ນໍ້າຂອງບົກລົງຜູ້ຄົນລໍາບາກ

ໄມຊູລີ
2015.02.11
F-Mekong ສະພາບ ແມ່ນ້ຳຂອງ ເຂດ ນະຄອນຫຼວງວຽງຈັນ ເດືອນມົກກະຣາ ຫາ ເດືອນກຸມພາ ປີນີ້
RFA

ໃນເດືອນ ມົກກະຣາ ຫາ ເດືອນ ກຸມພາ ນີ້ ສະພາບ ແມ່ນ້ຳຂອງ ໃນ ເຂດ ນະຄອນ ຫຼວງ ວຽງຈັນ ບົກແຫ້ງ ລົງຫຼາຍ ທີ່ສຸດ ໃນ ຫຼາຍປີ ຜ່ານມາ ຈົນ ເຮັດໃຫ້ ຊາວບ້ານ ໃນເຂດ ບ້ານ ທາດຂາວ, ທ່າ ວັດຈັນ ໄປເຖິງ ເຂດ ບ້ານສີຖານ ມີ ຄວາມ ລໍາບາກ ໃນການ ຫາປາ.

ຊາວບ້ານ ຜູ້ນຶ່ງ ທີ່ ຫາປາ ເປັນ ປະຈໍາ ເວົ້າວ່າ ຮູ້ສຶກ ຕົກໃຈ ທີ່ເຫັນນ້ຳ ບົກ ລົງຫລາຍ ກວ່າປີ ທີ່ ຜ່ານໆມາ ເຮັດໃຫ້ ພວກຕົນ ຕ້ອງໄດ້ ໄປ ຫາປາ ຢູ່ວັງນ້ຳ ທີ່ ໃກ້ກັບ ຝັ່ງໄທ ເພາະຝັ່ງ ລາວ ແມ່ນເກືອບ ບໍ່ມີນ້ຳ ໄຫຼຜ່ານ ເລີຍ.

ຊາວບ້ານ ເວົ້າອີກວ່າ ແຕ່ລະປີ ກ່ອນ ຈະຍ່າງ ໄປຮອດ ຫາດ ດອນຈັນ ຈະມີນ້ຳ ໃຫ້ລຸຍ ປະມານ ພຽງ ໜ້າແຂ່ງ ແຕ່ປີນີ້, ນ້ຳຂອງ ບົກແຫ້ງ ຜິດ ປົກກະຕິ ແບບນີ້, ມີພຽງແຕ່ ໂສກັນ ນໍາ ໝູ່ເພື່ອນ ວ່າ ປີນີ້ ແມ່ນ້ຳຂອງ ຈະແລ້ງ ໜັກ.

ຫຼາຍຄົນ ກໍ່ພາກັນ ເວົ້າໃນ ສື່ສັງຄົມ ອອນລາຍ ວ່າຄົງຈະ ເປັນຍ້ອນ ການກັກ ນ້ຳຂອງ ເພື່ອ ໃຫ້ເຂື່ອນ ຕາມ ລຳ ແມ່ນ້ຳຂອງ ຂອງ ທາງການ ຈີນ ມີນ້ຳຜລິດ ກະແສ ໄຟຟ້າ ແລະ ມີ ການປ່ອຍ ນ້ຳລົງມາ ໜ້ອຍ ຈຶ່ງເຮັດໃຫ້ ນ້ຳຂອງ ມີ ສະພາບ ບົກແຫ້ງ ໃນຫຼາຍ ພື້ນທີ່.

ບໍ່ພຽງແຕ່ ນະຄອນ ຫຼວງ ວຽງຈັນ ເທົ່ານັ້ນ ທີ່ ປະສົບ ກັບ ບັນຫາ ນ້ຳຂອງ ບົກແຫ້ງ ຫຼາຍຜິດ ປົກກະຕິ ແຂວງ ອື່ນໆ ກໍ່ໄດ້ຮັບ ຜົນ ກະທົບ ໂດຍ ສະເພາະ ແມ່ນການ ເດີນເຮືອ ຕາມ ລຳ ແມ່ນ້ຳຂອງ ຊຶ່ງ ບາງຈຸດ ເຮືອ ຂົນສົ່ງ ສິນຄ້າ ແລະ ເຮືອຂົນສົ່ງ ຂ້າມຟາກ ລາວ-ໄທ ແມ່ນ ບໍ່ສາມາດ ເດີນ ເຮືອໄດ້.

ຕໍ່ບັນຫານີ້ ເອເຊັຽ ເສຣີ ໄດ້ ໂທຣະສັບ ໄປຍັງ ກົມ ອຸຕຸນິຍົມ ວິທຍາ ໃນ ນະຄອນ ຫຼວງ ວຽງຈັນ ໃນ ວັນ ອັງຄານ ນີ້ ເພື່ອ ສອບຖາມ ເຖິງ ສະພາບ ນ້ຳຂອງ ບົກແຫ້ງນີ້ ວ່າເປັນ ຍ້ອນ ການ ກັກນ້ຳ ໃນ ບໍຣິເວນ ເຂື່ອນ ຂອງ ທາງການ ຈີນ ບໍ່ ຫຼືວ່າ ເປັນຍ້ອນ ຫຍັງ? ແຕ່ ເຈົ້າໜ້າທີ່ ປະຕິເສດ ໂດຍໃຫ້ ເຫດຜົນ ວ່າບໍ່ມີ ຂໍ້ມູນ ກ່ຽວກັບ ເຣື້ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.