ເຄມີໃຊ້ໃນສວນກ້ວຍ ຕິດກັບ ໂຮງຮຽນ

ສິດນີ
2017.12.04
F-banana ສວນປູກກ້ວຍ ຂອງຈີນ ທີ່ຕິດກັບໂຮງຮຽນ
RFA/VD

ປະຊາຊົນບ້ານເລົາຊີ ເມືອງສິງ ແຂວງຫລວງນໍ້າທາ ພ້ອມທັງຄຣູແລະນັກຮຽນ ຢາກໃຫ້ເຈົ້າໜ້າທີ່ທາງການ ທີ່ກ່ຽວຂ້ອງຂອງລາວ ຊ່ວຍ ແກ້ໄຂບັນຫາ ກິ່ນເໝັນ ຈາກສານເຄມີ ທີ່ຈີນໃຊ້ໃນສວນກ້ວຍ ເນື່ອງຈາກວ່າ ສວນກ້ວຍນັ້ນຢູ່ໃກ້ບ້ານ ແລະໂຮງຮຽນ. ເວລາໃດທີ່ມີການໃສ່ ສານເຄມີຕ່າງໆ ຢູ່ໃນສວນກ້ວຍ ແມ່ນມີກິ່ນເໝັນ ອອກມາໃສ່ຫລາຍ, ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອໄວໆມານີ້ວ່າ:

"ຄືມັນຢູ່ແປະບ້ານເລີຍໜ່າ ເວລາເຂົາໃສ່ຢາ ມານີ້ແມ່ນຢູ່ບໍ່ໄດ້ເລີຍ ຕອນເວລາຊິເຮັດສວນກ້ວຍ ທາງບ້ານ ກໍ່ບໍ່ຢາກໃຫ້ເຮັດແລ້ວ ແຕ່ວ່າ ທາງເຈົ້ານາຍ ເພິ່ນອະນຸມັດໃຫ້ເຮັດ ປະຊາຊົນ ກະເວົ້າຫຍັງບໍ່ໄດ້ ແຕ່ດຽວນີ້ມັນກະຫຍຸ້ງ ໝົດບ້ານ ສວນກ້ວຍນີ້ໄດ້ 4 ປີ ນີ້ແລ້ວໜ່າ.”

ທ່ານກ່າວຕໍ່ໄປວ່າ ອັນສຳຄັນ ກໍ່ແມ່ນຢ້ານວ່າ ກິ່ນເໝັນນັ້ນ ຈະກະທົບຕໍ່ສຸຂພາບ ຂອງເດັກນ້ອຍ ທີ່ຮຽນຢູ່ໂຮງຮຽນ ຕິດກັບສວນກ້ວຍ, ຜ່ານມາໃນເດືອນ ກັນຍາ 2017 ອໍານາດການປົກຄອງບ້ານ ກໍ່ໄດ້ສະເໜີໄປຍັງ ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແລະ ຫ້ອງການ ກະສິກັມ ເມືອງສິງ ຂໍໃຫ້ເພີ່ນມາກວດສອບ ບັນຫາດັ່ງກ່າວ, ແຕ່ກໍ່ບໍ່ມີ ໜ່ວຍງານໃດມາເບິ່ງ.

ຜ່ານມາມີຫລາຍຄົນໄປປີ່ນປົ່ວຢູ່ໂຮງໝໍ ຍ້ອນໄດ້ຮັບຜົນກະທົບ ຈາກສານເຄມີ ທີ່ຈີນໃຊ້ໃນກ້ວຍນັ້ນ, ດັ່ງເຈົ້າໜ້າທີ່ໂຮງໝໍ ເມືອງສິງ ທ່ານນຶ່ງ ໄດ້ກ່າວວ່າ:

“ມັນມີທຸກປີ ບາງເທື່ອກະເດັກນ້ອຍ ແຕ່ວ່າສ່ວນຫລາຍແມ່ນ ພວກທີ່ເຂົາເຝົ້າຢູ່ສວນກ້ວຍ ຫັ້ນມັກເຂົ້າມາ ປີ່ນປົວ ອາການສ່ວນຫລາຍ ແມ່ນວິນຫົວ ປວດຮາກ, ຫາຍໃຈຝຶດ ເປັນຕົ້ນ.”

ທ່ານເວົ້າວ່າ ຖ້າຫາກບັນຫາດັ່ງກ່າວ ບໍ່ໄດ້ຮັບການແກ້ໄຂ ບັນຫາສຸຂພາບເດັກນ້ອຍ ແລະປະຊາຊົນ ທີ່ຢູ່ພາຍໃນ ບ້ານເລົາຊີນີ້ອາດຈະໄດ້ ຮັບຜົລກະທົບຊຶ່ງອາດເຮັດໃຫ້ ພວກເຂົາເຈົ້າເຈັບປ່ວຍ ແລະເສັຽຊີວິດຍ້ອນສານເຄມີ ຈາກສວນກ້ວຍຈີນນັ້ນ ກໍເປັນໄປໄດ້ ຫາກດົນໄປ.

ເມືອງສິງ ເປັນເມືອງນຶ່ງ ຂອງແຂວງຫລວງນໍ້າທາ ທີ່ເຄີຍມີການປູກກ້ວຍຫລາຍທີ່ສຸດ ຄືມີເນື້ອທີ່ທັງໝົດ ເກືອບ 2 ພັນເຮັກຕາ. ແຕ່ໃນ ປັຈຈຸບັນຫຼຸດລົງຍັງເຫຼືອພຽງ 3-4 ຮ້ອຍເຮັກຕາ ຕາມຂໍ້ມູນຂອງຫ້ອງການ ກະສິກັມແລະປ່າໄມ້ເມືອງສິງ ແລະ ທີ່ຜ່ານມາ ທາງການລາວ ກໍ່ໄດ້ສັ່ງບໍ່ໃຫ້ ຂະຫຍາຍຕື່ມອີກ. ແຕ່ສຳລັບສວນ ທີ່ມີຢູ່ແລ້ວ ເວລາໝົດ ກຳນົດສໍາປະທານ ກໍ່ໃຫ້ເຊົາໄປເລີຍ. ແຕ່ກໍ່ສັງເກດເຫັນວ່າ ຍັງມີບາງບ້ານ ທີ່ຍັງອະນຸຍາດ ໃຫ້ປູກຢູ່ໃນປີນີ້ ເຊັ່ນບ້ານໜອງຄຳ ເມືອງສິງນີ້ເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.