ທາງການສົ່ງຂີ້ເຫຍື້ອເຄື່ອງໃຊ້ ໄຟຟ້າ ໃຫ້ຈີນ ຄືນ

ຈໍາປາທອງ
2016.04.14
F-Hokeng ເຂດໂຮງງານລະລາຍ ຂີ້ເຫຍື້ອ ເຄື່ອງໃຊ້ໄຟຟ້າ ຂອງບໍຣິສັດ ໂຫເກັງ (Hokeng Metal Processing) ຢູ່ນິຄົມ ອຸດສາຫະກັມ ເຂດເສຖກິຈ ພິເສດ ຢູ່ບ້ານ ໂນນທອງ ເມືອງໄຊເຊດຖາ
RFA/ST

ຈາກ ກໍຣະນີ ກົມພາສີ ກະຊວງ ການເງິນ ສປປລາວ ໄດ້ ກັກສິນຄ້າ ທີ່ເປັນ ເຄື່ອງໃຊ້ ໄຟຟ້າ ເສດເຫຼືອ ເຄື່ອງ ເອເລັກໂທຣນິກ ທີ່ບັນຈຸ ຢູ່ໃນ ຄອນເທນເນີ 58 ຕູ້ ຊຶ່ງເປັນຂອງ ບໍຣິສັດ ແປຮູບ ໂລຫະ ໂຫເກັງ (Hokeng Metal) Processing ຊຶ່ງ ເປັນ ບໍຣິສັດ ຈີນ ທີ່ ເປັນ ບໍຣິສັດ ລູກ ຂອງ ບໍຣິສັດ ສັນໄຣ ຢູ່ ປະເທສ ນິວຊິແລັນ ໄວ້ຢູ່ ສາງສິນຄ້າ ທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ແຕ່ວັນທີ 28 ມິນາ ເປັນຕົ້ນມາ ຊຶ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ໃກ້ຊິດກັບ ບໍຣິສັດ ແປຮູບ ດັ່ງກ່າວ ໄດ້ບອກໃຫ້ ວິທຍຸ ເອເຊັຽ ເສຣີ ຮູ້ໃນວັນທີ 4 ເມສາ ເຖິງເຫດຜົລ ຂອງການ ກັກສິນຄ້າ ວ່າ:

1.ໃບ ນໍາສົ່ງສິນຄ້າ ບໍ່ໄດ້ ຣະບຸ ຊນິດສິນຄ້າ.

2.ບໍ່ປະຕິບັດ ຕາມສັນຍາ ບາແຊວ ແລະ ຣະບຽບການ ທີ່ກ່ຽວຂ້ອງ, ຕັ້ງໃຈ ຫລົບຫລີກ ການກວດສອບ ຂອງ ເຈົ້າໜ້າທີ່.

3.ບໍ່ມີການແຈ້ງ ຣາຍລະອຽດ ແລະ ເຈດຈໍານົງ ໃນການນໍາ ສິນຄ້າ ຊຶ່ງ ເປັນສິ່ງ ເສດເຫລືອ ທີ່ເປັນ ອັນຕະລາຍ ເຂົ້າມາ ແລະ

4.ບໍ່ມີການ ແຈ້ງຂໍ້ມູນ ກ່ອນລ່ວງໜ້າ ຂອງປະເທດ ຕົ້ນທາງ ແລະ ບໍ່ມີການ ຕອບຮັບ ຈາກປະເທດ ປາຍທາງ ຄື ສປປລາວ.

ແຕ່ ຫລ້າສຸດ ໃນວັນທີ 8 ເມສາ ນີ້ ຄນະ ກັມມະການ ຄຸ້ມຄອງ ເຂດ ເສຖກິຈ ພິເສດ ແລະ ເຂດ ເສຖກິຈ ສະເພາະ ພ້ອມດ້ວຍ ໜ່ວຍງານ ທີ່ກ່ຽວຂ້ອງ ໄດ້ ປະຊຸມກັນ ຢູ່ ຫ້ອງວ່າການ ຣັຖບານ ພາຍໃຕ້ການ ເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ຣັຖມົນຕຣີ ຫົວໜ້າ ຫ້ອງວ່າການ ຣັຖບານ ເພື່ອ ແກ້ໄຂບັນຫາ ດັ່ງກ່າວ.

ເຈົ້າໜ້າທີ່ ຜູ້ເຂົ້າປະຊຸມ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ: ກອງປະຊຸມ ເຫັນດີ ໃຫ້ ເອົາສິນຄ້າ ທີ່ເປັນສິ່ງ ເສດເຫລືອ ເຄື່ອງໃຊ້ ໄຟຟ້າ ຈໍານວນ 58 ຕູ້ ຄອນເທນເນີ ນັ້ນ ອອກຈາກ ສາງ ທ່ານນາແລ້ງ, ເອົາໄປໄວ້ ສາງສິນຄ້າ ຂອງ ບໍຣິສັດ ແປຮູບ ໂລຫະ ໂຫເກັງ ຢູ່ນິຄົມ ອຸດສາຫະກັມ ເຂດ ເສຖກິຈ ພິເສດ ຢູ່ບ້ານ ໂນນທອງ ເມືອງ ໄຊເຊດຖາ, ແຕ່ ຫ້າມບໍ່ໃຫ້ ມີການຜລິດ ຈົນກວ່າ ບໍຣິສັດ ນັ້ນຈະ ປະຕິບັດ ຕາມ ຣະບຽບການ ດ້ານ ສິ່ງແວດລ້ອມ ໃຫ້ ຖືກຕ້ອງ ກ່ອນ.

ຂັ້ນຕອນ ການຜລິດນັ້ນ ຈະຕ້ອງ ເປັນໄປຕາມ ສົນທິສັນຍາ ບາເຊວ ຫຼື ບໍ່ກໍຕ້ອງ ມີຄວມປອດໄພ ຕໍ່ ສິ່ງແວດລ້ອມ ແລະ ສິ່ງ ທີ່ມີຊີວິດ. ບໍ່ດັ່ງນັ້ນ ຫ້າມຜລິດ ເດັດຂາດ. ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່ ທ່ານ ດຽວກັນນີ້. ຕາມຂໍ້ມູນ ຈາກ ປະຊາຊົນ ທີ່ຢູ່ໃກ້ຄຽງ ກັບ ໂຮງງານນັ້ນ, ເຈົ້າຂອງ ໂຮງງານ ທີ່ ເປັນຄົນຈີນ ໄດ້ລັກ ປ່ອຍນໍ້າເສັຽ ທີ່ປົນເປື້ອນ ສານເຄມີ ລົງໃສ່ ທົ່ງນາ ທີ່ ຢູ່ໃກ້ຄຽງ ເຂດນັ້ນ ຂນະທີ່ ໜ່ວຍງານ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເວົ້າວ່າ ທີ່ຜ່ານມາ ເຄີຍໄປກວດ ປະຣິມານ ສາຣປົນເປື້ອນ ໃນນໍ້າເສັຽ ຈາກໂຮງງານ ດັ່ງກ່າວ ຄື ວັດແທກໄດ້ 3.4 ຊຶ່ງຖືວ່າ ຢູ່ໃນຂີດ ອັນຕະລາຍ ຮ້າຍແຮງ, ເພາະຕາມ ປົກກະຕິ ແລ້ວ ສານປົນເປື້ອນ ນັ້ນ ຈະຕ້ອງ ບໍ່ໃຫ້ເກີນ 0.2 ຈຶ່ງຖືວ່າ ຢູ່ໃນຂີດ ປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.