ຈີນຍັງສືບຕໍ່ຂຍາຍສວນກ້ວຍ

ອຸ່ນແກ້ວ ສຸກສະຫວັນ
2016.11.09
f-banana ສວນປູກກ້ວຍ ຂອງຈີນ ຢູ່ເມືອງນໍ້າບາກ ແຂວງຫຼວງພຣະບາງ (ຮູບຖ່າຍ ວັນທີ 28/7/2016)
RFA

ຍັງມີນັກລົງທຶນຈີນ ເຂົ້າມາ ສຳປະທານ ປູກກ້ວຍ ຫຼາຍແຫ່ງ ຢູ່ ເມືອງຫີນເຫີບ ແຂວງ ວຽງຈັນ ຊຶ່ງສ້າງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຕໍ່ ຊຸມຊົນ, ເຖິງວ່າ ທາງການລາວ ໄດ້ສັ່ງຫ້າມ ບໍ່ໃຫ້ ອະນຸຍາດ ນັກລົງທຶນ ເຂົ້າມາ ສຳປະທານ ທີ່ດິນ ປູກກ້ວຍ. ດັ່ງ ຍານາງ ຄຳຈັນ ພົມແສງສະຫວັນ ຮອງ ປະທານ ອົງການ ແນວລາວ ສ້າງຊາດ ໄດ້ກ່າວຢູ່ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 2 ຂອງ ສະພາ ແຫ່ງຊາດ ຊຸດທີ 8 ໃນວັນທີ 4 ພືສຈິກາ ຜ່ານມາວ່າ:

"ແຂວງວຽງຈັນ ຍຸຕິການ ປູກກ້ວຍ ຂອງນັກລົງທຶນ ຕ່າງດ້າວ ແຕ່ຍັງເຫັນວ່າ ບໍຣິສັດ ຍັງສືບຕໍ່ ປູກກ້ວຍ ແລະ ປູກພືດ ຊນິດອື່ນໆ ຢູ່ເຂດ ບ້ານນາພົງ ບ້ານສວນມອນ ບ້ານນ້ຳທົ່ງ ແລະ ບ້ານອື່ນໆອີກ ອ້ອມຂ້າງ ເມືອງຫີນເຫີບ ຈຶ່ງສະເໜີ ໃຫ້ພາກສ່ວນ ກ່ຽວຂ້ອງ ລົງຕິດຕາມ ກວດກາຕື່ມ".

ຢູ່ເມືອງຫີນເຫີບ ມີບໍຣິສັດ ຈີນ ແລະ ບໍຣິສັດ ຣັຖເຊັຍ ໄດ້ເຂົ້າມາ ປູກກ້ວຍ ແລະ ພືດອື່ນໆ ຕັ້ງແຕ່ປີ 2014 ເປັນຕົ້ນມາ. ຜົນກະທົບ ຈາກສວນກ້ວຍ ຢູ່ເຂດເມືອງ ຫີນເຫີບ ເຮັດໃຫ້ປາ ຢູ່ໃນແມ່ນ້ຳ ຕາຍ. ດັ່ງ ປະຊາຊົນ ເມືອງຫີນເຫີບ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ກໍມີຢູ່ ສ່ວນຫຼາຍມັນຈະເປັນ ລັກສນະ ແບບ ຜົນກະທົບ ນີ້ເນາະ ເວົ້າດ້ວຍເລື້ອງ ສິ່ງແວດລ້ອມ ເຮົາ ແບບຫ້ວຍນ້ຳ ເຮົານີ້ນະ ເລື້ອງປູ ເລື້ອງປາ ບາງຄັ້ງ ກໍເຫັນ ປູປາຕາຍ ເຂົາເຈົ້າ ປະຊາຊົນ ເຂົາເຈົ້າ ກໍໃຊ້ແບບອັນ ໃຊ້ນ້ຳດື່ມ ນ້ຳຫຍັງແລ້ວ ມີແຕ່ ສິ່ງແວດລ້ອມ ເຮົານີ້ ແຫຼະ ປູປານານ້ຳ ນີ້ແຫຼະ ສູນເສັຽ ມັນຕາຍ ຊິນະ".

ປະຊາຊົນທ່ານນີ້ ກ່າວອີກວ່າ ຢູ່ ເມືອງຫີນເຫີບ ມີສວນກ້ວຍ ທັງໝົດ ປະມານ 300 ເຮັກຕາ. ນອກຈາກນີ້ ບັນຫາ ສວນກ້ວຍ ທີ່ ນັກລົງທຶນ ຈີນ ເຂົ້າມາລົງທຶນ ນັ້ນ ໄດ້ສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ສຸຂພາບ ຂອງ ປະຊາຊົນ ຢູ່ບັນດາ ແຂວງ ພາກເໜືອ ຂອງ ປະເທດລາວ ແລະ ຣັຖບານລາວ ໄດ້ອອກ ຄຳສັ່ງ ໃຫ້ຢຸດ ການປູກກ້ວຍ ໃນເດືອນ ພືສພາ ທີ່ຜ່ານມາ ຍ້ອນວ່າ ເຈົ້າຂອງ ສວນກ້ວຍ ເປັນ ນັກລົງທຶນ ຈີນ ໃຊ້ສານເຄມີ ເກີນຂະໜາດ ແລະ ສານເຄມີ ບາງຊນິດ ກໍຖືກສັ່ງ ຫ້າມ. ອີງຕາມ ຂໍ້ມູນ ຈາກ ກະຊວງ ກະສິກັມ ແລະ ປ່າໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.