ຊາວບ້ານອອກເງິນແປງ ຖນົນ
2017.11.29
ສປປລາວ ບໍ່ມີຖນົນຫົນທາງທີ່ດີ ແລະ ທີ່ໄດ້ມາຕຖານໃນການສັນຈອນໄປມາ, ຖນົນຫລາຍສາຍ ສ້າງບໍ່ໄດ້ມາຕຖານ ແລະບໍ່ທົນທານ ການສ້ອມແປງ ກໍບໍ່ມີ ຖ້າມີ ກໍມີຫນ້ອຍ ແລະບໍ່ໄດ້ມາຕຖານ.
ຜູ້ໄດ້ຮັບສຳປະທານ ໃນການສ້າງຖນົນຫົນທາງ ແລະສ້ອມແປງຖນົນ ທີ່ເປ່ເພໃນລາວ ກໍແມ່ນບໍຣິສັດ ທີ່ມີສ່ວນພົວພັນ ກັບເຈົ້າຫນ້າທີ່ຣັດ ງົບປະມານໃນການສ້າງທາງ ຫລື ສ້ອມແປງຖນົນ ກໍຂາດເຂີນບໍ່ພຽງພໍ.
ຍ້ອນຄວາມບໍ່ພໍໃຈ ກັບສະພາບການເປ່ເພ ຂອງຖນົນຫົນທາງ ໃນຫລາຍເຂດໃນລາວ ຊາວບ້ານຈຶ່ງໄດ້ ຮຽກຮ້ອງໄປຫາຣັຖບານ ຜ່ານ ໂທຣະສັບສາຍດ່ວນ ຫລືສ່ວນໃຫຍ່ ຈະຜ່ານສື່ສັງຄົມອອນລາຍ ແຕ່ບໍ່ໄດ້ຜົລ ຫລາຍຄົນກໍອົດກັ້ນສູ້ຕໍ່ໄປ ໃນການໃຊ້ຖນົນ ທີ່ເປ່ເພ.
ແຕ່ກຸ່ມຊາວບ້ານ ທີ່ບ້ານຫົວຫາດ ແຂວງສວັນນະເຂດ ສູ້ຕໍ່ບັນຫາດັ່ງກ່າວບໍ່ໄດ້ ຈື່ງຊ່ອຍກັນອອກເງິນຈຳນວນ 77 ຕື້ກີບ ຫລືປະມານ 9 ພັນ ປາຍໂດລາ ສ້ອມແປງຫລືປູຖນົນ ໃນຣະຍະທາງຍາວ ປະມານ 400 ແມັດ ໃນເຂດເມືອງໄຊພູທອງ.
ວຽກງານດັ່ງກ່າວ ປະກອບກອບດ້ວຍການຖອກປີຕົງ ປູຢາງໃສ່ທາງ ໃນຄວາມໜາປະມານ 13 ຊັງຕີແມັດ ຄວາມກວ້າງປະມານ 5.6 ແມັດ ຈະເລີ້ມຂຶ້ນ ໃນກາງເດືອນທັນວາ ປີນີ້ ແລະຈະສຳເຣັດໃນກາງເດືອນ ມົກຣາປີຫນ້າ.
ບໍ່ແມ່ນແຕ່ເທື່ອດຽວນີ້ ທີ່ຊາວບ້ານຫົວຫາດ ອອກເງິນກັນປູທາງ ກ່ອນຫນ້ານີ້ ກໍໄດ້ອອກເງິນກັນ 52 ລ້ານກີບ ໃນການປູທາງ ໃນຣະຍະທາງຍາວ ປະມານ 250 ແມັດ ເຂົ້າບ້ານ.