ປະຊາຊົນເດືອດຮ້ອນຍ້ອນ ໂຮງງານ ສົ່ງກິ່ນ

ສິດນີ
2017.11.01
f-toxic ຊິ້ນສ່ວນເສດເຫຼືອ ຂອງຄອມພິວເຕີ້ ທີ່ໂຮງງານຈີນ ນໍາມາຈູດເຜົາໃຫ້ລະລາຍ ແຍກເອົາແຮ່ທາດ ທີ່ມີຣາຄາ ພ້ອມດຽວກັນ ກໍປ່ອຍຄວັນ ພົລພິດ ໄປສູ່ໝູ່ບ້ານ
RFA/ST

ປະຊາຊົນບ້ານສະພັງຄະນົງ ຈຳນວນ 190 ຄອບຄົວ ທີ່ອາສັຍຢູ່ໃກ້ ນິຄົມອຸດສາຫະກັມ ນະຄອນຫລວງວຽງຈັນ ຫລັກ 21 ເມືອງໄຊທານີ ໄດ້ຮັບຜົລກະທົບ ຈາກກິ່ນເໝັນ ຈາກອ່າງບຳບັດ ນ້ຳເສັຽຂອງໂຮງງານ ແລະການປ່ອຍມົລພິດ ຈາກໂຮງງານຕ່າງໆໃນເຂດນັ້ນ ເປັນຕົ້ນ ໂຮງງານຫລອມເຫລັກ ໂຮງງານຫມໍ້ແປງໄຟຟ້າ ແລະ ໂຮງງານຊີວີກອນ ເຮັດໃຫ້ຫລາຍ ຄອບຄົວ ຕ້ອງໄດ້ຍ້າຍ ອອກໄປຢູ່ບ່ອນໃຫມ່ ສ່ວນຜູ້ທີ່ບໍ່ມີບ່ອນຈະໄປ ກໍເຮັດເຮືອນຕິດຝາກະຈົກ ບໍ່ໃຫ້ກິ່ນເຫມັນເຂົ້າມາໃນເຮືອນ. ດັ່ງປະຊາຊົນທ່ານນື່ງ ກ່າວໃນມື້ວັນທີ 1 ພຶສຈິກາ ນີ້ວ່າ:

"ມັນກໍມີສ່ວນຕົວນີ້ ແມ່ນລະມັນກີ່ນຕົວຫນັກແມ່ນກິ່ນນີ້ແຫລະ ຕົວເຂົາຈູດອັນໂຮງງານ ມັນຂີວເຂົ້າມາໃນບ້ານ ພີລືກຂນາດເໝັນ ມັນກໍມີ ຫຼາຍໂຮງງານຈັກໂຮງງານນັ້ນແຫຼະ ປະເພດຜລິດ ປະເພດຕົ້ມນີ້ແຫຼະ ມັນສົ່ງຜົລກະທົບຕໍ່ປະຊາຊົນ ກໍເປັນຫວ່ງກໍກີ່ນ ຕໍ່ມາກໍເປັນເຣື້ອງ ນ້ຳເສັຽ ຂອງໂຮງຈັກ ໂຮງງານ ມັນໃກ້ຊຸມຊົນ ຫັ້ນນ່າ".

ທ່ານກ່າວຕື່ມວ່າ ກິ່ນເຫມັນຈາກນິຄົມອຸດສາຫະກັມ ແຫ່ງນີ້ ນອກຈາກຊາວບ້ານ ໄດ້ຮັບແລ້ວ ຍັງກະຈ່າຍໄປສູ່ເຂດໃກ້ຄຽງ ມາເປັນເວລາ ຫລາຍປີແລ້ວ ເຮັດໃຫ້ ປະຊາຊົນ ໃນເຂດບ້ານອ້ອມແອ້ມ ຫລາຍພັນຄົນ ໄດ້ຮັບຜົລກະທົບ ແຕ່ບໍ່ມີການແກ້ໄຂ.

