ຊາວເມືອງນານຍັງຕ້ອງການ ເຮືອນຢູ່

ມະນີຈັນ
2015.10.08
F-Tad-Hien ສະພາບ ຂອງ ເມືອງນານ ພາຍຫຼັງ ຕາດ ຫ່ຽນ ແຕກ
RFA/NY

ປັດຈຸບັນ ທາງ ເມືອງນານ ແຂວງ ຫຼວງພຣະບາງ ຕ້ອງການ ວັດຖຸ ກໍ່ສ້າງ ຫຼາຍຢ່າງ ເພື່ອ ສ້ອມແປງ ແລະ ປຸກເຮືອນໃໝ່ 9 ຫລັງ ໃຫ້ ປະຊາຊົນ ທີ່ ໄດ້ຮັບ ຄວາມ ເສັຽຫາຍ ຈາກ ຕາດຫຽນ ແຕກ, ມີຫຼາຍ ຄອບຄົວ ຍັງບໍ່ມີ ເຮືອນ ຢູ່, ແລະ ການຟື້ນຟູ ສິ່ງ ທີ່ເພພັງ ຍັງເປັນໄປ ຢ່າງ ຫລ້າຊ້າ. ດັ່ງ ເຈົ້າໜ້າທີ່ ເມືອງນານ ເວົ້າວ່າ:

"ຄວາມ ຕ້ອງການ ຢາກໄດ້ ວ່າແທ້ ຢູ່ໃນ ປະເພດ ວັດຖຸ ເນາະ, ເປັນ ເຫລັກເສັ້ນ ເບາະ ຈະເປັນ ຊິເມັນບໍ່, ຊິເປັນ ເຫລັກຕະປູ ບໍ່, ແບບນີ້ນະ, ຢາກຊ່ວຍ ພາກສ່ວນ ປະສົບພັຍ ທີ່ ມັນຖືກ ນໍ້າພັດ ນໍ້າຊຸ ໄຫລ ໄປໝົດ ເຮືອນ ຢາກໄດ້ ປະເພດ ນີ້".

ທ່ານກ່າວ ອີກວ່າ ດຽວນີ້ ຜູ້ ປະສົບພັຍ ຫຼາຍຄົນ ຍັງອາສັຍ ຢູ່ນຳ ຍາດ ພີ່ນ້ອງ ແລະ ຄາດວ່າ ຍັງ ຈະໄດ້ຢູ່ ໄປອີກດົນ ຍ້ອນຍັງ ບໍ່ມີ ງົບປະມານ ສ້ອມແປງ ແລະ ປຸກເຮືອນ ໃໝ່ ຕາມຄວາມ ຕ້ອງການ. ທີ່ ຜ່ານມາ ກໍມີຜູ້ ບໍຣິຈາກ ແລ້ວ 100 ປາຍ ລ້ານ ກີບ, ແຕ່ ມູນຄ່າ ຄວາມ ເສັຽຫາຍ ມີເຖິງ 10 ຕື້ ກີບ. ຖ້າ ບຸກຄົນໃດ ຫລື ພາກສ່ວນໃດ ຢາກ ບໍຣິຈາກ ຊ່ວຍເຫລຶອ ຜູ້ ປະສົບພັຍ ນັ້ນກໍ ຂໍໃຫ້ ຕິດຕໍ່ ກັບທາງ ຫ້ອງການ ປົກຄອງ ເມືອງ ນານ. ສຳລັບ ສະຖານທີ່ ຈັດສັນ ເພື່ອ ປຸກສ້າງ ເຮືອນໃໝ່ ໃຫ້ ປະຊາຊົນ ນັ້ນ ຍັງ ສຳຣວດ ແລະ ຫາບ່ອນທີ່ ເໝາະສົມ ຢູ່.

ປັດຈຸບັນ ທາງ ເຈົ້າໜ້າທີ່ ເມືອງ ນານ ໄດ້ ຣະດົມກັນ ເອົາດິນ ອອກຈາກ ແຄມ ນ້ຳນານ ແລະ ອະນາມັຍ ສະຖານທີ່ ຕ່າງໆ ເພື່ອຕຣຽມ ງານບຸນ ຊ່ວງເຮືອ ອອກພັນສາ ຢູ່ ສະຖານທີ່ ດັ່ງກ່າວ ຄື ກັນກັບ ທຸກໆປີ ຊຶ່ງ ປີນີ້ ຈະຈັດຂຶ້ນ ໃນ ວັນທີ 20 ຕຸລາ 2015 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.