ງົບປະມານກູ້ລະເບີດ ຫຼ້ອຍຫຼໍ

ໄມຊູລີ
2017.12.06
f-bomb ເຄື່ອງໝາຍພື້ນທີ່ ທີ່ມີຣະເບີດ ບໍ່ທັນແຕກ ຢູ່ແຂວງຊຽງຂວາງ
RFA

ການຂາດງົບປະມານ ແລະພະນັກງານ ເປັນບັນຫາສໍາຄັນ ໃນການເກັບກູ້ຣະເບິດ ທີ່ຍັງຕົກຄ້າງຢູ່ ແຂວງຊຽງຂວາງ ແລະ ແຂວງສາຣະວັນ ເຖິງແມ່ນວ່າ ຣັຖບານສະຫະຣັຖ ໄດ້ໃຫ້ການຊ່ວຍເຫຼືອ ໃນຫລາຍພາກສ່ວນ ຂອງໂຄການເກັບກູ້ຣະເບິດ ບໍ່ທັນແຕກຢູ່ລາວ ແຕ່ງົບປະມານ ກໍຍັງບໍ່ທົ່ວເຖິງ. ດັ່ງເຈົ້າໜ້າທີ່ ຜແນກເກັບກູ້ຣະເບິດ ແຂວງຊຽງຂວາງ ກ່າວວ່າ:

“ຫລັກໆແມ່ນງົບປະມານນັ້ນແຫລະເນາະ ການເກັບກູ້ບໍ່ພໍ ເພາະວ່າໃນປີ 2018 ນີ້ ທຶນອະເມຣິກາເຂົາຊ່ວຍແຕ່ວຽກງານສໍາຣວດ ແລະ ຄວາມຕ້ອງການ ເກັບກູ້ຫັ້ນຫລາຍ ເປັນການຂັດກັນໜ້ອຍນຶ່ງ ແລະວ່າທຶນກວດກູ້ ກໍແມນ່ຫລຸດລົງ ມີແຕ່ທຶນສໍາຣວດຫັ້ນ ເພີ້ມຂື້ນ.”

ທ່ານວ່າ ຢາກໃຫ້ປະເທດຕ່າງໆ ທີ່ໃຫ້ການສນັບສນູນ ໃນເຣື້ອງນີ້ ໃຫ້ທຶນຊ່ວຍເຫຼືອເຣື້ອງ ງົບປະມານຫລາຍຂຶ້ນ ເພາະຢາກໃຫ້ມີການ ເກັບກູ້ໄວຂຶ້ນ:

“ຢາກໃຫ້ທາງປະເທດທີ່ສນັບສນູນ ເພີ້ມງົບປະມານ ຂຶ້ນໃນການສໍາຣວດ ແລະກວດກູ້ ເພາະວ່າ ການກວດກູ້ໄວ ໄດ້ຫລາຍເທົ່າໃດຍິ່ງດີ ແລະກໍຈະເຮັດໃຫ້ ພື້ນທີ່ພວກເຮົາ ປອດພັຍຫລາຍຂື້ນ.”

ເຊັ່ນດຽວກັນກັບແຂວງສາຣະວັນ ປັຈຈຸບັນ ງົບປະມານ ແລະພະນັກງານ ກໍບໍ່ພຽງພໍ ໃນວຽກງານເກັບກູ້ຣະເບິດ ທີ່ມີຫລາຍເຮັກຕ່າ. ດັ່ງ ເຈົ້າໜ້າທີ່ຜແນກເກັບກູ້ຣະເບິດ ແຂວງສາຣະວັນກ່າວວ່າ:

“ຄົນນີ້ ກໍຢາກໄດ້ຜູ້ມີຄວາມຮູ້ເນາະ ອຸປກອນກໍຢາກໄດ້ໂຕ ທີ່ມັນທັນສມັຍ ຖາມວ່າພໍບໍ່ກໍບໍ່ພໍຫັ້ນແລ້ວ ພື້ນທີ່ກໍຫຼາຍກວ່າຄົນ, ຄົນມີເປັນ ຮ້ອຍປາຍຄົນ ພື້ນທີ່ທໍ່ໃດເຮັກຕາ ເນາະ ເປັນແສນ ເປັນລ້ານເຮັກຕາພຸ້ນ.”

ຢ່າງໃດກໍຕາມ ການເກັບກູ້ຣະເບິດຕົກຄ້າງໃນປີ 2017 ຢູ່ແຂວງຊຽງຂວາງໄດ້ປະມານ 10 ປາຍພັນເຮັກຕາ ຄືປະມານ 1% ຂອງເນື້ອທີ່ ຂອງແຂວງ  ໃນຂນະທີ່ແຂວງສາຣະວັນ ມີໂຄງການເກັບກູ້ຣະເບິດ ຂອງອົງການເກັບກູ້ຣະເບິດ ແຫ່ງຊາດລາວ ເຂົ້າມາຊ່ວຍເຫລືອນັ້ນ ສາມາດ ສໍາຣວດເນື້ອທີ່ ໄດ້ 2,731 ເຮັກຕາ, ເກັບກູ້ຣະເບິດໄດ້ ໃນເນື້ອທີ່ 441 ແລະທໍາລາຍຣະເບິດ ຕົກຂ້າງໄດ້ 14,122 ຫນ່ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.