ຂ.ບໍຣິຄໍາໄຊ ເລັ່ງປາບກຸ່ມຄ້າ ສັດປ່າ

ສິດນີ
2017.07.30
f-bear ສັດປ່າ ທີ່ຖືກກຸ່ມລ່າສັດ ໃນລາວ ຈັບໄດ້ ແລ້ວຂ້າເອົາຊິ້ນສ່ວນຕ່າງໆ ມາຂາຍຕາມຕະຫຼາດ
RFA

ທາງການ ແຂວງບໍຣິຄຳໄຊ ເພີ້ມມາຕການ ເຝົ້າຣະວັງ ແລະປາບປາມ ກຸ່ມຄ້າສັດປ່າ ເພື່ອສົ່ງໄປຂາຍ ທີ່ວຽດນາມ ແລະຈີນ ເຈົ້າຫນ້າທີ່ ແຂວງ ບໍຣິຄຳໄຊ ທ່ານນຶ່ງເວົ້າວ່າ, ປັດຈຸບັນ ຜູ້ລັກລອບ ຄ້າສັດປ່າ ໃນແຂວງກໍຍັງມີ ຫລາຍຢູ່ ເຖິງແມ່ນວ່າ ເຈົ້າຫນ້າທີ່ ຈະພຍາຍາມ ສະກັດກັ້ນ ຫລາຍປານໃດ ກໍຕາມ. ດັ່ງທ່ານກ່າວ ໃນວັນທີ 27 ກໍຣະກະດາ ນີ້ວ່າ:

"ມັນກໍພົວພັນກັບພໍ່ຄ້າຫັ້ນແຫລະ ໄປຂາຍອັນນີ້ນະ ສ່ວນຫລາຍມັນມາແຕ່ ເມືອງວຽດ ຕິດຕໍ່ຫາກັນນະ ມັນຕິດຕໍ່ຫາກັນ ຄົນພວກນີ້ເຮົາກໍ ບໍ່ໄດ້ ເບາະແສປານໃດ ມັນມີພໍ່ຄ້າ ຕິດຕໍ່ຫາກັນເດ້ ຕົວນີ້ ເຈົ້າຫນ້າທີ່ ເຮົາປາບໃດ໋ ແຕວ່າສ່ວນຫຼາຍ ມັນກໍຄືວ່າແຫຼະ ເຂົາລັກເຮັດຫັ້ນນ່າ ກວດຕະຫອດໃດ໋ ພວກເຈົ້າຫນ້າທີ່ ປ່າໄມ້ກວດຕະຫລອດ ພວກນີ້ ແຕ່ວ່າເປັນສີ່ງ ເກີນຫ້າມນະ".

ທ່ານກ່າວຕື່ມວ່າ ປາກົດວ່າໃນປີນີ້ ການຄ້າສັດປ່າໄດ້ຫລຸດລົງແດ່ ເລັກນ້ອຍຍ້ອນວ່າ ເຈົ້າຫນ້າທີ່ຕຳຣວດແລະປ່າໄມ້ ຮ່ວມກັນລົງກວດກາ ຢ່າງຈິງຈັງ. ແຕ່ກອ່ນມີສັດປ່າ ຂນາດໃຫຍ່ ວາງຂາຍຕາມແຄມທາງ ຫລື ຕາມຕລາດເປັນຕົ້ນ ທີ່ເມືອງຄຳເກີດ ຊຶ່ງປັດຈຸບັນ ຮ້ານເຫລົ່ານີ້ ກໍຖືກປາບປາມ ໄປຫມົດແລ້ວ ເຖິງຈະມີຢູ່ ກໍພຽງແຕ່ສັດປ່າ ຂນາດນ້ອຍດັ່ງ ງູ ກະຮອກ ນົກ ຫນູ ເທົ່ານັ້ນ.

ທ່ານວ່າຫລັງໆມານີ້ ເຈົ້າຫນ້າທີ່ ກໍໄດ້ຮັບຂໍ້ມູນວ່າ ມີຄົນວຽດນາມແລະຄົນຈີນ ເຂົ້າມາພົວພັນ ກັບຊາວບ້ານ ທ້ອງຖິ່ນ ໃຫ້ໂຮ່ສັດປ່າ ທີ່ຕົນ ຕ້ອງການແລ້ວສົ່ງສັດປ່າ ດັ່ງກ່າວ ຜ່ານຊາຍແດນ ໄປປະເທດ ຂະເຈົ້າ ເປັນຕົ້ນເຂດຊາຍແດນ ທີ່ເມືອງໄຊຈຳພອນ ແລະ ເມືອງຄຳເກີດ ຊືຶ່ງວ່າງຫລັງໆມານີ້ ເຈົ້າຫນ້າທີ່ ກໍສາມາດຈັບຕົວ ຊາວບ້ານຄົນນຶ່ງໄດ້ ທີ່ກຳລັງ ຈະສົ່ງສັດປ່າ ຜ່ານເສັ້ນທາງ ດັ່ງກ່າວ:

"ລັກລອບສ່ວນຫຼາຍຫັ້ນນ່າ ຜ່ານມາເຮົາກໍຈັບໄດ້ ຢູ່ຕົວນີ້ ເປັນພວກອັນນັ້ນ ຄືຢູ່ພູເຂົາ ປັບໃຫມ ຈັບເຂົ້າຄຸກຫຼາຍໃດ໋ ແລ້ວຕົວນີ້ ເງິນກີບ ກໍຕົກຢູ່ 2,3 ຮ້ອຍລ້ານພຸ້ນແຫຼະ ຖ້າເປັນເງິນບາດ ກໍຕົກເປັນລ້ານບາດ ພຸ້ນແຫຼະ ເຈົ້າຫນ້າທີ່ເຮົາ ກໍເອົາຈິງ ເອົາຈັງຢູ່ຕົວນີ້ ເຣື້ອງການ ປ້ອງກັນ ຫັ້ນຫນ່າ ຈັບໄດ້ກໍສ່ວນຫລາຍ ກໍເອົາໄປທໍາລາຍຖິ້ມ".

ຜ່ານມາ ແຂວງບໍຣິຄຳໄຊ ເປັນແຂວງນຶ່ງ ທີ່ມີການວາງຂາຍສັດປ່າ ໃນແຄມທາງ ຫລືໃນທ້ອງຕລາດ ຢ່າງເປີດເຜີຍ ແຕ່ໃນປັດຈຸບັນ ເຖິງແມ່ນວ່າ ບໍ່ມີການວາງຂາຍ ໃນແຄມທາງ ຫລື ໃນຕລາດກໍຕາມ ກຸ່ມຄ້າສັດປ່າ ຍັງຫາທາງ ລັກລອບເອົາ ສັດປ່າ ຈາກລາວໄປ ປະເທດ ຂອງພວກເຂົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.