ເນື້ອທີ່ປູກເຂົ້າ ເມືອງຫົງສາ ໜ້ອຍລົງ


2013.07.19
F-rice-field ທົ່ງນາ ປູກເຂົ້າ ໃນແຂວງ ໄຊຍະບູຣີ
Mek/fb

 

ເນື້ອທີ່ ໄຮ່ນາ ສໍາລັບ ປູກເຂົ້າ ເມືອງຫົງສາ ຫລຸດລົງ ຍ້ອນໂຄງການ ກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນ.

ໃນປີນີ້ ພື້ນທີ່ ການຜລິດ ກະສິກັມ ໂດຍສະເພາະ ພື້ນທີ່ ປູກເຂົ້າ ໃນ ເມືອງຫົງສາ ແຂວງ ໄຊຍະບູຣີ ຫລຸດລົງ ກວ່າເກົ່າ ຍ້ອນ ການເອົາ ເນື້ອທີ່ ໄປໃຊ້ ສໍາລັບ ໂຄງການກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນ ຊຶ່ງ ຈະສົ່ງຜົລ ກະທົບ ໂດຍກົງ ຕໍ່ຄວາມໝັ້ນຄົງ ທາງ ອາຫານ ໃນເຂດ ເມືອງ ຫົງສາ. ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ:

"ຜົລກະທົບ ຈາກການ ກໍ່ສ້າງ ໂຮງໄຟຟ້າ ເນື້ອທີ່ ທີ່ຖືກ ຜົລກະທົບ ຫັ້ນ ຈໍານວນ 774 ເຮັກຕາ ມາຮອດ ປັຈຈຸບັນ ພື້ນທີ່ ເຮົາກໍເຫລືອຢູ່ ໃນແຕ່ລະ 1476-1477 ເຮັກຕານີ້ ຊາວບ້ານ ຖືວ່າບໍ່ໄປ ທໍາການຜລິດ ໃນເຂດນັ້ນ ໄດ້ເນາະ".

ທ່ານກ່າວ ຕໍ່ໄປວ່າ ໂຄງການ ກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນ ໃຊ້ທີ່ດິນ ຂອງ ປະຊາຊົນ ຕັ້ງແຕ່ ປີ 2012 ແລະ ມາຮອດປີ 2013 ນີ້ ທາງໂຄງການ ບໍ່ ອະນຸຍາດ ໃຫ້ຊາວບ້ານ ໄປໃຊ້ພື້ນທີ່ ນັ້ນໄດ້. ຂະນະ ດຽວກັນ ພື້ນທີ່ ຈັດສັນໃໝ່ ທີ່ໂຄງການ ມອບໃຫ້ ກໍຍັງບໍ່ ສາມາດ ທີ່ຈະເຮັດ ການຜລິດໄດ້ ເຮັດໃຫ້ ຜົລຜລິດ ແລະ ອາຫານ ຂອງ ປະຊາຊົນ ໃນເມືອງນີ້ ຫລຸດລົງ ຫລາຍ ໃນ ປີນີ້.

ໂຄງການ ກໍ່ສ້າງ ໂຮງໄຟຟ້າ ຖ່ານຫີນ ຫົງສາລິກໄນ ຕັ້ງຢູ່ໃນ ເມືອງຫົງສາ ແຂວງ ໄຊຍະບູລີ ເລີ່ມ ກໍ່ສ້າງເມື່ອປີ 2009 ມີກໍາລັງ ຜລິຕ 1878 ເມັກກາວັດ ໃຊ້ພື້ນທີ່ ກໍ່ສ້າງ ປະມານ 7620 ເຮັກຕາ ມີຊາວບ້ານ ທີ່ ໄດ້ຮັບ ຜົລກະທົບ ແລະ ຖືກໂຍກຍ້າຍ 2036 ຄົນ ໄປຢູ່ບ້ານ ໃໝ່.

ເຣື່ອງການ ຊ່ວຍເຫລືອ ນັ້ນ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຫົງສາ ບອກວ່າ ທາງຫ້ອງການ ສາມາດ ຊ່ວຍເຫລືອໄດ້ ດ້ວຍການ ໃຫ້ຄວາມຮູ້ ໃນການເພີ່ມ ຜົລຜລິດ ແລະ ສົ່ງເສີມ ໃຫ້ຊາວບ້ານ ປູກພືດ ຊນິດອື່ນ ຄວບຄູ່ໄປນໍາ ເຊັ່ນ ໝາກເດືອຍ ໝາກງາ ສາລີ ຊຶ່ງກໍມີ ເນື້ອທີ່ປູກ ຢູ່ 2 ພັນ ເຮັກຕາ ພາຍໃນເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.