ປ່າສງວນແຫ່ງຊາດຍັງຖືກ ບຸກລຸກ

ມະນີຈັນ
2015.05.27
F-Loggings ປ່າສງວນແຫ່ງຊາດ ຍັງຖືກບຸກລຸກ ຕັດໄມ້ ຕັດແລ້ວ ສົ່ງເຂົ້າ ໂຮງເລື່ອຍ
RFA/NY

ຍັງມີ ການ ລັກລອບ ຕັດໄມ້ ແລະ ລ້າ ສັດປ່າ ໃນເຂດ ປ່າສງວນ ແຫ່ງຊາດ ຂອງ ລາວ ຢູ່ຕໍ່ມາ, ເຖິງ ວ່າ ຣັຖບານ ຈະ ໄດ້ອອກ ກົດໝາຍ ຄຸ້ມຄອງ ປ່າ ສງວນ ແລ້ວ ກໍຕາມ. ໃນ ປີ ຜ່ານມາ ມີ ໂຮງເລື່ອຍ ບຸກລຸກ ປ່າສງວນ ຫລາຍ ແຫ່ງ, ເປັນຕົ້ນ ປ່າສງວນ ແຫ່ງຊາດ ນໍ້າຮາ ແຂວງ ຫລວງນໍ້າທາ, ປ່າສງວນ ນໍ້າກ່ານ ແຂວງ ບໍ່ແກ້ວ ໄດ້ ຕັດໄມ້ ດູ່ ໄມ້ຂ່າ ໄມ້ແຕ້ ເປັນ ຈໍານວນ ຫຼວງຫຼາຍ. ດັ່ງ ຊາວບ້ານ ຜູ້ນຶ່ງ ໄດ້ເວົ້າ ໃນ ວັນທີ 26 ພຶສພາ 2015 ນີ້ ວ່າ:

"ໃນເຂດ ທີ່ ຫຍູ້ງຍາກ ກັນດານ ເຂົາໄດ້ ໃຊ້ ຊ້າງ ແກ່ ມາຫາ ຣົດ ອີ່ແຕັນ ຣົດ ຕັອກໆ ນີ້ນະ ແລ້ວ ເອົາໄປ ໃຫ້ ໂຮງເລື່ອຍ ຂອງ ເອກຊົນ. ເພາະ ສະນັ້ນ ຖ້າ ພັກ-ຣັຖ ບໍ່ລົງມາ ກວດກາ ມັນ ຈະເປັນ ບັນຫາ ທ້າທາຍ ແລະ ມັນສ້າງ ຄວາມ ເສັຽຫາຍ ໃຫ້ ປ່າສງວນ ເພາະວ່າ ເຂົາ ໄປເອົາ ໄມ້ ທີ່ເປັນໄມ້ ເນື້ອແຂງ ແລະ ຣາຄາ ແພງໆ ທັງນັ້ນ ລະ".

ທ່ານ ເວົ້າເນັ້ນ ອີກວ່າ ເນື່ອງ ໃນວັນ ປູກ ຕົ້ນໄມ້ ວັນທີ 1 ມິຖຸນາ, ຢາກ ຮຽກຮ້ອງ ໃຫ້ ທາງການ ເຂົ້າມາ ກວດສອບ ຢ່າງ ເຂັ້ມງວດ ແລະ ເອົາຜິດ ກັບ ເຈົ້າຂອງ ໂຮງເລື່ອຍ ຫລື ບໍ່ ກໍໃຫ້ຢຸດ ການອອກ ໂຄຕ້າ ຕັດໄມ້ ເນື້ອແຂງ ນັ້ນ ເພາະ ເຫັນວ່າ ທາງ ແຂວງ ໄດ້ ອະນຸຍາດ ໃຫ້ ພວກ ນາຍທຶນ ເຂົ້າໄປ ຕັດໄມ້ ຢ່າງ ຫຼວງຫຼາຍ.

ປ່າສງວນ ແຫ່ງຊາດ ເປັນ ປ່າ ທີ່ທາງ ສະພາ ແຫ່ງຊາດ ລາວ ໄດ້ ເຊັນ ຮັບຮອງ ເອົາ ໃຫ້ ຂຶ້ນ ຊື່ວ່າ ເປັນ ປ່າ ຫວງຫ້າມ ຊຶ່ງ ຖືກ ກໍານົດ ຂຶ້ນມາ ເພື່ອ ປົກປ້ອງ ແລະ ບໍາຣຸງ ຮັກສາ ຄວາມ ຫຼາກຫຼາຍ ຂອງ ຊີວະ ນາໆພັນ ຊັພຍາກອນ ທັມຊາດ ແລະ ວັທນະທັມ ທີ່ ມີການ ກ່ຽວພັນ ກັນ.

ປັຈຈຸບັນ ປະເທດ ລາວ ມີ ປ່າສງວນ ທັງໝົດ 24 ແຫ່ງ, ປ່າສງວນ ບາງ ແຫ່ງ ໄດ້ສ້າງ ຣາຍຮັບ ໃຫ້ ແກ່ ປະເທດ ຊາດ ເປັນ ຈໍານວນ ຫຼວງຫຼາຍ ໃນ ແຕ່ລະ ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.