ ຍັງຕ້ອງການຄວາມຊ່ວຍເຫຼືອ ຫລາຍຢ່າງເປັນຕົ້ນແນວພັນພືດ ເພື່ອປູກທົດແທນເຂົ້າ ທີ່ເສັຽຫາຍຕອນ ນໍ້າຖ້ວມແລະແນວພັນເຂົ້າ ທັງໝົດນີ້ ກໍຍັງບໍ່ໄດ້ຮັບເທື່ອ. ສະເພາະ ບ້ານຂອງລາວນັ້ນລາວວ່າ ຜູ້ທີ່ບໍ່ມີທີ່ຢູ່ອາສັຍເທົ່ານັ້ນ ທີ່ໄດ້ຮັບການຊ່ວຍເຫລືອເຂົ້າແລະນໍ້າດື່ມ ໄປແລ້ວພຽງຄັ້ງດຽວ ສ່ວນຊາວບ້ານທີ່ທົ່ງໄຮ່ ທົ່ງນາ ແລະຮົ້ວສວນຖືກນໍ້າຖ້ວມນັ້ນ ບໍ່ໄດ້ຮັບການ ຊ່ວຍເຫລືອຫຍັງໝົດ ຈຶ່ງຢາກໃຫ້ພາກຣັຖ ຊ່ວຍເຫລືອແນວພັນພືດ ສໍາລັບປູກແທນເຂົ້າ ໃນຍາມລະດູແລ້ງ ນີ້ເສັຽກ່ອນ.

ໃນທໍານອງດຽວກັນ ກັບຊາວເມືອງແບງ ແຂວງອຸດົມໄຊ ທີ່ຖືກນໍ້າຖ້ວມ ເມື່ອເດືອນສິງຫາ ກໍເວົ້າວ່າຊາວບ້ານຫລາຍຄອບຄົວ ບໍ່ທັນມີບ່ອນຢູ່ ອາສັຍ. ຜ່ານມາຊາວບ້ານທີ່ບໍ່ມີບ່ອນຢູ່ ໄດ້ຮັບສັງກະສີໄປແລ້ວ ຄົວລະ 50 ແຜ່ນ ແຕ່ກໍບໍ່ສາມາດເຮັດຫຍັງໄດ້ຫລາຍ ດັ່ງຊາວບ້ານເວົ້າວ່າ:

"ການຊ່ອຍເຫລືອນີ້ກໍຈະມີ ຈຸດໜັກແມ່ນຖິ່ນຖານຂອງປະຊາຊົນ ທີ່ຖືກນໍ້າຖ້ວມ ໃນຈໍານວນນຶ່ງນັ້ນຖືວ່າຍັງບໍ່ທັນມີທີ່ຢູ່ອາສັຍ ເທື່ອຫັ້ນນະ ຢາກ ໃຫ້ຂັ້ນເທິງເບິ່ງໂຕນີ້ຄືນກ່ອນ".

ໃນຊ່ວງຣະດູຝົນປີນີ້ ແຂວງທີ່ຖືກນໍ້າຖ້ວມ ແລະ ໄດ້ຮັບຄວາມເສັຽຫາຍຫລາຍທີ່ສຸດ ໂດຍສະເພາະບ້ານເຮືອນ ເຄື່ອງປູກຂອງຝັງ ແລະເຂົ້າ ຢູ່ໃນທົ່ງນາ ກໍມີແຂວງອຸດົມໄຊ ຫລວງພຣະບາງ ວຽງຈັນ ຈໍາປາສັກ ເຊກອງ ສາຣະວັນ ແລະອັຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.