ເຂື່ອນໄຟຟ້ານ້ຳເອົ້າ ແຕກ

ຈໍາປາທອງ
2017.09.13
f-nam-out-dam ສະພາບຄວາມເສັຽຫາຍ ຢູ່ເຂດເມືອງທ່າໂທມ ຈາກ ເຂື່ອນນໍ້າເອົ້າແຕກ ໃນວັນທີ 11 ກັນຍາ 2017
Screen captured LNTV video

ເຂື່ອນໄຟຟ້ານ້ຳເອົ້າ ຊຶ່ງເປັນເຂື່ອນຂນາດນ້ອຍ 15 MW ຢູ່ເມືອງຜາໄຊ ແຂວງ ຊຽງຂວາງ ແຕກ ໃນມື້ວັນທີ 11 ກັນຍາ 2017 ນີ້. ຕາມຄໍາເວົ້າຂອງ ທ່ານ ຄໍາມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ແລ້ວແມ່ນວ່າ ເຂື່ຶອນ ນີ້ເປັນເຂື່ອນສໍາຮອງ ເກັບຂັງນໍ້າ, ເຂື່ອນແຕກ ແມ່ນເປັນຍ້ອນ ການກໍ່ສ້າງ ບໍ່ໄດ້ມາຕຖານ ຝົນກໍຕົກຫຼາຍ

ທາງຝ່າຍ ເຈົ້າໜ້າທີ່ ເມືອງຜາໄຊ ກໍເວົ້າວ່າ, ເຂື່ອນແຕກ ຍ້ອນຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ເຮັດໃຫ້ອ່າງເກັບນໍ້າ ນຶ່ງໃນຈໍານວນ ສອງອ່າງ ນັ້ນແຕກ ເຈື່ອນລົງມາ ແລະນ້ຳໄຫລ ລົງໃສ່ເຂື່ອນນໍ້າງຽບ 2. ດັ່ງທີ່ທ່ານກ່າວວ່າ:

"ຂະເຈົ້າເຮັດເຂື່ອນດິນຖົມນໍ ແລ້ວບັດນີ້ມັນຝັງອ່າງນຶ່ງ ອ່າງນຶ່ງນັ້ນຍັງບໍ່ຝັງ ມັນເປັນຄັນດິນແລ້ວບັດນີ້ ທາງລຸ່ມມັນ ຝົນຕົກຫລາຍ ມັນເຈື່ອນໄປທາງໜ້າ ມັນນໍ ໄປທາງໜ້າມັນ ຕົວເທິງແລ້ວ ມັນສູງມັນ ນໍ້າຫລາຍນໍ".

ປັດຈຸບັນ ທາງຫ້ອງການຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງຜາໄຊ ແລະເຈົ້າໜ້າທີ່ ຈາກກະຊວງພລັງງານ ແລະບໍ່ແຮ່ ກຳລັງໄປ ເກັບກຳຂໍ້ມູນ ຄວາມເສັຍຫາຍ ໃນພື້ນທີ່ ປູກຝັງ ແລະບ້ານເຮືອນ ຂອງປະຊາຊົນ ໃນເຂດນັ້ນ ແລະເຂດບ້ານທ່າວຽງ ເມືອງທ່າໂທມ ແຂວງໄຊສົມບູນ ນຳດ້ວຍ ຊື່ງຍັງບໍ່ຮູ້ວ່າ ໄດ້ຮັບຄວາມເສັຍຫາຍ ເທົ່າໃດ ກັນແທ້. ຮູ້ແຕ່ວ່າ ນໍ້າຂີ້ຕົມ ໄຫລຖົມທາງ ແລະໄຫລເຂົ້າໃສ່ສອງບ້ານ.

ທ່ານກ່າວຕື່ມວ່າ ເຂື່ອນນ້ຳເອົ້າແຕກໃນເທື່ອນີ້ ຈະບໍ່ມີຜົລກະທົບ ຕໍ່ເຂື່ອນນ້ຳງຽບ 2 ແຕ່ຢ່າງໃດ ຍ້ອນວ່າ ນ້ຳທີ່ໄຫລລົງມາ ຈະອັ່ງຢູ່ ໃນອ່າງ ຂອງເຂື່ອນນ້ຳງຽບ.

ເຂື່ອນນ້ຳເອົ້າ ເປັນເຂື່ອນໄຟຟ້າຂນາດນ້ອຍ ຈະສາມາດຜລິດ ກະແສໄຟຟ້າໄດ້ 15 MW ສຳລັບໃຊ້ຢູ່ພາຍໃນ ແຂວງຊຽງຂວາງ ແລະ ແຂວງໄຊສົມບູນ ແລະ ມີກຳນົດ ສ້າງໃຫ້ແລ້ວ ພາຍໃນປີ 2017 ແລະຈະເປີດໃຊ້ ໃນຕົ້ນປີ 2018.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.