ຂີ້ເຫຍື້ອເອເລັກໂທຣນິກເລີ້ມ ອີກແລ້ວ

ຈໍາປາທອງ
2016.05.26
f-warehouse ຣົດບັນທຸກ ກໍາລັງຂົນສົ່ງ ຕູ້ຄອນເທນເນີ ທີ່ບັນຈຸສິ່ງເສດເຫລືອ ເຄື່ອງໃຊ້ໄຟຟ້າ ຫລື ຂີ້ເຫຍື້ອ ເອເລັກໂທຼນິກ ຂອງບໍຣິສັດ Hokeng Metal Processing ຂອງຈີນ ຢູ່ສາງ ທ່ານາແລ້ງ ໃນວັນທີ 28 ມີນາ.
RFA/ST

ກ່ຽວກັບ ກໍຣະນີ ໂຮງງານ ຂີ້ເຫຍື້ອ ເສດເຫຼືອ ເຄື່ອງ ເອເລັກໂທຣນິກ ຂອງ ບໍຣິສັດ ແປຮູບໂລຫະ Hokeng ຂອງຈີນ ຢູ່ນິຄົມ ອຸດສາຫະກັມ ເຂດເສຖກິຈ ພິເສດ ທີ່ ບ້ານໂນນທອງ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ໄດ້ປ່ອຍ ນໍ້າເສັຽ ປົນເປື້ອນ ສາຣພິດ ລົງ ໃສ່ທົ່ງນາ ທີ່ຢູ່ໃກ້ຄຽງ ນັ້ນ, ຫລ້າສຸດ ໃນອາທິດ ທີ່ຜ່ານມາ ຣັຖບານ ສປປລາວ ກໍໄດ້ ອະນຸຍາດ ໃຫ້ ບໍຣິສັດ ດັ່ງກ່າວ ດຳເນີນການ ຜລິດຕໍ່ໄປ, ແຕ່ ຕ້ອງຮັກສາ ບໍ່ໃຫ້ມີ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຜູ້ຄົນ.

ເຈົ້າໜ້າທີ່ ທ່ານນຶ່ງ ໃນຈຳນວນ ຄນະ ກຳມະການ ໄປກວດການ ໂຮງງານນັ້ນ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ພຶສພາ ວ່າ: ຣັຖບານ ໄດ້ ອະນຸຍາດ ໃຫ້ ບໍຣິສັດ ນັ້ນ ສືບຕໍ່ ທຳການຜລິດ ຫລັງຈາກທີ່ ຄນະ ກໍາມະການ ສະເພາະກິດ ຊຸດນຶ່ງ ຊຶ່ງ ນຳໂດຍ ທ່ານ ເພັດ ພົມພິພັກ ຣັຖມົນຕຼີ ແລະ ທັງເປັນຫົວໜ້າ ຫ້ອງວ່າການ ສຳນັກງານ ນາຍົກ ຣັຖມົນຕຼີ ໄດ້ລົງໄປ ກວດກາ ໂຮງງານ ແລ້ວ ໃນວັນທີ 6 ພຶສພາ.

ຕໍ່ມາ ໃນວັນທີ 17 ພຶສພາ ຕົວແທນ ຂອງໂຮງງານ ໄດ້ຕິດຕໍ່ ມາຊີ້ແຈງ ກັບ ວິທຍຸ ເອເຊັຽ ເສຣີ ວ່າ ທາງໂຮງງານ ມີອ່າງ ເກັບນ້ຳເສັຽ ແລະ ບໍ່ໄດ້ປ່ອຍ ນ້ຳເສັຽ ອອກນອກ ໂຮງງານ ແຕ່ຢ່າງໃດ. ໃນຂນະທີ່ ເຈົ້າໜ້າທີ່ ລົງໄປກວດກາ ໂຮງງານ ໃນວັນທີ 6 ນັ້ນ ເຫັນວ່າ ໂຮງງານ ມີອ່າງ ເກັບນ້ຳເສັຽ ແຕ່ຍັງບໍ່ມີ ຣະບົບ ເຄື່ອງບໍາບັດ ນ້ຳເສັຽ ທີ່ໄດ້ ມາດຕະຖານ.

ພ້ອມກັນນັ້ນ ທູດ ສະຫະຣັຖ ອະເມຣິກາ ປະຈຳລາວ ທ່ານ Daniel Clune  ກໍໃຫ້ ຄວາມສົນໃຈ ແລະ ລົງໄປ ຢ້ຽມຢາມ ໂຮງງານ ດັ່ງກ່າວ ໃນວັນທີ 18 ພຶສພາ. ອີງຕາມຂໍ້ມູນ ຈາກ ຫົວໜ້າ ຝ່າຍ ບໍຣິຫານ ຫລື CEO ຂອງ ບໍຣິສັດ ນັ້ນ. ທີ່ຜ່ານມາ ກົມພາສີ ກະຊວງ ການເງິນ ໄດ້ກັກ ວັດຖຸຕ່າງໆ ຂອງ ບໍຣິສັດ ຢູ່ສາງ ທ່ານາແລ້ງ ໂດຍ ໃຫ້ເຫດຜົນວ່າ ໃບນໍາສົ່ງ ສິນຄ້າ ບໍ່ໄດ້ ຣະບຸຊນິດ ສິນຄ້າ, ບໍ່ ປະຕິບັດ ຕາມສັນຍາ ບາແຊວ ແລະ ຣະບຽບການ ທີ່ ກ່ຽວຂ້ອງ, ຕັ້ງໃຈ ຫຼົບຫຼີກ ການກວດສອບ ຂອງ ເຈົ້າໜ້າທີ່, ບໍ່ແຈ້ງ ຣາຍລະອຽດ ແລະ ມີເຈດຈໍານົງ ໃນການ ນໍາສິນຄ້າ ຊຶ່ງ ເປັນສິ່ງ ເສດເຫລືອ ທີ່ ອັນຕະລາຍ ເຂົ້າມາ ສປປລາວ, ບໍ່ແຈ້ງ ຂໍ້ມູນ ລ່ວງໜ້າ ຈາກ ປະເທດ ຕົ້ນທາງ ແລະ ບໍ່ມີການ ຕອບຮັບ ຈາກປະເທດ ປາຍທາງ ຄື ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.