ໃນປີ 2016 ກໍມີປະຊາຊົນບາງຄົນເຈັບປ່ວຍ ຍ້ອນບັນຫາດັ່ງກ່າວ ໂດຍສະເພາະໃນຍາມກາງຄືນ ແຮ່ງມີການປ່ອຍຄັວນເສັຽ ຈາກໂຮງງານ ຫຼາຍຂື້ນ ນອກຈາກສະພາບອາກາດ ຫາຍໃຈບໍ່ດີແລ້ວ ນ້ຳໃນຫ້ວຍໜອງຄອງບຶງ ກໍໃຊ້ການບໍ່ໄດ້. ເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າ ທ່ານນຶ່ງເວົ້າວ່າ ການທີ່ປະຊາຊົນ ຕູ່ວ່າ ຊາວບ້ານເຈັບປ່ວຍ ຍ້ອນຄວັນພີດ ຈາກໂຮງງານ ໃນປັດຈຸບັນນີ້ນັ້ນ ຍັງບໍ່ໄດ້ຮັບການຢືນຢັນ ຈາກ ແພດຫມໍ ຢ່າງແທ້ຈີງເທື່ອ ຊຶ່ງຜ່ານມາ ທາງການກໍໄດ້ ສັ່ງໃຫ້ປີດໂຮງງານທີ່ ປ່ອຍມົລພິດໄປແລ້ວ. ທ່ານເວົ້າວ່າ:

"ເຣື້ອງຄວັນຜ່ານມາຜົລກະທົບ ເຂົາຟົດຂື້ນ ກະມີແຕ່ຕົວຊີລີຄອນ ຫັ້ນ ແລ້ວກໍຕົວແຍກຊິ້ນສ່ວນ ອິເລັກໂຕຣນິກ ກໍຖືວ່າຕົວນຶ່ງ ກໍຍຸຕິໄປ ແລ້ວເດ ຕົວນ້ຳເສັຽນີ້ຜ່ານມາ ກໍຖືວ່າໂຮງງານ ຕະກົ່ວ ປ່ອຍລົງໃສ່ ແນ່ນອນມັນກໍ ໄຫລລົງຫ້ວຍ ແຕ່ເຂົາກະວ່ານໍ້າໜິໃສ ແຕ່ບໍ່ມີປາ ແຕ່ບາດນີ້ໄທເຮົາ ທາງກະຊວງໄທເຮົາ ກໍໄດ້ລົງເອົານ້ຳໄປກວດ ມັນກໍນອນຢູ່ໃນມາຕຖານ ບໍ່ໄດ້ເກີນມາຕຖານ".

ນິຄົມອຸດສາຫະກັມນະຄອນຫລວງ ຫລັກທີ 21 ສ້າງຂື້ນໃນ ປີ 2009 ມີໂຮງງານ ຈາກຫລາຍປະເທດ ເຂົ້າມາລົງທຶນ ເປັນຕົ້ນ ສິງກະໂປ ຈີນ ວຽດນາມ ແລະໄທ ບາງໂຮງງານ ກໍສົ່ງຜົລກະທົບ ຕໍ່ ປະຊາຊົນ ແລະເຈົ້າຫນ້າທີ່ ເມືອງໄຊເສດຖາ ກໍລົງໄປກວດກາ ເປັນປະຈຳ.

ບັນຫາກິ່ນເຫມັນແລະການປ່ອຍຄວັນ ໃນປັດຈຸບັນ ຖືວ່າຫລຸດລົງ ແດ່ແລ້ວ ຖ້າທຽບໃສ່ກ່ອນຫນ້ານີ້ ແຕ່ເຖິງຢ່າງໃດ ກໍຕາມ ຖ້າມີການ ຮ້ອງຮຽນຈາກ ປະຊາຊົນ ອີກໃຫມ່ ເຈົ້າຫນ້າທີ່ ກໍຕ້ອງລົງ ໄປກວດກາອີກ. ດັ່ງຊາວບ້ານສະພັງຄະນົງ ຮ້ອງຮຽນ ມາໃນເດືອນຕຸລາ ເຈົ້າຫນ້າທີ່ ກໍຈະລົງໄປ ກວດກາອີກຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.