ຕັກແຕນຍັງລະບາດ ຍ້ອນຂາດ ງົບປະມານ

ຈໍາປາທອງ
2017.06.09
f-locust ເຄື່ອງອຸປກອນສີດຢາ ທີ່ ປະເທດຈີນ ໃຫ້ການຊ່ອຍເຫຼືອ
ຮູປຖ່າຍຈາກຫ້ອງການ ຂແນງປູກຝັງ ແຂວງຫົວພັນ

ການປາບຕັກແຕນຢູ່ເມືອງງອຍ ແຂວງຫລວງພຣະບາງ ຍັງບໍ່ໝົດ ຍ້ອນພາກສ່ວນ ທາງການ ທີ່ກ່ຽວຂ້ອງ ບໍ່ມີງົບປະມານ ພຽງພໍ ໂດຍສະເພາະເງິນຊື້ ຢາຂ້າ ຕັກແຕນ ເຮັດໃຫ້ ຕັກແຕນຍັງກັດກິນ ພືດພັນ ຂອງປະຊາຊົນຢູ່. ດັ່ງເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງງອຍ ເວົ້າໃນມື້ວັນທີ 8 ມິຖຸນາ ນີ້ວ່າ: ສຽງ...

ທ່ານເວົ້າວ່າ ການຂາດເຂີນ ງົບປະມານຂອງຣັຖ ສົ່ງຜົລກະທົບ ຕໍ່ຫລາຍດ້ານ ຮວມທັງ ເຈົ້າໜ້າທີ່ ທີ່ໄປສີດຢາ ປາບຕັກແຕນ ກໍບໍ່ມີຢາ ແກ້ວິນຫົວ ແລະບໍ່ສາມາດ ຊື້ເຄື່ອງໃຊ້ ໃຫ້ພໍກັບ ຈໍານວນຄົນທີ່ ປະຕິບັດ ວຽກງານ ຊຶ່ງທາງຫ້ອງການເມືອງ ກໍໄດ້ສເນີ ຂໍໄປຍັງສູນກາງ ແລ້ວ ແລະຄາດວ່າຈະໄດ້ຮັບ ງົບປະມານ ມາເພີ້ມໃນອີກບໍ່ດົນນີ້.

ປັດຈຸບັນ ຕັກແຕນກໍາລັງກັດກິນພືດພັນ ຂອງປະຊາຊົນ 5 ບ້ານ ຢູ່ເມື່ອງງອຍ ໃນເນື້ອທີ່ 200 ປາຍເຮັກຕາ. ແຕ່ລະມື້ ເຈົ້າໜ້າທີ່ 120 ປາຍຄົນ ໄດ້ສີດຢາ ຕາມຈຸດຄ່າງໆ ໃນຂນະທີ່ ສານເຄມີ ນັ້ນຍັງເຫລືອໜ້ອຍ ແລະບໍ່ມີ ທ່າທີວ່າ ຕັກແຕນນັ້ນ ຈະຫລຸດລົງ.

ຢູ່ພາກເໜືອຂອງລາວ ຕັກແຕນລະບາດຫລາຍຂຶ້ນ ຢູ່ໃນ 640 ຈຸດ ທີ່ກວມເອົາ ຫລາຍເຂດຂອງ 24 ເມືອງ ຢູ່ຫຼາຍແຂວງ ຄື ແຂວງ ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຫຼວງພຣະບາງ, ຊຽງຂວາງ. ເວົ້າສະເພາະ ຢູ່ແຂວງຫົວພັນ ຕັກແຕນລະບາດ ໃນເນື້ອທີ່ 200 ປາຍເຮັກຕາ. ແຕ່ສາມາດປາບ ຕັກແຕນໄດ້ພຽງແຕ່ ຢູ່ໃນເນື້ອທີ່ 80 ເຮັກຕາ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.